Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 7:6 - ພຣະຄຳພີລາວສະບັບສະໄໝໃໝ່

6 ດັ່ງນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ໄປ​ກັບ​ພວກເຂົາ. ເມື່ອ​ພຣະອົງ​ມາ​ໃກ້​ຈະ​ຮອດ​ເຮືອນ​ນັ້ນ​ແລ້ວ, ນາຍຮ້ອຍ​ໄດ້​ໃຊ້​ບັນດາ​ໝູ່​ມາ​ເວົ້າ​ກັບ​ພຣະເຢຊູເຈົ້າ​ວ່າ, “ອົງພຣະຜູ້ເປັນເຈົ້າ, ຢ່າ​ໃຫ້​ເປັນ​ການ​ລຳບາກ​ພຣະອົງ​ເລີຍ, ເພາະ​ຂ້ານ້ອຍ​ບໍ່​ສົມຄວນ​ທີ່​ຈະ​ໃຫ້​ພຣະອົງ​ເຂົ້າ​ໄປ​ໃນ​ລຸ່ມ​ຫລັງຄາ​ເຮືອນ​ຂອງ​ຂ້ານ້ອຍ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

6 ດັ່ງນັ້ນ, ພຣະເຢຊູເຈົ້າ​ຈຶ່ງ​ໄດ້​ໄປ​ກັບ​ພວກເຂົາ ເມື່ອ​ພຣະອົງ​ເກືອບ​ຈະ​ເຖິງ​ເຮືອນ​ແລ້ວ ນາຍ​ທະຫານ​ໄດ້​ໃຊ້​ພວກ​ໝູ່ເພື່ອນ​ມາ​ເວົ້າ​ກັບ​ພຣະເຢຊູເຈົ້າ​ວ່າ, “ພຣະອົງເຈົ້າ​ເອີຍ ຢ່າ​ໃຫ້​ເປັນ​ການ​ລຳບາກ​ແກ່​ທ່ານ​ເອງ​ເລີຍ ເພາະວ່າ ຂ້ານ້ອຍ​ເປັນ​ຄົນ​ບໍ່​ສົມຄວນ ທີ່​ທ່ານ​ຈະ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ຂ້ານ້ອຍ,

Uka jalj uñjjattʼäta Copia luraña




ລູກາ 7:6
15 Jak'a apnaqawi uñst'ayäwi  

ເໝືອນດັ່ງ​ບຸດມະນຸດ​ບໍ່​ໄດ້​ມາ​ເພື່ອ​ໃຫ້​ຄົນ​ອື່ນ​ຮັບໃຊ້ ແຕ່​ມາ​ເພື່ອ​ຮັບໃຊ້ ແລະ ສະຫລະ​ຊີວິດ​ຂອງ​ພຣະອົງ​ເປັນ​ຄ່າໄຖ່​ເພື່ອ​ຄົນ​ທັງຫລາຍ”.


“ເຮົາ​ໃຫ້​ພວກເຈົ້າ​ບັບຕິສະມາ​ດ້ວຍ​ນ້ຳ​ເພື່ອ​ການ​ຖິ້ມໃຈເກົ່າເອົາໃຈໃໝ່. ແຕ່​ຜູ້​ທີ່​ຈະ​ມາ​ພາຍຫລັງ​ເຮົາ​ກໍ​ມີ​ລິດອຳນາດ​ຍິ່ງໃຫຍ່​ກວ່າ​ເຮົາ​ອີກ, ເຊິ່ງ​ເຮົາ​ບໍ່​ສົມຄວນ​ແມ່ນແຕ່​ຈະ​ຈັບ​ເກີບ​ຂອງ​ເພິ່ນ. ເພິ່ນ​ຈະ​ໃຫ້​ພວກເຈົ້າ​ທັງຫລາຍ​ຮັບບັບຕິສະມາ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ ແລະ ດ້ວຍ​ໄຟ.


ດັ່ງນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ໄປ​ກັບ​ລາວ. ມີ​ປະຊາຊົນ​ຕິດຕາມ​ພຣະອົງ​ມາ​ຢ່າງ​ໜາແໜ້ນ ແລະ ບຽດ​ກັນ​ຢູ່​ອ້ອມ​ພຣະອົງ.


ເມື່ອ​ຊີໂມນເປໂຕ​ເຫັນ​ເຫດການ​ທີ່​ເກີດຂຶ້ນ​ຢ່າງ​ນີ້​ເພິ່ນ​ກໍ​ຂາບ​ລົງ​ທີ່​ຫົວເຂົ່າ​ຂອງ​ພຣະເຢຊູເຈົ້າ ແລະ ກ່າວ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ ຂໍ​ໃຫ້​ໄປ​ຈາກ​ຂ້ານ້ອຍ​ສາ ເພາະ​ຂ້ານ້ອຍ​ເປັນ​ຄົນບາບ!”


ເມື່ອ​ພວກເຂົາ​ມາ​ຮອດ​ພຣະເຢຊູເຈົ້າ​ແລ້ວ ພວກເຂົາ​ກໍ​ຮ້ອງຂໍ​ພຣະເຢຊູເຈົ້າ​ດ້ວຍ​ໃຈ​ຮ້ອນຮົນ​ວ່າ, “ນາຍຮ້ອຍ​ຄົນ​ນີ້​ເປັນ​ຄົນ​ທີ່​ພຣະອົງ​ສົມຄວນ​ຈະ​ໄປ​ຊ່ວຍ​ແທ້,


ເພາະ​ເພິ່ນ​ຮັກ​ຊົນຊາດ​ຂອງ​ພວກເຮົາ ແລະ ໄດ້​ສ້າງ​ທຳມະສາລາ​ໃຫ້​ພວກເຮົາ”.


ດ້ວຍເຫດນີ້ ຂ້ານ້ອຍ​ຈຶ່ງ​ຄິດ​ວ່າ​ຕົນ​ເອງ​ບໍ່​ສົມຄວນ​ແມ່ນແຕ່​ຈະ​ມາ​ຫາ​ພຣະອົງ. ຂໍ​ພຽງ​ແຕ່​ພຣະອົງ​ກ່າວ​ເທົ່ານັ້ນ ແລະ ຄົນຮັບໃຊ້​ຂອງ​ຂ້ານ້ອຍ​ກໍ​ຈະ​ຫາຍດີ.


ໃນຂະນະ​ທີ່​ພຣະເຢຊູເຈົ້າ​ຍັງ​ກ່າວ​ຢູ່​ນັ້ນ ກໍ​ມີ​ຄົນ​ມາ​ຈາກ​ເຮືອນ​ຂອງ​ຢາອີໂຣ ຫົວໜ້າ​ທຳມະສາລາ. ລາວ​ບອກ​ວ່າ, “ລູກສາວ​ຂອງ​ທ່ານ​ຕາຍ​ແລ້ວ. ຢ່າ​ລົບກວນ​ອາຈານ​ເລີຍ”.


ຄື​ເລື່ອງ​ທີ່​ພຣະເຈົ້າ​ໄດ້​ເຈີມ​ຕັ້ງ​ພຣະເຢຊູເຈົ້າ​ຊາວ​ນາຊາເຣັດ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ ແລະ ດ້ວຍ​ລິດອຳນາດ ແລະ ທີ່​ພຣະອົງ​ໄດ້​ເດີນທາງ​ໄປ​ເຮັດ​ຄວາມດີ ແລະ ຮັກສາ​ທຸກຄົນ​ທີ່​ຕົກ​ຢູ່​ໃຕ້​ອຳນາດ​ຂອງ​ມານຮ້າຍ​ຢ່າງ​ໃດ ເພາະ​ພຣະເຈົ້າ​ຢູ່​ກັບ​ພຣະອົງ.


ພວກເຈົ້າ​ຈົ່ງ​ຖ່ອມໂຕລົງ​ຕໍ່​ອົງພຣະຜູ້ເປັນເຈົ້າ ແລະ ພຣະອົງ​ຈະ​ຍົກ​ພວກເຈົ້າ​ຂຶ້ນ.


ແຕ່​ພຣະອົງ​ມີ​ພຣະຄຸນ​ໃຫ້​ແກ່​ພວກເຮົາ​ຫລາຍ​ກວ່າ​ນັ້ນ​ອີກ. ດ້ວຍເຫດນີ້ ພຣະຄຳພີ​ຈຶ່ງ​ກ່າວ​ວ່າ: “ພຣະເຈົ້າ​ຕໍ່ສູ້​ຜູ້​ທີ່​ຈອງຫອງ ແຕ່​ມີ​ພຣະຄຸນ​ໃຫ້​ແກ່​ຜູ້​ທີ່​ຖ່ອມຕົວລົງ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka