Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 7:44 - ພຣະຄຳພີລາວສະບັບສະໄໝໃໝ່

44 ແລ້ວ​ພຣະອົງ​ກໍ​ຫລຽວ​ໄປ​ເບິ່ງ​ຍິງ​ຄົນ​ນັ້ນ ແລະ ກ່າວ​ກັບ​ຊີໂມນ​ວ່າ, “ເຈົ້າ​ເຫັນ​ຍິງ​ຄົນ​ນີ້ ຫລື ບໍ່? ເຮົາ​ໄດ້​ເຂົ້າ​ມາ​ໃນ​ເຮືອນ​ຂອງ​ເຈົ້າ. ເຈົ້າ​ບໍ່​ໄດ້​ເອົາ​ນ້ຳ​ມາ​ໃຫ້​ເຮົາ​ລ້າງ​ຕີນ, ສ່ວນ​ນາງ​ໄດ້​ລ້າງ​ຕີນ​ຂອງ​ເຮົາ​ດ້ວຍ​ນໍ້າຕາ ແລະ ເຊັດ​ຕີນ​ຂອງ​ເຮົາ​ດ້ວຍ​ຜົມ​ຂອງ​ນາງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

44 ເມື່ອ​ພຣະອົງ​ຫລຽວ​ເບິ່ງ​ຍິງ​ຄົນ​ນັ້ນ​ແລ້ວ ກໍ​ກ່າວ​ແກ່​ຊີໂມນ​ວ່າ, “ເຈົ້າ​ເຫັນ​ຍິງ​ຄົນ​ນີ້​ບໍ? ເຮົາ​ໄດ້​ເຂົ້າ​ມາ​ໃນ​ເຮືອນ​ຂອງ​ເຈົ້າ ແລະ​ເຈົ້າ​ບໍ່ໄດ້​ໃຫ້​ນໍ້າ​ສຳລັບ​ລ້າງ​ຕີນ​ຂອງເຮົາ ແຕ່​ຍິງ​ຜູ້​ນີ້​ໄດ້​ລ້າງ​ຕີນ​ຂອງເຮົາ​ດ້ວຍ​ນໍ້າຕາ ແລະ​ເຊັດ​ຕີນ​ຂອງເຮົາ​ດ້ວຍ​ຜົມ​ຂອງ​ນາງ.

Uka jalj uñjjattʼäta Copia luraña




ລູກາ 7:44
11 Jak'a apnaqawi uñst'ayäwi  

ໃນ​ຂະນະ​ທີ່​ນາງ​ຢືນ​ຢູ່​ທາງຫລັງ​ໃກ້​ຕີນ​ຂອງ​ພຣະອົງ​ຮ້ອງໄຫ້, ນາງ​ກໍ​ເລີ່ມ​ເຮັດ​ໃຫ້​ຕີນ​ຂອງ​ພຣະອົງ​ປຽກ​ດ້ວຍ​ນໍ້າຕາ​ຂອງ​ນາງ, ແລ້ວ​ນາງ​ກໍ​ເຊັດ​ຕີນ​ຂອງ​ພຣະອົງ​ດ້ວຍ​ຜົມ​ຂອງ​ຕົນ, ທັງ​ຈູບ ແລະ ຖອກ​ນ້ຳຫອມ​ຫົດ​ຕີນ​ຂອງ​ພຣະອົງ.


ຊີໂມນ​ຕອບ​ວ່າ, “ຂ້ານ້ອຍ​ຄິດ​ວ່າ​ຄົນ​ທີ່​ເປັນໜີ້​ຫລາຍ​ແລ້ວ​ໄດ້​ຮັບ​ການຍົກໜີ້​ໃຫ້”. ພຣະເຢຊູເຈົ້າ​ກ່າວ​ວ່າ, “ເຈົ້າ​ຕັດສິນ​ຖືກຕ້ອງ​ແລ້ວ”.


ຫລັງຈາກນັ້ນ ກໍ​ຖອກ​ນ້ຳ​ໃສ່​ອ່າງນໍ້າ ແລະ ເລີ່ມຕົ້ນ​ລ້າງ​ຕີນ​ໃຫ້​ພວກສາວົກ​ຂອງ​ພຣະອົງ ແລະ ເຊັດ​ດ້ວຍ​ຜ້າເຊັດໂຕ​ທີ່​ພຣະອົງ​ມັດແອວ​ໄວ້​ນັ້ນ.


ແລະ ເປັນ​ຜູ້​ທີ່​ມີ​ຊື່ສຽງ​ໃນ​ການ​ເຮັດ​ຄວາມດີ, ເຊັ່ນ​ວ່າ​ລ້ຽງດູ​ລູກໆ, ມີ​ນ້ຳໃຈ​ຕ້ອນຮັບແຂກ, ລ້າງ​ຕີນ​ໃຫ້​ບັນດາ​ຄົນ​ຂອງ​ພຣະເຈົ້າ, ຊ່ວຍເຫລືອ​ບັນດາ​ຜູ້​ທີ່​ຍາກຈົນ ແລະ ອຸທິດ​ຕົນເອງ​ໃນ​ການ​ເຮັດ​ດີ​ທຸກ​ຢ່າງ.


ແຕ່​ພວກເຈົ້າ​ບໍ່​ໃຫ້​ກຽດ​ຄົນຍາກຈົນ. ບໍ່​ແມ່ນ​ຄົນຮັ່ງມີ​ບໍ​ທີ່​ຂູດຮີດ​ພວກເຈົ້າ? ບໍ່​ແມ່ນ​ພວກເຂົາ​ນີ້​ບໍ​ທີ່​ລາກ​ພວກເຈົ້າ​ໄປ​ຂຶ້ນ​ສານ?


Jiwasaru arktasipxañani:

Anuncios ukanaka


Anuncios ukanaka