Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 7:42 - ພຣະຄຳພີລາວສະບັບສະໄໝໃໝ່

42 ເມື່ອ​ທັງ​ສອງ​ຄົນ​ບໍ່​ມີ​ເງິນ​ຈະ​ໃຊ້​ໜີ້ ເພິ່ນ​ຈຶ່ງ​ຍົກ​ໜີ້​ໃຫ້​ພວກເຂົາ​ທັງ​ສອງ. ໃນ​ສອງ​ຄົນ​ນີ້​ແມ່ນ​ຜູ້ໃດ​ຈະ​ຮັກ​ເຈົ້າໜີ້​ຫລາຍ​ກວ່າ​ກັນ?”

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

42 ເມື່ອ​ບໍ່ມີ​ຜູ້ໃດ ສາມາດ​ຈະ​ໃຊ້​ໜີ້​ໄດ້ ເພິ່ນ​ຈຶ່ງ​ຍົກ​ໜີ້​ໃຫ້​ພວກເຂົາ​ທັງສອງ ໃນ​ສອງ​ຄົນ​ນີ້​ແມ່ນ​ຜູ້ໃດ ທີ່​ຈະ​ຮັກ​ເຈົ້າ​ໜີ້​ຫລາຍກວ່າ​ກັນ?”

Uka jalj uñjjattʼäta Copia luraña




ລູກາ 7:42
23 Jak'a apnaqawi uñst'ayäwi  

ກະສັດ​ຄິດ​ເມດຕາ​ສົງສານ​ລາວ ເພິ່ນ​ຈຶ່ງ​ຍົກ​ໜີ້​ໃຫ້ ແລະ ປ່ອຍ​ລາວ​ໄປ.


ນາຍ​ໂກດຮ້າຍ​ຫລາຍ​ຈຶ່ງ​ມອບ​ໂຕ​ລາວ​ໃຫ້​ຜູ້ຄຸມຂັງ​ໄປ​ທໍລະມານ​ຈົນ​ກວ່າ​ລາວ​ຈະ​ໃຊ້​ໜີ້​ຄົບ.


ແລະ ຂໍ​ຍົກ​ໜີ້​ໃຫ້​ພວກ​ຂ້ານ້ອຍ, ເໝືອນ​ທີ່​ພວກ​ຂ້ານ້ອຍ​ໄດ້​ຍົກ​ໜີ້​ໃຫ້​ຜູ້​ທີ່​ເປັນ​ໜີ້​ພວກ​ຂ້ານ້ອຍ​ເໝືອນກັນ.


ຊີໂມນ​ຕອບ​ວ່າ, “ຂ້ານ້ອຍ​ຄິດ​ວ່າ​ຄົນ​ທີ່​ເປັນໜີ້​ຫລາຍ​ແລ້ວ​ໄດ້​ຮັບ​ການຍົກໜີ້​ໃຫ້”. ພຣະເຢຊູເຈົ້າ​ກ່າວ​ວ່າ, “ເຈົ້າ​ຕັດສິນ​ຖືກຕ້ອງ​ແລ້ວ”.


ແລະ ພຣະເຈົ້າ​ໄດ້​ຖື​ວ່າ​ພວກເຂົາ​ເປັນ​ຄົນຊອບທຳ ໂດຍ​ພຣະຄຸນ​ຂອງ​ພຣະອົງ​ທີ່​ບໍ່​ຄິດຄ່າ ຜ່ານທາງ​ການ​ໄຖ່​ທີ່​ມາ​ໂດຍ​ພຣະຄຣິດເຈົ້າເຢຊູ.


ຂະນະ​ທີ່​ພວກເຮົາ​ຍັງ​ຂາດ​ກຳລັງ​ຢູ່​ນັ້ນ, ພຣະຄຣິດເຈົ້າ​ໄດ້​ຕາຍ​ເພື່ອ​ຄົນບາບ​ໃນ​ເວລາ​ທີ່​ເໝາະສົມ.


ເພາະ​ທຸກຄົນ​ທີ່​ອາໄສ​ການປະຕິບັດ​ຕາມ​ກົດບັນຍັດ​ກໍ​ຢູ່​ໃຕ້​ຄຳສາບແຊ່ງ ດັ່ງ​ທີ່​ມີ​ຂຽນ​ໄວ້​ວ່າ: “ທຸກຄົນ​ທີ່​ບໍ່​ປະຕິບັດ​ຕາມ​ທຸກສິ່ງ​ທີ່​ຂຽນ​ໄວ້​ໃນ​ໜັງສື​ກົດບັນຍັດ​ກໍ​ຖືກ​ສາບແຊ່ງ”.


ໃນ​ພຣະອົງ​ນັ້ນ ພວກເຮົາ​ໄດ້​ຮັບ​ການ​ໄຖ່​ດ້ວຍ​ໂລຫິດ​ຂອງ​ພຣະອົງ, ຄື​ໄດ້​ຮັບ​ການ​ອະໄພ​ໂທດ​ບາບ​ຕາມ​ພຣະຄຸນ​ອັນ​ອຸດົມ​ຂອງ​ພຣະເຈົ້າ


ຈົ່ງ​ເມດຕາ ແລະ ເຫັນໃຈ​ກັນແລະກັນ, ຍົກໂທດ​ໃຫ້​ກັນແລະກັນ, ເໝືອນດັ່ງ​ທີ່​ພຣະເຈົ້າ​ໄດ້​ຍົກໂທດ​ໃຫ້​ພວກເຈົ້າ​ໃນ​ພຣະຄິດເຈົ້າ.


ຈົ່ງ​ອົດທົນ​ຕໍ່​ກັນ ແລະ ຖ້າ​ຜູ້ໃດ​ມີ​ເລື່ອງ​ຕໍ່​ກັນ​ກໍ​ຈົ່ງ​ຍົກໂທດ​ໃຫ້​ກັນ, ຈົ່ງ​ຍົກໂທດ​ໃຫ້​ກັນ​ເໝືອນ​ທີ່​ອົງພຣະຜູ້ເປັນເຈົ້າ​ໄດ້​ຍົກໂທດ​ໃຫ້​ພວກເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka