Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 7:41 - ພຣະຄຳພີລາວສະບັບສະໄໝໃໝ່

41 ພຣະອົງ​ກ່າວ​ວ່າ, “ມີ​ຊາຍ​ສອງ​ຄົນ​ທີ່​ເປັນໜີ້​ເງິນ​ຂອງ​ເຈົ້າໜີ້​ຄົນ​ໜຶ່ງ, ຄົນ​ໜຶ່ງ​ເປັນໜີ້​ເງິນ​ຢູ່​ຫ້າຮ້ອຍ​ຫລຽນ​ເດນາຣິອົນ ແລະ ອີກ​ຄົນ​ໜຶ່ງ​ເປັນໜີ້​ເງິນ​ຢູ່​ຫ້າສິບ​ຫລຽນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

41 ພຣະເຢຊູເຈົ້າ​ເລີ່ມ​ກ່າວ​ວ່າ, “ຍັງ​ມີ​ຊາຍ​ສອງ​ຄົນ ທີ່​ເປັນ​ໜີ້​ເງິນ​ຂອງ​ເຈົ້າ​ໜີ້​ຄົນ​ໜຶ່ງ ຄົນ​ໜຶ່ງ​ເປັນ​ໜີ້​ເງິນ​ຢູ່​ຫ້າຮ້ອຍ​ຫລຽນ ແລະ​ຄົນ​ໜຶ່ງ​ອີກ ເປັນ​ໜີ້​ເງິນ​ຢູ່​ຫ້າສິບ​ຫລຽນ.

Uka jalj uñjjattʼäta Copia luraña




ລູກາ 7:41
17 Jak'a apnaqawi uñst'ayäwi  

“ຕໍ່ມາ ເມື່ອ​ຄົນຮັບໃຊ້​ຜູ້​ນີ້​ອອກ​ໄປ​ແລ້ວ ກໍ​ພົບ​ເພື່ອນ​ຄົນຮັບໃຊ້​ນຳ​ກັນ​ຄົນ​ໜຶ່ງ ເຊິ່ງ​ຕິດໜີ້​ຕົນ​ຢູ່​ໜຶ່ງຮ້ອຍ​ຫລຽນ​ເດນາຣິອົນ ລາວ​ຈຶ່ງ​ຄວ້າຈັບ​ຄໍ​ຄົນ​ນັ້ນ​ບີບ​ຈົນ​ແໜ້ນ ແລະ ເວົ້າ​ວ່າ, ‘ຈົ່ງ​ຈ່າຍ​ສິ່ງ​ທີ່​ເຈົ້າ​ເປັນ​ໜີ້​ຄືນ​ມາ!’


ແລະ ຂໍ​ຍົກ​ໜີ້​ໃຫ້​ພວກ​ຂ້ານ້ອຍ, ເໝືອນ​ທີ່​ພວກ​ຂ້ານ້ອຍ​ໄດ້​ຍົກ​ໜີ້​ໃຫ້​ຜູ້​ທີ່​ເປັນ​ໜີ້​ພວກ​ຂ້ານ້ອຍ​ເໝືອນກັນ.


ແຕ່​ພຣະອົງ​ຕອບ​ວ່າ, “ພວກເຈົ້າ​ຈົ່ງ​ເອົາ​ອາຫານ​ໃຫ້​ພວກເຂົາ​ກິນ​ສາ”. ພວກສາວົກ​ຕອບ​ວ່າ, “ຈະ​ຕ້ອງ​ໃຊ້​ເງິນ​ເທົ່າ​ກັບ​ຄ່າຈ້າງ​ຂອງ​ຄົນງານ​ຄົນ​ໜຶ່ງ​ຫລາຍກວ່າ​ເຄິ່ງ​ປີ! ພວກເຮົາ​ຕ້ອງ​ໃຊ້​ເງິນ​ຫລາຍ​ຂະໜາດ​ນັ້ນ​ເພື່ອ​ໄປ​ຊື້​ອາຫານ​ມາ​ໃຫ້​ພວກເຂົາ​ກິນ​ບໍ?”


ຂໍ​ໂຜດ​ຍົກໂທດ​ຄວາມບາບ​ຂອງ​ພວກ​ຂ້ານ້ອຍ, ດ້ວຍວ່າ​ພວກ​ຂ້ານ້ອຍ​ໄດ້​ຍົກໂທດ​ໃຫ້​ທຸກຄົນ​ທີ່​ເຮັດ​ຜິດ​ບາບ​ຕໍ່​ພວກ​ຂ້ານ້ອຍ​ເໝືອນກັນ. ແລະ ຂໍ​ຢ່າ​ນຳ​ພວກ​ຂ້ານ້ອຍ​ເຂົ້າ​ໄປ​ໃນ​ການທົດລອງ’”.


ສ່ວນ​ຄົນ​ທີ່​ບໍ່​ຮູ້ຈັກ ແລະ ເຮັດ​ສິ່ງ​ທີ່​ສົມຄວນ​ຖືກ​ລົງໂທດ​ກໍ​ຈະ​ຖືກ​ຂ້ຽນ​ໜ້ອຍ. ທຸກຄົນ​ທີ່​ໄດ້​ຮັບ​ຫລາຍ​ຈະ​ຖືກ​ຮຽກຮ້ອງ​ເອົາ​ຈາກ​ຜູ້​ນັ້ນ​ຫລາຍ ແລະ ຄົນ​ທີ່​ໄດ້​ຮັບ​ມອບໝາຍ​ໄວ້​ຫລາຍ ກໍ​ຈະ​ຖືກ​ທວງ​ເອົາ​ຈາກ​ຜູ້​ນັ້ນ​ຫລາຍ.


ຫລື ສິບແປດ​ຄົນ​ເຫລົ່ານັ້ນ​ທີ່​ຕາຍ​ເມື່ອ​ຫໍຄອຍ​ສີໂລອາມ​ພັງ​ລົງ​ມາ​ທັບ​ພວກເຂົາ, ພວກເຈົ້າ​ຄິດ​ວ່າ​ພວກເຂົາ​ມີ​ຄວາມຜິດ​ຫລາຍ​ກວ່າ​ຄົນ​ອື່ນໆ​ທີ່​ອາໄສ​ຢູ່​ໃນ​ເຢຣູຊາເລັມ​ບໍ?


ພຣະເຢຊູເຈົ້າ​ຕອບ​ລາວ​ວ່າ, “ຊີໂມນ​ເອີຍ, ເຮົາ​ມີ​ສິ່ງ​ໜຶ່ງ​ຈະ​ບອກ​ເຈົ້າ”. ລາວ​ຕອບ​ວ່າ, “ທ່ານ​ອາຈານ​ເອີຍ, ເຊີນ​ກ່າວ​ມາ​ເລີຍ”.


ເຫດສະນັ້ນ ເຮົາ​ຈຶ່ງ​ບອກ​ເຈົ້າ​ວ່າ, ຄວາມບາບ​ທັງຫລາຍ​ຂອງ​ນາງ​ໄດ້​ຮັບ​ການ​ອະໄພ​ແລ້ວ​ຕາມ​ທີ່​ໄດ້​ເຫັນ​ຈາກ​ຄວາມຮັກ​ອັນ​ຫລວງຫລາຍ​ຂອງ​ນາງ ແຕ່​ຜູ້​ທີ່​ໄດ້​ຮັບ​ການ​ອະໄພ​ໜ້ອຍ​ກໍ​ຮັກ​ໜ້ອຍ”.


ເພາະວ່າ​ທຸກຄົນ​ໄດ້​ເຮັດ​ບາບ ແລະ ຂາດ​ຈາກ​ສະຫງ່າລາສີ​ຂອງ​ພຣະເຈົ້າ,


ກົດບັນຍັດ​ຖືກ​ນຳ​ເຂົ້າ​ມາ​ກໍ​ເພື່ອ​ໃຫ້​ການລ່ວງລະເມີດ​ປາກົດ​ເພີ່ມ​ຂຶ້ນ. ແຕ່​ບ່ອນໃດ​ມີ​ບາບ​ເພີ່ມ​ຂຶ້ນ, ບ່ອນນັ້ນ​ກໍ​ມີ​ພຣະຄຸນ​ເພີ່ມ​ຂຶ້ນ​ຕື່ມ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka