Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 7:40 - ພຣະຄຳພີລາວສະບັບສະໄໝໃໝ່

40 ພຣະເຢຊູເຈົ້າ​ຕອບ​ລາວ​ວ່າ, “ຊີໂມນ​ເອີຍ, ເຮົາ​ມີ​ສິ່ງ​ໜຶ່ງ​ຈະ​ບອກ​ເຈົ້າ”. ລາວ​ຕອບ​ວ່າ, “ທ່ານ​ອາຈານ​ເອີຍ, ເຊີນ​ກ່າວ​ມາ​ເລີຍ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

40 ແລ້ວ​ພຣະເຢຊູເຈົ້າ ກໍ​ກ່າວ​ແກ່​ຊີໂມນ​ວ່າ, “ຊີໂມນ​ເອີຍ ເຮົາ​ມີ​ສິ່ງ​ໜຶ່ງ ທີ່​ຈະ​ກ່າວ​ກັບ​ເຈົ້າ.” ຊີໂມນ​ຕອບ​ວ່າ, “ເຊີນ​ກ່າວ​ມາ​ເລີຍ ອາຈານ​ເອີຍ.”

Uka jalj uñjjattʼäta Copia luraña




ລູກາ 7:40
16 Jak'a apnaqawi uñst'ayäwi  

ຢູດາ​ກໍ​ເຂົ້າ​ໄປ​ຫາ​ພຣະເຢຊູເຈົ້າ​ທັນທີ ແລະ ເວົ້າ​ວ່າ, “ຂໍ​ຄຳນັບ​ຣັບບີ!” ແລ້ວ​ລາວ​ກໍ​ຈູບ​ພຣະອົງ.


ໃນ​ວັນ​ນັ້ນ ຫລາຍ​ຄົນ​ຈະ​ເວົ້າ​ກັບ​ເຮົາ​ວ່າ, ‘ອົງພຣະຜູ້ເປັນເຈົ້າ, ອົງພຣະຜູ້ເປັນເຈົ້າ, ພວກຂ້ານ້ອຍ​ໄດ້​ປະກາດ​ພຣະຄຳ​ໃນ​ນາມ​ຂອງ​ພຣະອົງ, ໄດ້​ຂັບໄລ່​ຜີມານຮ້າຍ​ອອກ​ໃນ​ນາມ​ຂອງ​ພຣະອົງ ແລະ ໄດ້​ເຮັດ​ການ​ອັດສະຈັນ​ຫລາຍ​ປະການ​ໃນ​ນາມ​ຂອງ​ພຣະອົງ​ບໍ່​ແມ່ນ​ບໍ?’


ມີ​ຜູ້ປົກຄອງ​ຄົນ​ໜຶ່ງ​ຖາມ​ພຣະອົງ​ວ່າ, “ອາຈານ​ຜູ້​ປະເສີດ, ຂ້ານ້ອຍ​ຈະ​ຕ້ອງ​ເຮັດ​ຢ່າງໃດ​ຈຶ່ງ​ຈະ​ໄດ້​ຊີວິດ​ນິລັນດອນ​ເປັນ​ມໍລະດົກ?”


ພຣະເຢຊູເຈົ້າ​ຮູ້​ວ່າ​ພວກເຂົາ​ຄິດ​ສິ່ງ​ໃດ​ຢູ່ ແລະ ຈຶ່ງ​ຖາມ​ພວກເຂົາ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຄິດ​ໃນ​ໃຈ​ຢ່າງ​ນັ້ນ?


ພຣະເຢຊູເຈົ້າ​ຕອບ​ພວກເຂົາ​ວ່າ, “ຄົນ​ສຸຂະພາບດີ​ບໍ່​ຕ້ອງການ​ໝໍ ແຕ່​ຄົນເຈັບ​ຕ້ອງການ​ໝໍ.


ແຕ່​ພຣະເຢຊູເຈົ້າ​ຮູ້​ວ່າ​ພວກເຂົາ​ກຳລັງ​ຄິດ​ສິ່ງ​ໃດ​ຢູ່ ຈຶ່ງ​ກ່າວ​ກັບ​ຊາຍ​ມື​ລີບ​ວ່າ, “ຈົ່ງ​ລຸກຂຶ້ນ ແລະ ຢືນ​ຕໍ່ໜ້າ​ທຸກຄົນ”. ດັ່ງນັ້ນ​ລາວ​ຈຶ່ງ​ລຸກຂຶ້ນ ແລະ ໄປ​ຢືນ​ຢູ່​ທີ່​ນັ້ນ.


ເມື່ອ​ຄົນ​ຟາຣີຊາຍ​ຜູ້​ທີ່​ເຊີນ​ພຣະເຢຊູເຈົ້າ​ໄດ້​ເຫັນ​ຢ່າງ​ນັ້ນ​ກໍ​ຄິດ​ໃນ​ໃຈ​ວ່າ, “ຖ້າ​ຜູ້​ນີ້​ເປັນ​ຜູ້ທຳນວາຍ​ແທ້ ເພິ່ນ​ຄົງ​ຮູ້​ວ່າ​ຜູ້​ທີ່​ມາ​ແຕະຕ້ອງ​ເພິ່ນ​ນັ້ນ​ເປັນ​ຜູ້ໃດ ແລະ ເປັນ​ຍິງ​ປະເພດ​ໃດ ນາງ​ເປັນ​ຄົນບາບ”.


ພຣະອົງ​ກ່າວ​ວ່າ, “ມີ​ຊາຍ​ສອງ​ຄົນ​ທີ່​ເປັນໜີ້​ເງິນ​ຂອງ​ເຈົ້າໜີ້​ຄົນ​ໜຶ່ງ, ຄົນ​ໜຶ່ງ​ເປັນໜີ້​ເງິນ​ຢູ່​ຫ້າຮ້ອຍ​ຫລຽນ​ເດນາຣິອົນ ແລະ ອີກ​ຄົນ​ໜຶ່ງ​ເປັນໜີ້​ເງິນ​ຢູ່​ຫ້າສິບ​ຫລຽນ.


ພວກເຈົ້າ​ເອີ້ນ​ເຮົາ​ວ່າ ‘ອາຈານ’ ແລະ ‘ອົງພຣະຜູ້ເປັນເຈົ້າ’ ເຊິ່ງ​ຖືກຕ້ອງ​ແລ້ວ, ເພາະ​ນັ້ນ​ຄື​ສິ່ງ​ທີ່​ເຮົາ​ເປັນ.


ພຣະເຢຊູເຈົ້າ​ເຫັນ​ວ່າ​ພວກເພິ່ນ​ຢາກ​ຖາມ​ພຣະອົງ​ກ່ຽວກັບ​ເລື່ອງ​ນີ້, ດັ່ງນັ້ນ​ພຣະອົງ​ຈຶ່ງກ່າວ​ກັບ​ພວກເພິ່ນ​ວ່າ, “ພວກເຈົ້າ​ກຳລັງ​ຖາມ​ກັນ​ໃນ​ເລື່ອງ​ທີ່​ເຮົາ​ໄດ້​ກ່າວ​ນັ້ນ​ວ່າ​ເຮົາ​ໝາຍຄວາມ​ວ່າ​ຢ່າງໃດ​ທີ່​ກ່າວ​ວ່າ, ‘ອີກ​ບໍ່​ດົນ​ພວກເຈົ້າ​ຈະ​ບໍ່​ເຫັນ​ເຮົາ ແລະ ຫລັງຈາກ​ນັ້ນ​ອີກ​ບໍ​ດົນ​ພວກເຈົ້າ​ກໍ​ຈະ​ເຫັນ​ເຮົາ’ ແມ່ນ​ບໍ?


ດຽວນີ້​ພວກຂ້ານ້ອຍ​ຮູ້​ແລ້ວ​ວ່າ​ພຣະອົງ​ຮູ້ຈັກ​ທຸກສິ່ງ ແລະ ພຣະອົງ​ບໍ່​ຈຳເປັນ​ຕ້ອງ​ໃຫ້​ຜູ້ໃດ​ມາ​ຖາມ​ພຣະອົງ. ສິ່ງ​ນີ້​ເຮັດ​ໃຫ້​ພວກຂ້ານ້ອຍ​ທັງຫລາຍ​ເຊື່ອ​ວ່າ​ພຣະອົງມາ​ຈາກ​ພຣະເຈົ້າ”.


ລາວ​ໄດ້​ມາຫາ​ພຣະເຢຊູເຈົ້າ​ໃນ​ເວລາ​ກາງຄືນ ແລະ ເວົ້າ​ວ່າ, “ຣັບບີ ພວກເຮົາ​ຮູ້​ຢູ່​ວ່າ​ທ່ານ​ເປັນ​ຄູສອນ​ຜູ້​ມາ​ຈາກ​ພຣະເຈົ້າ. ເພາະ​ບໍ່​ມີ​ຜູ້ໃດ​ສາມາດ​ສະແດງ​ໝາຍສຳຄັນ​ທີ່​ທ່ານ​ເຮັດ​ຢູ່​ນັ້ນ ຖ້າ​ພຣະເຈົ້າ​ບໍ່​ໄດ້​ສະຖິດ​ຢູ່​ນໍາ​ຜູ້​ນັ້ນ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka