Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 7:39 - ພຣະຄຳພີລາວສະບັບສະໄໝໃໝ່

39 ເມື່ອ​ຄົນ​ຟາຣີຊາຍ​ຜູ້​ທີ່​ເຊີນ​ພຣະເຢຊູເຈົ້າ​ໄດ້​ເຫັນ​ຢ່າງ​ນັ້ນ​ກໍ​ຄິດ​ໃນ​ໃຈ​ວ່າ, “ຖ້າ​ຜູ້​ນີ້​ເປັນ​ຜູ້ທຳນວາຍ​ແທ້ ເພິ່ນ​ຄົງ​ຮູ້​ວ່າ​ຜູ້​ທີ່​ມາ​ແຕະຕ້ອງ​ເພິ່ນ​ນັ້ນ​ເປັນ​ຜູ້ໃດ ແລະ ເປັນ​ຍິງ​ປະເພດ​ໃດ ນາງ​ເປັນ​ຄົນບາບ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

39 ເມື່ອ​ຄົນ​ຟາຣີຊາຍ ຜູ້​ທີ່​ເຊີນ​ພຣະອົງ​ມາ​ເຫັນ​ດັ່ງນີ້ ລາວ​ກໍ​ຄິດ​ໃນ​ໃຈ​ວ່າ, “ຖ້າ​ຜູ້​ນີ້ ແມ່ນ​ຜູ້ທຳນວາຍ​ແທ້ ເພິ່ນ​ຄົງ​ຮູ້​ວ່າ ຍິງ​ທີ່​ກຳລັງ​ແຕະຕ້ອງ​ຕົນ​ນັ້ນ ເປັນ​ຜູ້ໃດ ເພິ່ນ​ຄົງ​ຮູ້​ວ່າ ນາງ​ເປັນ​ຄົນຊົ່ວ.”

Uka jalj uñjjattʼäta Copia luraña




ລູກາ 7:39
25 Jak'a apnaqawi uñst'ayäwi  

“ດັ່ງນັ້ນ ຄົນ​ທີ່​ເປັນ​ຜູ້ປາຍ​ຈະ​ກັບ​ເປັນ​ຜູ້ຕົ້ນ ແລະ ຄົນ​ທີ່​ເປັນ​ຜູ້ຕົ້ນ​ຈະ​ກັບ​ເປັນ​ຜູ້ປາຍ”.


ປະຊາຊົນ​ຕອບ​ວ່າ, “ຄົນ​ນີ້​ແມ່ນ​ພຣະເຢຊູເຈົ້າ​ຜູ້ທຳນວາຍ​ທີ່​ມາ​ຈາກ​ເມືອງ​ນາຊາເຣັດ​ແຂວງ​ຄາລີເລ”.


ເພາະ​ທີ່​ອອກ​ມາ​ຈາກ​ພາຍໃນ, ອອກມາ​ຈາກ​ຈິດໃຈ​ຂອງ​ມະນຸດ​ຄື: ຄວາມຄິດຊົ່ວ, ການ​ຜິດສິນທຳທາງເພດ, ການລັກ, ການຂ້າຄົນ,


ລາວ​ຈຶ່ງ​ຄິດ​ໃນ​ໃຈ​ວ່າ, ‘ເຮົາ​ຈະ​ເຮັດ​ແນວໃດ​ດີ? ເຮົາ​ບໍ່​ມີ​ບ່ອນ​ທີ່​ຈະ​ເກັບ​ຜົນລະປູກ​ທັງໝົດ​ນີ້​ໄວ້’.


ແຕ່​ພວກ​ຟາຣີຊາຍ ແລະ ພວກ​ຄູສອນກົດບັນຍັດ​ໄດ້​ຈົ່ມ​ວ່າ, “ຊາຍ​ຄົນ​ນີ້​ໄດ້​ຕ້ອນຮັບ​ພວກ​ຄົນບາບ ແລະ ຮ່ວມ​ກິນ​ອາຫານ​ກັບ​ພວກເຂົາ”.


“ຜູ້ຈັດການ​ຄົນ​ນັ້ນ​ຄິດ​ໃນ​ໃຈ​ວ່າ, ‘ຈະ​ເຮັດ​ແນວໃດ​ດີ? ນາຍ​ກຳລັງ​ຈະ​ປົດ​ເຮົາ​ອອກ​ຈາກ​ວຽກ. ເຮົາ​ກໍ​ບໍ່​ມີ​ແຮງ​ຈະ​ຂຸດ​ດິນ ແລະ ຈະ​ໄປ​ຂໍທານ​ກໍ​ອາຍ.


“ເປັນ​ເວລາ​ດົນນານ​ແລ້ວ​ທີ່​ຜູ້​ພິພາກສາ​ຄົນ​ນີ້​ໄດ້​ປະຕິເສດ. ແຕ່​ໃນ​ທີ່ສຸດ ເພິ່ນ​ກໍ​ຄິດ​ໃນ​ໃຈ​ວ່າ, ‘ເຖິງ​ແມ່ນ​ວ່າ​ເຮົາ​ບໍ່​ຢຳເກງ​ພຣະເຈົ້າ ຫລື ບໍ່​ສົນໃຈ​ສິ່ງ​ທີ່​ມະນຸດ​ຄິດ,


ຈົ່ງ​ເກີດຜົນ​ໃຫ້​ສົມ​ກັບ​ການ​ຖິ້ມໃຈເກົ່າເອົາໃຈໃໝ່ ແລະ ຢ່າ​ຄິດ​ວ່າ, ‘ພວກເຮົາ​ມີ​ອັບຣາຮາມ​ເປັນ​ບັນພະບຸລຸດ​ຂອງ​ພວກເຮົາ’. ເພາະ​ເຮົາ​ບອກ​ພວກເຈົ້າ​ວ່າ​ພຣະເຈົ້າ​ສາມາດ​ເຮັດ​ໃຫ້​ລູກຫລານ​ຂອງ​ອັບຣາຮາມ​ເກີດ​ຈາກ​ກ້ອນຫີນ​ເຫລົ່ານີ້​ກໍ​ໄດ້.


ຄົນ​ທັງຫລາຍ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ຢ້ານກົວ ແລະ ສັນລະເສີນ​ພຣະເຈົ້າ. ພວກເຂົາ​ເວົ້າ​ວ່າ, “ຜູ້ທຳນວາຍ​ຍິ່ງໃຫຍ່​ຜູ້​ໜຶ່ງ​ໄດ້​ມາ​ປາກົດ​ໃນ​ທ່າມກາງ​ພວກເຮົາ​ແລ້ວ. ພຣະເຈົ້າ​ໄດ້​ມາ​ຊ່ວຍ​ປະຊາຊົນ​ຂອງ​ພຣະອົງ​ແລ້ວ”.


ມີ​ຍິງ​ຄົນ​ໜຶ່ງ​ໃນ​ເມືອງ​ນັ້ນ​ທີ່​ໄດ້​ດຳເນີນຊີວິດ​ຢູ່​ໃນ​ຄວາມບາບ ເມື່ອ​ໄດ້​ຍິນ​ວ່າ​ພຣະເຢຊູເຈົ້າ​ກຳລັງ​ຮັບປະທານ​ອາຫານ​ຢູ່​ທີ່​ເຮືອນ​ຂອງ​ຟາຣີຊາຍ​ຄົນ​ນັ້ນ, ນາງ​ຈຶ່ງ​ໄດ້​ໄປ​ທີ່​ນັ້ນ​ພ້ອມດ້ວຍ​ເຕົ້າຫີນຂາວ​ທີ່​ບັນຈຸ​ນ້ຳຫອມ.


ໃນ​ຂະນະ​ທີ່​ນາງ​ຢືນ​ຢູ່​ທາງຫລັງ​ໃກ້​ຕີນ​ຂອງ​ພຣະອົງ​ຮ້ອງໄຫ້, ນາງ​ກໍ​ເລີ່ມ​ເຮັດ​ໃຫ້​ຕີນ​ຂອງ​ພຣະອົງ​ປຽກ​ດ້ວຍ​ນໍ້າຕາ​ຂອງ​ນາງ, ແລ້ວ​ນາງ​ກໍ​ເຊັດ​ຕີນ​ຂອງ​ພຣະອົງ​ດ້ວຍ​ຜົມ​ຂອງ​ຕົນ, ທັງ​ຈູບ ແລະ ຖອກ​ນ້ຳຫອມ​ຫົດ​ຕີນ​ຂອງ​ພຣະອົງ.


ພຣະເຢຊູເຈົ້າ​ຕອບ​ລາວ​ວ່າ, “ຊີໂມນ​ເອີຍ, ເຮົາ​ມີ​ສິ່ງ​ໜຶ່ງ​ຈະ​ບອກ​ເຈົ້າ”. ລາວ​ຕອບ​ວ່າ, “ທ່ານ​ອາຈານ​ເອີຍ, ເຊີນ​ກ່າວ​ມາ​ເລີຍ”.


ນາງ​ເວົ້າ​ຕໍ່​ພຣະອົງ​ວ່າ, “ນາຍ​ເອີຍ ຂ້ານ້ອຍ​ເຫັນ​ຄັກ​ແລ້ວ​ວ່າ​ທ່ານ​ເປັນ​ຜູ້ທຳນວາຍ.


ຢູ່​ທ່າມກາງ​ປະຊາຊົນ​ນັ້ນ​ຕ່າງ​ກໍ​ມີ​ສຽງກະຊິບ​ກ່ຽວກັບ​ພຣະອົງ​ກະຈາຍ​ໄປ. ບາງຄົນ​ກໍ​ເວົ້າ​ວ່າ, “ລາວ​ເປັນ​ຄົນ​ດີ”. ສ່ວນ​ຄົນ​ອື່ນ​ກໍ​ເວົ້າ​ວ່າ, “ບໍ່​ແມ່ນ, ລາວ​ຫລອກລວງ​ປະຊາຊົນ”.


ພວກເຂົາ​ຈຶ່ງ​ເອີ້ນ​ເອົາ​ຄົນ​ທີ່​ເຄີຍ​ຕາບອດ​ມາ​ພົບ​ເປັນ​ເທື່ອ​ທີສອງ ແລະ ເວົ້າ​ວ່າ, “ຈົ່ງ​ຖວາຍ​ກຽດ​ແກ່​ພຣະເຈົ້າ​ດ້ວຍ​ການເວົ້າ​ຄວາມຈິງ. ພວກເຮົາ​ຮູ້​ວ່າ​ຄົນ​ນັ້ນ​ເປັນ​ຄົນບາບ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka