Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 7:30 - ພຣະຄຳພີລາວສະບັບສະໄໝໃໝ່

30 ແຕ່​ພວກ​ຟາຣີຊາຍ ແລະ ພວກ​ຜູ້ຊຳນານ​ດ້ານ​ກົດບັນຍັດ​ບໍ່​ຍອມຮັບ​ເຈດຕະນາ​ຂອງ​ພຣະເຈົ້າ​ທີ່​ມີ​ຕໍ່​ພວກເຂົາ, ເພາະ​ພວກເຂົາ​ບໍ່​ໄດ້​ບັບຕິສະມາ​ຈາກ​ໂຢຮັນ.)

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

30 ແຕ່​ພວກ​ຟາຣີຊາຍ​ແລະ​ພວກ​ທຳມະຈານ ໄດ້​ຂັດຂວາງ​ພຣະ​ປະສົງ​ຂອງ​ພຣະເຈົ້າ ທີ່​ມີ​ສຳລັບ​ພວກເຂົາ ໂດຍ​ທີ່​ພວກເຂົາ​ບໍ່ໄດ້​ຮັບ​ບັບຕິສະມາ​ຈາກ​ໂຢຮັນ.)

Uka jalj uñjjattʼäta Copia luraña




ລູກາ 7:30
11 Jak'a apnaqawi uñst'ayäwi  

ຄົນ​ໜຶ່ງ​ໃນ​ພວກເຂົາ​ທີ່​ເປັນ​ຜູ້ຊຳນານ​ດ້ານ​ກົດບັນຍັດ​ກໍ​ໄດ້​ທົດລອງ​ພຣະອົງ​ໂດຍ​ຖາມ​ວ່າ:


“ເຢຣູຊາເລັມ ເຢຣູຊາເລັມ​ເອີຍ, ເຈົ້າ​ຜູ້​ຂ້າ​ບັນດາ​ຜູ້ທຳນວາຍ ແລະ ເອົາ​ກ້ອນຫີນ​ແກວ່ງ​ໃສ່​ບັນດາ​ຜູ້​ທີ່​ຖືກ​ໃຊ້​ມາ​ຫາ​ເຈົ້າ. ເຮົາ​ປາຖະໜາ​ຫລາຍ​ເທື່ອ​ແລ້ວ​ທີ່​ຈະ​ຮວບຮວມ​ລູກ​ຂອງ​ເຈົ້າ​ໄວ້ ເໝືອນດັ່ງ​ໄກ່​ແມ່​ທີ່​ຮວບຮວມ​ລູກ​ຂອງ​ມັນ​ໄວ້​ໃຕ້​ປີກ​ຂອງ​ມັນ, ແຕ່​ເຈົ້າ​ບໍ່​ຍິນຍອມ​ເລີຍ!


ແຕ່​ຖ້າ​ພວກເຮົາ​ເວົ້າ​ວ່າ, ‘ມາ​ຈາກ​ມະນຸດ’ ປະຊາຊົນ​ທັງຫລາຍ​ກໍ​ຈະ​ເອົາ​ຫີນ​ແກວ່ງ​ໃສ່​ພວກເຮົາ ເພາະ​ພວກເຂົາ​ຖື​ວ່າ​ໂຢຮັນ​ເປັນ​ຜູ້ທຳນວາຍ”.


ພຣະເຢຊູເຈົ້າ​ກ່າວ​ຕໍ່ໄປ​ວ່າ, “ດັ່ງນັ້ນ ເຮົາ​ຈະ​ປຽບທຽບ​ຄົນ​ໃນ​ສະໄໝ​ນີ້​ຄື​ກັບ​ອັນໃດ​ດີ? ພວກເຂົາ​ເປັນ​ເໝືອນ​ຫຍັງ?


ເພາະ​ຂ້າພະເຈົ້າ​ບໍ່​ໄດ້​ລໍຊ້າ​ທີ່​ຈະ​ປະກາດ​ໃຫ້​ພວກທ່ານ​ທັງຫລາຍ​ຮູ້​ຄວາມ​ປະສົງ​ທຸກຢ່າງ​ຂອງ​ພຣະເຈົ້າ.


ແຕ່​ເພິ່ນ​ກ່າວ​ເຖິງ​ພວກ​ອິດສະຣາເອນ​ວ່າ, “ເຮົາ​ໄດ້​ຍື່ນ​ມື​ຂອງ​ເຮົາ​ອອກ​ໝົດ​ມື້ ໃຫ້​ແກ່​ຊົນຊາດ​ທີ່​ບໍ່​ເຊື່ອຟັງ ແລະ ດື້ດ້ານ”.


ໃນ​ຖານະ​ຜູ້ຮ່ວມງານ​ຂອງ​ພຣະເຈົ້າ ພວກເຮົາ​ຂໍຮ້ອງ​ພວກເຈົ້າ​ທັງຫລາຍ​ວ່າ ຢ່າ​ໃຫ້​ພຣະຄຸນ​ຂອງ​ພຣະເຈົ້າ​ທີ່​ໄດ້​ຮັບ​ນັ້ນ​ເສຍປະໂຫຍດ.


ເຮົາ​ບໍ່​ໄດ້​ປະຖິ້ມ​ພຣະຄຸນ​ຂອງ​ພຣະເຈົ້າ ເພາະ​ຖ້າ​ຄວາມຊອບທຳ​ສາມາດ​ໄດ້​ມາ​ໂດຍ​ທາງ​ກົດບັນຍັດ ພຣະຄຣິດເຈົ້າ​ກໍ​ຕາຍ​ໂດຍ​ບໍ່​ມີ​ປະໂຫຍດ!”


ໃນ​ພຣະອົງ​ນັ້ນ ພວກເຮົາ​ກໍ​ໄດ້​ຮັບ​ການ​ເລືອກ​ເໝືອນກັນ, ຖືກ​ກຳນົດ​ໄວ້​ລ່ວງໜ້າ​ຕາມ​ແຜນການ​ຂອງ​ພຣະອົງ​ຜູ້​ເຮັດ​ໃຫ້​ທຸກສິ່ງ​ເປັນ​ໄປ​ຕາມ​ຈຸດມຸ່ງໝາຍ​ຂອງ​ຄວາມ​ປະສົງ​ຂອງ​ພຣະອົງ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka