Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 7:24 - ພຣະຄຳພີລາວສະບັບສະໄໝໃໝ່

24 ຫລັງຈາກ​ຄົນ​ທີ່​ໂຢຮັນ​ໄດ້​ໃຊ້​ມາ​ນັ້ນ​ກັບ​ໄປ​ແລ້ວ ພຣະເຢຊູເຈົ້າ​ຈຶ່ງ​ເລີ່ມ​ກ່າວ​ກັບ​ປະຊາຊົນ​ກ່ຽວກັບ​ໂຢຮັນ​ວ່າ: “ພວກເຈົ້າ​ທັງຫລາຍ​ອອກ​ໄປ​ຖິ່ນແຫ້ງແລ້ງກັນດານ​ເພື່ອ​ຢາກ​ເບິ່ງ​ຫຍັງ? ຢາກ​ເບິ່ງ​ຕົ້ນອໍ້​ໄຫວ​ໄປ​ມາ​ຕາມ​ລົມ​ພັດ​ບໍ?

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

24 ຫລັງຈາກ​ຄົນ​ທີ່​ໂຢຮັນ​ໄດ້​ໃຊ້​ມາ​ນັ້ນ ໄດ້​ກັບ​ໄປ​ແລ້ວ ພຣະເຢຊູເຈົ້າ​ກໍ​ເລີ່ມ​ກ່າວ​ແກ່​ປະຊາຊົນ ເຖິງ​ເລື່ອງ​ຂອງ​ໂຢຮັນ​ວ່າ, “ເມື່ອ​ເຈົ້າ​ທັງຫລາຍ​ໄດ້​ອອກ​ໄປ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ນັ້ນ ເພື່ອ​ຢາກ​ເບິ່ງ​ຫຍັງ? ຢາກ​ເບິ່ງ​ຕົ້ນອໍ້​ໄຫວ​ໂນ້ມ​ໄປມາ​ຕາມ​ກະແສ​ລົມ​ພັດ​ບໍ?

Uka jalj uñjjattʼäta Copia luraña




ລູກາ 7:24
14 Jak'a apnaqawi uñst'ayäwi  

ແລ້ວ​ເດັກນ້ອຍ​ຄົນ​ນັ້ນ​ກໍ​ເຕີບໃຫຍ່​ຂຶ້ນ ແລະ ຝ່າຍ​ວິນຍານ​ກໍ​ເຂັ້ມແຂງ, ເພິ່ນ​ໄດ້​ອາໄສ​ຢູ່​ໃນ​ຖິ່ນແຫ້ງແລ້ງກັນດານ​ຈົນ​ເຖິງ​ວັນ​ທີ່​ຈະ​ໄດ້​ມາ​ປາກົດ​ແກ່​ປະຊາຊົນ​ອິດສະຣາເອນ.


ໃນ​ສະໄໝ​ທີ່​ອັນນາ ແລະ ກາຢະຟາ​ເປັນ​ມະຫາ​ປະໂລຫິດ, ພຣະຄຳ​ຂອງ​ພຣະເຈົ້າ​ກໍ​ໄດ້​ມາ​ເຖິງ​ໂຢຮັນ​ລູກຊາຍ​ຂອງ​ເຊກາຣີຢາ​ໃນ​ຖິ່ນແຫ້ງແລ້ງກັນດານ.


ພຣະພອນ​ມີ​ແກ່​ຄົນ​ທີ່​ບໍ່​ສະດຸດ​ກ່ຽວກັບ​ເລື່ອງ​ຂອງ​ເຮົາ”.


ຖ້າ​ບໍ່​ແມ່ນ, ພວກເຈົ້າ​ອອກ​ໄປ​ເບິ່ງ​ຫຍັງ? ເບິ່ງ​ຄົນ​ນຸ່ງເຄື່ອງ​ທີ່​ລະອຽດ​ຈົບງາມ​ບໍ? ບໍ່​ແມ່ນ, ບັນດາ​ຄົນ​ທີ່​ນຸ່ງເຄື່ອງ​ລາຄາ​ແພງ ແລະ ຢູ່​ກິນ​ດ້ວຍ​ຂອງ​ປານີດ​ນັ້ນ​ກໍ​ຢູ່​ໃນ​ວັງ.


ໂຢຮັນ​ຈຶ່ງ​ຕອບ​ຕາມ​ທີ່​ເອຊາຢາ​ຜູ້ທຳນວາຍ​ໄດ້​ກ່າວ​ໄວ້​ວ່າ, “ເຮົາ​ເປັນ​ສຽງ​ຂອງ​ຜູ້​ຮ້ອງ​ໃນ​ຖິ່ນແຫ້ງແລ້ງກັນດານ​ວ່າ, ‘ຈົ່ງ​ເຮັດ​ຫົນທາງ​ສຳລັບ​ອົງພຣະຜູ້ເປັນເຈົ້າ​ໃຫ້​ຊື່​ໄປ’”.


ແລ້ວ​ພວກເຮົາ​ຈະ​ບໍ່​ໄດ້​ເປັນ​ເດັກນ້ອຍ​ອີກ​ຕໍ່ໄປ, ເຊິ່ງ​ຖືກ​ຄື້ນ​ຊັດ​ໄປ​ມາ ແລະ ຖືກ​ພັດ​ໄປ​ທາງ​ນີ້​ທາງ​ນັ້ນ​ດ້ວຍ​ລົມປາກ​ແຫ່ງ​ຄຳສອນ ແລະ ດ້ວຍ​ກົນອຸບາຍ​ກັບ​ເລ່ລ່ຽມ​ຂອງ​ມະນຸດ​ໃນ​ແຜນການ​ຫລອກລວງ​ຂອງ​ພວກເຂົາ.


ຄົນ​ເຫລົ່ານີ້​ເປັນ​ນໍ້າພຸ​ທີ່​ບໍ່​ມີ​ນ້ຳ ແລະ ເປັນ​ໝອກ​ທີ່​ຖືກ​ພະຍຸ​ພັດ​ໄປ. ຄວາມມືດ​ທີ່ສຸດ​ກໍ​ສະຫງວນ​ໄວ້​ສຳລັບ​ພວກເຂົາ.


ເຫດສະນັ້ນ ເພື່ອນ​ທີ່ຮັກ​ທັງຫລາຍ​ເອີຍ, ໃນ​ເມື່ອ​ພວກເຈົ້າ​ໄດ້​ຮັບ​ການເຕືອນ​ລ່ວງໜ້າ​ຢ່າງ​ນີ້​ແລ້ວ ກໍ​ຈົ່ງ​ລະມັດລະວັງ​ເພື່ອ​ພວກເຈົ້າ​ຈະ​ບໍ່​ຖືກ​ຊັກຈູງ​ໃຫ້​ຫລົງຜິດ​ໄປ​ຕາມ​ຄົນ​ຂາດສິນທຳ ແລະ ບໍ່​ຕົກ​ຈາກ​ບ່ອນ​ອັນ​ໝັ້ນຄົງ​ຂອງ​ພວກເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka