23 ພຣະພອນມີແກ່ຄົນທີ່ບໍ່ສະດຸດກ່ຽວກັບເລື່ອງຂອງເຮົາ”.
23 ບຸກຄົນໃດທີ່ບໍ່ສະດຸດສົງໄສໃນເຮົາ ຜູ້ນັ້ນກໍເປັນສຸກ.”
ຜູ້ໃດທີ່ບໍ່ສະດຸດກ່ຽວກັບເລື່ອງຂອງເຮົາກໍເປັນສຸກ”.
ຫລັງຈາກນັ້ນ ຊີເມໂອນໄດ້ອວຍພອນພວກເພິ່ນ ແລະ ກ່າວກັບນາງມາຣີແມ່ຂອງເດັກນ້ອຍນັ້ນວ່າ, “ເດັກນ້ອຍຄົນນີ້ຖືກກຳນົດໄວ້ເພື່ອເຮັດໃຫ້ຄົນອິດສະຣາເອນລົ້ມລົງ ແລະ ລຸກຂຶ້ນ, ແລະ ຖືກກຳນົດໄວ້ໃຫ້ເປັນໝາຍສຳຄັນທີ່ຈະຖືກເວົ້າຕໍ່ຕ້ານ,
ດັ່ງນັ້ນ ພຣະອົງຈຶ່ງກ່າວກັບສອງຄົນນັ້ນວ່າ, “ຈົ່ງກັບໄປລາຍງານຕໍ່ໂຢຮັນຕາມສິ່ງທີ່ພວກເຈົ້າໄດ້ເຫັນ ແລະ ໄດ້ຍິນຄື: ຄົນຕາບອດເບິ່ງເຫັນໄດ້, ຄົນເປ້ຍຍ່າງໄດ້, ຄົນຂີ້ທູດກໍໄດ້ຖືກຊຳລະໃຫ້ສະອາດ, ຄົນຫູໜວກກໍໄດ້ຍິນ, ຄົນຕາຍແລ້ວກໍເປັນຄືນມາ ແລະ ຂ່າວປະເສີດໄດ້ປະກາດແກ່ຄົນຍາກຈົນ.
ຫລັງຈາກຄົນທີ່ໂຢຮັນໄດ້ໃຊ້ມານັ້ນກັບໄປແລ້ວ ພຣະເຢຊູເຈົ້າຈຶ່ງເລີ່ມກ່າວກັບປະຊາຊົນກ່ຽວກັບໂຢຮັນວ່າ: “ພວກເຈົ້າທັງຫລາຍອອກໄປຖິ່ນແຫ້ງແລ້ງກັນດານເພື່ອຢາກເບິ່ງຫຍັງ? ຢາກເບິ່ງຕົ້ນອໍ້ໄຫວໄປມາຕາມລົມພັດບໍ?
ຄົນທີ່ບໍ່ມີພຣະວິນຍານ ກໍບໍ່ສາມາດຍອມຮັບສິ່ງທີ່ມາຈາກພຣະວິນຍານຂອງພຣະເຈົ້າໄດ້ ແຕ່ພວກເຂົາຖືວ່າສິ່ງເຫລົ່ານີ້ເປັນເລື່ອງໂງ່ ແລະ ພວກເຂົາບໍ່ສາມາດເຂົ້າໃຈສິ່ງເຫລົ່ານັ້ນ ເພາະວ່າຕ້ອງອາໄສການໄຈ້ແຍກຝ່າຍຈິດວິນຍານຈຶ່ງຈະເຂົ້າໃຈສິ່ງເຫລົ່ານັ້ນໄດ້.