Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 7:12 - ພຣະຄຳພີລາວສະບັບສະໄໝໃໝ່

12 ເມື່ອ​ພຣະອົງ​ມາ​ເກືອບ​ຮອດ​ປະຕູ​ເມືອງ, ກໍ​ມີ​ຄົນ​ຫາມ​ສົບ​ຊາຍ​ໜຸ່ມ​ຄົນ​ໜຶ່ງ​ອອກ​ມາ ລາວ​ເປັນ​ລູກຊາຍ​ຄົນ​ດຽວ​ຂອງ​ຍິງ​ຄົນ​ໜຶ່ງ​ທີ່​ເປັນ​ແມ່ໝ້າຍ. ແລະ ປະຊາຊົນ​ຈຳນວນ​ຫລວງຫລາຍ​ກໍ​ມາ​ຈາກ​ເມືອງ​ພ້ອມ​ກັບ​ຍິງ​ນັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

12 ພໍ​ພຣະອົງ​ມາ​ໃກ້​ປະຕູ​ເມືອງ ກໍ​ມີ​ຄົນ​ຫາມ​ຊາກສົບ​ຂອງ​ຊາຍໜຸ່ມ​ຄົນ​ໜຶ່ງ​ອອກ​ມາ ຄົນ​ທີ່​ຕາຍ​ນີ້ ເປັນ​ລູກຊາຍ​ຄົນ​ດຽວ​ຂອງ​ຍິງ​ຄົນ​ໜຶ່ງ​ທີ່​ເປັນ​ໝ້າຍ ມີ​ຊາວ​ເມືອງ​ຫລາຍ​ຄົນ​ອອກ​ມາ​ນຳ​ນາງ.

Uka jalj uñjjattʼäta Copia luraña




ລູກາ 7:12
20 Jak'a apnaqawi uñst'ayäwi  

ຫລັງຈາກ​ນັ້ນ​ບໍ່​ດົນ, ພຣະເຢຊູເຈົ້າ​ໄດ້​ໄປ​ໃນ​ເມືອງ​ໜຶ່ງ​ຊື່​ວ່າ​ນາອິນ, ພວກສາວົກ ແລະ ປະຊາຊົນ​ຈຳນວນ​ຫລວງຫລາຍ​ໄດ້​ຕິດຕາມ​ພຣະອົງ​ໄປ.


ເມື່ອ​ອົງພຣະຜູ້ເປັນເຈົ້າ​ໄດ້​ເຫັນ​ຍິງ​ນັ້ນ, ພຣະອົງ​ກໍ​ສົງສານ​ນາງ​ຫລາຍ ແລະ ກ່າວ​ວ່າ, “ຢ່າ​ຮ້ອງໄຫ້​ເລີຍ”.


ເພາະ​ລູກສາວ​ຄົນ​ດຽວ​ຂອງ​ລາວ​ອາຍຸ​ປະມານ​ສິບສອງ​ປີ ກຳລັງ​ໃກ້​ຈະ​ຕາຍ. ຂະນະ​ທີ່​ພຣະເຢຊູເຈົ້າ​ກຳລັງ​ເດີນທາງ​ໄປ​ນັ້ນ ກໍ​ມີ​ປະຊາຊົນ​ມາ​ບຸບຽດ​ພຣະອົງ​ໄປ​ຢ່າງ​ໜາແໜ້ນ​ຫລາຍ.


ໃນ​ເວລາ​ດຽວກັນ​ນັ້ນ ຄົນ​ທັງຫລາຍ​ກໍ​ກຳລັງ​ຮ້ອງໄຫ້ ແລະ ໄວ້ທຸກ​ໃຫ້​ແກ່​ນາງ​ຢູ່​ນັ້ນ, ພຣະເຢຊູເຈົ້າ​ກ່າວ​ວ່າ, “ຢຸດ​ຮ້ອງໄຫ້​ສາ, ລາວ​ຍັງ​ບໍ່​ຕາຍ​ພຽງ​ແຕ່​ນອນຫລັບ​ຢູ່”.


ຊາວ​ຢິວ​ຫລາຍ​ຄົນ​ໄດ້​ມາ​ຫາ​ມາທາ ແລະ ມາຣີ​ເພື່ອ​ເລົ້າໂລມໃຈ​ພວກເຂົາ​ທີ່​ໄດ້​ສູນເສຍ​ນ້ອງຊາຍ.


ເປໂຕ​ຈຶ່ງ​ໄປ​ກັບ​ພວກເຂົາ ແລະ ເມື່ອ​ເພິ່ນ​ມາ​ຮອດ​ແລ້ວ​ພວກເຂົາ​ກໍ​ພາ​ເປໂຕ​ຂຶ້ນ​ໄປ​ຍັງ​ຫ້ອງ​ຊັ້ນເທິງ. ມີ​ບັນດາ​ແມ່ໝ້າຍ​ມາ​ຢືນ​ອ້ອມ​ເປໂຕ, ຮ້ອງໄຫ້ ແລະ ຊີ້​ໃຫ້​ເພິ່ນ​ເບິ່ງ​ເຄື່ອງນຸ່ງ​ຕ່າງໆ​ທີ່​ໂດຣະກາ​ໄດ້​ເຮັດ​ໃຫ້​ເມື່ອ​ນາງ​ຍັງ​ມີຊີວິດ​ຢູ່​ກັບ​ພວກເຂົາ.


ເພິ່ນ​ຈຶ່ງ​ຈັບ​ມື​ນາງ​ໃຫ້​ຢືນ​ຂຶ້ນ​ແລ້ວ​ເອີ້ນ​ຜູ້ທີ່ເຊື່ອ​ທຸກຄົນ, ໂດຍສະເພາະ​ພວກ​ແມ່ໝ້າຍ​ນັ້ນ​ມາ ແລະ ເພິ່ນ​ໄດ້​ມອບ​ນາງ​ທີ່​ຄືນ​ມາ​ນັ້ນ​ໃຫ້​ແກ່​ພວກເຂົາ.


ສາສະໜາ​ທີ່​ພຣະເຈົ້າ​ພຣະບິດາ​ຂອງ​ພວກເຮົາ​ຍອມຮັບ​ວ່າ​ບໍລິສຸດ ແລະ ບໍ່​ມີ​ຂໍ້ບົກພ່ອງ​ຄື: ການເບິ່ງແຍງ​ບັນດາ​ເດັກກ່ຳພ້າ ແລະ ແມ່ໝ້າຍ​ທີ່​ທຸກຍາກ​ຂອງ ແລະ ໃນ​ການຮັກສາ​ຕົນເອງ​ໃຫ້​ພົ້ນ​ຈາກ​ມົນທິນ​ຂອງ​ໂລກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka