Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 6:42 - ພຣະຄຳພີລາວສະບັບສະໄໝໃໝ່

42 ດ້ວຍ​ເຫດ​ໃດ ເຈົ້າ​ຈຶ່ງ​ເວົ້າ​ຕໍ່​ພີ່ນ້ອງ​ຂອງ​ເຈົ້າ​ວ່າ, ‘ພີ່ນ້ອງ, ຈົ່ງ​ໃຫ້​ຂ້ອຍ​ເຂ່ຍ​ເອົາ​ຂີ້ເຫຍື້ອ​ອອກ​ຈາກ​ຕາ​ຂອງ​ເຈົ້າ’ ໃນ​ເມື່ອ​ໂຕ​ເຈົ້າ​ເອງ​ກໍ​ຍັງ​ບໍ່​ເຫັນ​ໄມ້​ທັງ​ທ່ອນ​ຢູ່​ໃນ​ຕາ​ຂອງ​ຕົນ? ພວກ​ຄົນ​ໜ້າຊື່ໃຈຄົດ, ຈົ່ງ​ເອົາ​ໄມ້​ທັງ​ທ່ອນ​ອອກ​ຈາກ​ຕາ​ຂອງ​ຕົນ​ເອງ​ກ່ອນ ແລະ ຫລັງ​ຈາກ​ນັ້ນ​ເຈົ້າ​ກໍ​ຈະ​ເຫັນ​ແຈ້ງ​ດີ ຈຶ່ງ​ຈະ​ເຂ່ຍ​ຜົງ​ຂີ້ເລື່ອຍ​ອອກ​ຈາກ​ຕາ​ຂອງ​ພີ່ນ້ອງ​ຂອງ​ເຈົ້າ​ໄດ້.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

42 ດ້ວຍເຫດໃດ​ເຈົ້າ​ຈຶ່ງ​ກ້າ​ເວົ້າ​ຕໍ່​ພີ່ນ້ອງ​ຂອງ​ເຈົ້າ​ວ່າ, ‘ພີ່ນ້ອງ​ເອີຍ, ກະລຸນາ​ໃຫ້​ຂ້ອຍ​ເອົາ​ຂີ້ເຫຍື້ອ​ອອກ​ຈາກ​ຕາ​ຂອງ​ເຈົ້າ​ແດ່’ ໃນ​ເມື່ອ​ໄມ້​ທັງທ່ອນ​ຍັງ​ຢູ່​ໃນ​ຕາ​ຂອງ​ເຈົ້າ​ພັດ​ແນມ​ບໍ່​ເຫັນ? ໂອ ຄົນ​ໜ້າຊື່​ໃຈຄົດ​ເອີຍ ຈົ່ງ​ເອົາ​ທ່ອນ​ໄມ້​ອອກ​ຈາກ​ຕາ​ຂອງ​ເຈົ້າ​ເອງ​ກ່ອນ ແລ້ວ​ເຈົ້າ​ກໍ​ຈະ​ເຫັນ​ແຈ້ງ​ດີ ເພື່ອ​ເຂ່ຍ​ຂີ້ເຫຍື້ອ​ອອກ​ຈາກ​ຕາ​ພີ່ນ້ອງ​ຂອງ​ເຈົ້າ.”

Uka jalj uñjjattʼäta Copia luraña




ລູກາ 6:42
24 Jak'a apnaqawi uñst'ayäwi  

ເປໂຕ​ຈຶ່ງ​ຈື່​ໄດ້​ເຖິງ​ຄຳ​ທີ່​ພຣະເຢຊູເຈົ້າ​ໄດ້​ກ່າວ​ໄວ້​ວ່າ, “ກ່ອນ​ໄກ່​ຂັນ​ເຈົ້າ​ຈະ​ປະຕິເສດ​ວ່າ​ບໍ່​ຮູ້ຈັກ​ເຮົາ​ເຖິງ​ສາມ​ເທື່ອ”. ແລ້ວ​ເພິ່ນ​ຈຶ່ງ​ອອກ​ໄປ​ທາງ​ນອກ ແລະ ຮ້ອງໄຫ້​ຢ່າງ​ຂົມຂື່ນ.


“ເປັນຫຍັງ​ເຈົ້າ​ຈຶ່ງ​ແນມເບິ່ງ​ຜົງ​ຂີ້ເລື່ອຍ​ທີ່​ຢູ່​ໃນ​ຕາ​ຂອງ​ພີ່ນ້ອງ​ຂອງ​ເຈົ້າ ແລະ ໄມ້​ທັງ​ທ່ອນ​ທີ່​ຢູ່​ໃນ​ຕາ​ຂອງ​ເຈົ້າ​ເອງ​ພັດ​ແນມເບິ່ງ​ບໍ່​ເຫັນ?


ດ້ວຍ​ເຫດ​ໃດ ເຈົ້າ​ຈຶ່ງ​ເວົ້າ​ຕໍ່​ພີ່ນ້ອງ​ຂອງ​ເຈົ້າ​ວ່າ, ‘ຈົ່ງ​ໃຫ້​ຂ້ອຍ​ເຂ່ຍ​ເອົາ​ຜົງ​ຂີ້ເລື່ອຍ​ອອກ​ຈາກ​ຕາ​ຂອງ​ເຈົ້າ’ ໃນ​ເມື່ອ​ເຈົ້າ​ກໍ​ມີ​ໄມ້​ທັງ​ທ່ອນ​ຢູ່​ໃນ​ຕາ​ຂອງ​ຕົນ​ຢູ່​ຕະຫລອດ​ເວລາ?


ອົງພຣະຜູ້ເປັນເຈົ້າ​ຕອບ​ເພິ່ນ​ວ່າ, “ພວກເຈົ້າ ຄົນໜ້າຊື່ໃຈຄົດ! ພວກເຈົ້າ​ແຕ່ລະຄົນ​ກໍ​ປ່ອຍ​ງົວ ຫລື ລໍ​ຂອງ​ຕົນ​ຈາກ​ຄອກ ແລະ ພາ​ມັນ​ອອກ​ໄປ​ກິນນ້ຳ​ໃນ​ວັນຊະບາໂຕ​ບໍ່​ແມ່ນ​ບໍ?


ແຕ່​ຊີໂມນ​ເອີຍ ເຮົາ​ໄດ້​ອະທິຖານ​ເພື່ອ​ເຈົ້າ ເພື່ອ​ຄວາມເຊື່ອ​ຂອງ​ເຈົ້າ​ຈະ​ບໍ່​ລົ້ມເຫລວ ແລະ ເມື່ອ​ເຈົ້າ​ຫັນ​ຄືນ​ກັບ​ມາ​ແລ້ວ ຈົ່ງ​ຊູ​ກຳລັງ​ບັນດາ​ພີ່ນ້ອງ​ຂອງ​ເຈົ້າ​ໃຫ້​ເຂັ້ມແຂງ​ຂຶ້ນ”.


“ເປັນຫຍັງ​ເຈົ້າ​ຈຶ່ງ​ແນມເບິ່ງ​ຜົງ​ຂີ້ເລື່ອຍ​ທີ່​ຢູ່​ໃນ​ຕາ​ຂອງ​ພີ່ນ້ອງ​ຂອງ​ເຈົ້າ ແຕ່​ບໍ່​ສົນໃຈ​ກັບ​ໄມ້​ທັງ​ທ່ອນ​ຢູ່​ໃນ​ຕາ​ຂອງ​ເຈົ້າ​ເອງ?


“ຕົ້ນໄມ້​ດີ​ຍ່ອມ​ບໍ່​ໃຫ້​ຜົນ​ຊົ່ວ ແລະ ຕົ້ນໄມ້​ຊົ່ວ​ຍ່ອມ​ບໍ່​ໃຫ້​ຜົນ​ດີ.


“ເຈົ້າ​ຜູ້​ເປັນ​ລູກ​ຂອງ​ມານຮ້າຍ ແລະ ຜູ້​ເປັນ​ສັດຕູ​ຂອງ​ທຸກສິ່ງ​ທີ່​ຊອບທຳ! ເຈົ້າ​ຜູ້​ເຕັມ​ໄປ​ດ້ວຍ​ກົນອຸບາຍ ແລະ ການ​ຫລອກລວງ​ທຸກ​ຊະນິດ. ເຈົ້າ​ຈະ​ບໍ່​ເຊົາ​ບິດເບືອນ​ຫົນທາງ​ອັນ​ຖືກຕ້ອງ​ຂອງ​ອົງພຣະຜູ້ເປັນເຈົ້າ​ຈັກ​ເທື່ອ​ບໍ?


ເປໂຕ​ຕອບ​ວ່າ, “ພວກທ່ານ​ທຸກຄົນ​ຈົ່ງ​ຖິ້ມໃຈເກົ່າເອົາໃຈໃໝ່ ແລະ ຮັບ​ບັບຕິສະມາ​ໃນ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ ເພື່ອ​ບາບ​ຂອງ​ພວກທ່ານ​ຈະ​ໄດ້​ຮັບ​ການອະໄພ ແລະ ພວກທ່ານ​ກໍ​ຈະ​ໄດ້​ຮັບ​ຂອງປະທານ​ຄື​ພຣະວິນຍານບໍລິສຸດເຈົ້າ.


ເຈົ້າ​ບໍ່​ມີ​ສ່ວນ ຫລື ກ່ຽວຂ້ອງ​ໃນ​ພັນທະກິດ​ນີ້, ເພາະ​ຈິດໃຈ​ຂອງ​ເຈົ້າ​ບໍ່​ໄດ້​ສັດຊື່​ຕໍ່ໜ້າ​ພຣະເຈົ້າ.


ເຫດສະນັ້ນ ພວກເຈົ້າ​ກໍ​ບໍ່​ມີ​ຂໍ້​ແກ້ໂຕ, ພວກເຈົ້າ​ຜູ້​ຕັດສິນ​ຄົນ​ອື່ນ ເພາະວ່າ​ພວກເຈົ້າ​ຈະ​ຕັດສິນ​ຄົນ​ອື່ນ​ດ້ວຍ​ປະການ​ໃດ ພວກເຈົ້າ​ກໍ​ກ່າວໂທດ​ໃສ່​ຕົນ​ເອງ​ດ້ວຍ, ເພາະວ່າ​ພວກເຈົ້າ​ຜູ້​ເປັນ​ຄົນ​ຕັດສິນ​ຄົນ​ອື່ນ​ກໍ​ຍັງ​ເຮັດ​ຢ່າງ​ດຽວ​ກັນ.


ສິ່ງ​ທັງໝົດ​ນີ້​ມາ​ຈາກ​ພຣະເຈົ້າ ຜູ້​ເຮັດ​ໃຫ້​ພວກເຮົາ​ຄືນດີ​ກັນ​ກັບ​ພຣະອົງ​ໂດຍ​ທາງ​ພຣະຄຣິດເຈົ້າ ແລະ ໄດ້​ມອບໝາຍ​ພັນທະກິດ​ແຫ່ງ​ການຄືນດີ​ໃຫ້​ແກ່​ພວກເຮົາ:


ບັນດາ​ຜູ້​ທີ່​ຊຳລະ​ຕົນເອງ​ໃຫ້​ພົ້ນ​ຈາກ​ສິ່ງ​ໄຮ້ຄ່າ ກໍ​ຈະ​ເປັນ​ພາຊະນະ​ທີ່​ມີ​ກຽດ, ໄດ້​ຮັບ​ການຊຳລະ​ໃຫ້​ບໍລິສຸດ, ໃຊ້​ງານ​ໄດ້​ສຳລັບ​ອົງ​ເຈົ້ານາຍ ແລະ ຖືກ​ຈັດ​ໄວ້​ພ້ອມ​ເພື່ອ​ຈະ​ເຮັດ​ການ​ດີ​ທຸກຢ່າງ.


ແຕ່​ຖ້າ​ຜູ້ໃດ​ຂາດ​ຄຸນສົມບັດ​ເຫລົ່ານີ້ ກໍ​ເປັນ​ເໝືອນ​ກັບ​ຄົນ​ສາຍຕາສັ້ນ ແລະ ຕາບອດ, ລືມ​ວ່າ​ຕົນ​ໄດ້​ຮັບ​ການ​ຊຳລະ​ຈາກ​ຄວາມບາບ​ໃນ​ອະດີດ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka