ລູກາ 6:23 - ພຣະຄຳພີລາວສະບັບສະໄໝໃໝ່23 “ໃນວັນນັ້ນ ຈົ່ງຊື່ນຊົມຍິນດີ ແລະ ກະໂດດເຕັ້ນດ້ວຍຄວາມຍິນດີ ເພາະບຳເໜັດຂອງພວກເຈົ້າໃນສະຫວັນນັ້ນຍິ່ງໃຫຍ່. ເພາະວ່າບັນພະບຸລຸດຂອງພວກເຂົາ ກໍໄດ້ເຮັດຢ່າງດຽວກັນນັ້ນກັບບັນດາຜູ້ທຳນວາຍ. Uka jalj uñjjattʼätaພຣະຄຳພີສັກສິ23 ໃນວັນນັ້ນ ພວກເຈົ້າຈົ່ງຊົມຊື່ນຍິນດີ ແລະຈົ່ງຕື່ນເຕັ້ນດ້ວຍຄວາມຍິນດີ ເພາະເບິ່ງແມ! ບຳເໜັດຂອງພວກເຈົ້າມີບໍຣິບູນຢູ່ໃນສະຫວັນ ເພາະວ່າບັນພະບຸລຸດຂອງພວກເຂົາໄດ້ເຮັດຢ່າງນັ້ນ ແກ່ຜູ້ປະກາດພຣະທຳເໝືອນກັນ.” Uka jalj uñjjattʼäta |
ຜູ້ໃດທີ່ໄດ້ຮັບໄຊຊະນະເຮົາຈະຕັ້ງຜູ້ນັ້ນໃຫ້ເປັນເສົາໜຶ່ງໃນວິຫານຂອງພຣະເຈົ້າຂອງເຮົາ. ພວກເຂົາຈະບໍ່ຈາກວິຫານໄປອີກຈັກເທື່ອ. ເຮົາຈະຈາລຶກນາມແຫ່ງພຣະເຈົ້າຂອງເຮົາ ແລະ ຊື່ນະຄອນຂອງພຣະເຈົ້າຂອງເຮົາຄືເຢຣູຊາເລັມໃໝ່, ເຊິ່ງພຣະເຈົ້າຂອງເຮົາກຳລັງສົ່ງລົງມາແຕ່ສະຫວັນຈາກພຣະເຈົ້າຂອງເຮົາໄວ້ເທິງໂຕຂອງພວກເຂົາ ແລະ ເຮົາຈະຈາລຶກນາມໃໝ່ຂອງເຮົາໄວ້ເທິງໂຕຂອງພວກເຂົາເໝືອນກັນ.