Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 6:22 - ພຣະຄຳພີລາວສະບັບສະໄໝໃໝ່

22 ພຣະພອນ​ມີ​ແກ່​ພວກເຈົ້າ​ເມື່ອ​ຄົນ​ກຽດຊັງ​ພວກເຈົ້າ ເມື່ອ​ຄົນ​ທັງຫລາຍ​ຕັດ​ພວກເຈົ້າ​ອອກ ແລະ ດູຖູກ​ພວກເຈົ້າ ແລະ ໃສ່ຮ້າຍ​ພວກເຈົ້າ​ວ່າ​ຊົ່ວຊ້າ ເພາະ​ເຫັນແກ່​ບຸດມະນຸດ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

22 “ພວກເຈົ້າ​ກໍ​ເປັນ​ສຸກຫຼາຍ ເມື່ອ​ຄົນ​ທັງຫລາຍ​ກຽດຊັງ​ພວກເຈົ້າ, ຂັບໄລ່​ພວກເຈົ້າ​ໃຫ້​ໜີໄປ, ຕິຕຽນ​ນິນທາ​ພວກເຈົ້າ ແລະ​ປະຕິເສດ​ຊື່​ຂອງ​ພວກເຈົ້າ​ວ່າ​ຊົ່ວ ເພາະ​ພວກເຈົ້າ​ເຫັນ​ແກ່​ບຸດ​ມະນຸດ.

Uka jalj uñjjattʼäta Copia luraña




ລູກາ 6:22
29 Jak'a apnaqawi uñst'ayäwi  

ພວກເຈົ້າ​ຈະ​ຖືກ​ນຳ​ໄປ​ຢູ່​ຕໍ່ໜ້າ​ບັນດາ​ຜູ້ປົກຄອງ ແລະ ບັນດາ​ກະສັດ​ເພື່ອ​ຈະ​ເປັນ​ພະຍານ​ແກ່​ພວກເຂົາ ແລະ ຄົນຕ່າງຊາດ​ເພາະ​ເຫັນ​ແກ່​ເຮົາ.


ຄົນ​ທັງຫລາຍ​ຈະ​ກຽດຊັງ​ພວກເຈົ້າ​ເພາະ​ເຫັນ​ແກ່​ເຮົາ, ແຕ່​ຜູ້ໃດ​ທີ່​ຕັ້ງໝັ້ນຄົງ​ໄດ້​ຈົນ​ເຖິງ​ທີ່ສຸດ ຜູ້​ນັ້ນ​ຈະ​ໄດ້​ພົ້ນ.


ຜູ້ໃດ​ກໍ​ຕາມ​ທີ່​ສະແຫວງຫາ​ຊີວິດ​ຂອງ​ຕົນ​ກໍ​ຈະ​ເສຍ​ຊີວິດ ແລະ ຜູ້ໃດ​ທີ່​ຍອມ​ສະຫລະ​ຊີວິດ​ຂອງ​ຕົນ​ເພື່ອ​ເຫັນ​ແກ່​ເຮົາ​ກໍ​ຈະ​ພົບ​ຊີວິດ.


ດັ່ງນັ້ນ ພວກເຂົາ​ຈຶ່ງ​ໂຍນ​ລາວ​ຖິ້ມ​ອອກ​ໄປ​ນອກ​ສວນອະງຸ່ນ​ແລ້ວ​ຂ້າ​ລາວ. “ແລ້ວ​ເຈົ້າຂອງ​ສວນອະງຸ່ນ​ຈະ​ເຮັດ​ຢ່າງໃດ​ກັບ​ພວກ​ຄົນເຊົ່າສວນ?


ຄົນ​ທັງຫລາຍ​ຈະ​ກຽດຊັງ​ພວກເຈົ້າ​ເພາະ​ເຫັນ​ແກ່​ນາມ​ຂອງ​ເຮົາ.


ພຣະພອນ​ມີ​ແກ່​ພວກເຈົ້າ​ຜູ້​ທີ່​ອຶດຫິວ​ໃນ​ເວລາ​ນີ້ ເພາະ​ພວກເຈົ້າ​ຈະ​ໄດ້​ອີ່ມບໍລິບູນ. ພຣະພອນ​ມີ​ແກ່​ພວກເຈົ້າ​ຜູ້​ທີ່​ຮ້ອງໄຫ້​ຢູ່​ໃນ​ເວລາ​ນີ້ ເພາະວ່າ​ພວກເຈົ້າ​ຈະ​ໄດ້​ຫົວຂັວນ.


ເຖິງ​ຢ່າງ​ໃດ ໃນ​ເວລາ​ດຽວກັນ​ນັ້ນ​ເຖິງ​ວ່າ​ໃນ​ທ່າມກາງ​ພວກ​ຜູ້ນຳ​ກໍ​ມີ​ຫລາຍ​ຄົນ​ໄດ້​ເຊື່ອ​ໃນ​ພຣະອົງ. ແຕ່​ພວກເຂົາ​ບໍ່​ຍອມ​ຮັບ​ຄວາມເຊື່ອ​ຂອງ​ຕົນ​ຢ່າງ​ເປີດເຜີຍ​ເພາະ​ຢ້ານ​ຈະ​ຖືກ​ພວກ​ຟາຣີຊາຍ​ໄລ່​ອອກ​ຈາກ​ທຳມະສາລາ,


ພວກເຂົາ​ຈະ​ຂັບໄລ່​ພວກເຈົ້າ​ອອກຈາກ​ທຳມະສາລາ, ໃນ​ຄວາມເປັນຈິງ​ແລ້ວ ເວລາ​ກຳລັງ​ຈະ​ມາ​ເຖິງ​ເມື່ອ​ຜູ້​ທີ່​ຂ້າ​ພວກເຈົ້າ​ຈະ​ຄິດ​ວ່າ​ພວກເຂົາ​ກຳລັງ​ຮັບໃຊ້​ພຣະເຈົ້າ​ຢູ່.


ຂ້ານ້ອຍ​ໄດ້​ມອບ​ຖ້ອຍຄຳ​ຂອງ​ພຣະອົງ​ໃຫ້​ແກ່​ພວກເຂົາ​ແລ້ວ ແລະ ໂລກ​ໄດ້​ກຽດຊັງ​ພວກເຂົາ​ເພາະ​ພວກເຂົາ​ບໍ່​ໄດ້​ເປັນ​ຂອງ​ໂລກ​ອີກ​ຕໍ່ໄປ​ເໝືອນ​ທີ່​ຂ້ານ້ອຍ​ບໍ່​ໄດ້​ເປັນ​ຂອງ​ໂລກ.


ໂລກ​ບໍ່​ສາມາດ​ກຽດຊັງ​ພວກເຈົ້າ ແຕ່​ໂລກ​ກຽດຊັງ​ເຮົາ​ເພາະ​ເຮົາ​ເປັນ​ພະຍານ​ວ່າ​ກິດຈະການ​ຂອງ​ໂລກ​ນັ້ນ​ຊົ່ວຮ້າຍ.


ພວກເຂົາ​ຕອບ​ໂຕ້​ລາວ​ວ່າ, “ເຈົ້າ​ຕົກ​ຢູ່​ໃນ​ຄວາມບາບ​ມາ​ຕັ້ງແຕ່​ເກີດ; ເຈົ້າ​ກ້າ​ມາ​ສັ່ງສອນ​ພວກເຮົາ​ໄດ້​ຢ່າງໃດ!” ແລ້ວ​ພວກເຂົາ​ກໍ​ໄລ່​ລາວ​ອອກໄປ.


ປະຊາຊົນ​ໄດ້​ຟັງ​ໂປໂລ​ກ່າວ​ມາ​ເຖິງ​ຕອນ​ນີ້ ກໍ​ຮ້ອງ​ຂຶ້ນ​ດ້ວຍ​ສຽງ​ດັງ​ວ່າ, “ກຳຈັດ​ລາວ​ຈາກ​ແຜ່ນດິນ! ລາວ​ບໍ່​ສົມຄວນ​ມີຊີວິດ​ຢູ່!”


“ພວກຂ້າພະເຈົ້າ​ພົບ​ວ່າ​ຊາຍ​ຜູ້ນີ້​ເປັນ​ຄົນ​ສ້າງ​ບັນຫາ, ປຸກລະດົມ​ການ​ຈາລາຈົນ​ໃນ​ທ່າມກາງ​ຊາວຢິວ​ທັງໝົດ​ທົ່ວ​ໂລກ. ລາວ​ເປັນ​ແກນນຳ​ຄົນ​ໜຶ່ງ​ຂອງ​ລັດທິ​ນາຊາເຣັດ


ເຮົາ​ຈະ​ສະແດງ​ໃຫ້​ລາວ​ເຫັນ​ວ່າ​ລາວ​ຕ້ອງ​ທົນທຸກ​ຫລາຍ​ເທົ່າໃດ​ເພາະ​ນາມ​ຂອງ​ເຮົາ”.


ຄວາມສຸກ​ມີ​ແກ່​ຜູ້​ທີ່​ອົດທົນ​ຕໍ່​ການທົດລອງ ເພາະ​ເມື່ອ​ຜ່ານ​ການທົດສອບ​ແລ້ວ​ຜູ້​ນັ້ນ​ກໍ​ຈະ​ໄດ້​ຮັບ​ມົງກຸດ​ແຫ່ງ​ຊີວິດ​ທີ່​ອົງພຣະຜູ້ເປັນເຈົ້າ​ໄດ້​ສັນຍາ​ໄວ້​ກັບ​ບັນດາ​ຜູ້​ທີ່​ຮັກ​ພຣະອົງ.


ແຕ່​ເຖິງ​ແມ່ນ​ວ່າ​ພວກເຈົ້າ​ຕ້ອງ​ທົນທຸກ​ຍ້ອນ​ເຮັດ​ສິ່ງ​ທີ່​ຖືກຕ້ອງ ພວກເຈົ້າ​ກໍ​ໄດ້​ຮັບ​ພອນ. “ຢ່າ​ຢ້ານກົວ​ຕໍ່​ການກະທຳ​ຂອງ​ພວກເຂົາ, ຢ່າ​ວິຕົກ​ກັງວົນໃຈ​ເລີຍ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka