Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 6:18 - ພຣະຄຳພີລາວສະບັບສະໄໝໃໝ່

18 ພວກເຂົາ​ມາ​ເພື່ອ​ຈະ​ຟັງ​ພຣະອົງ ແລະ ເພື່ອ​ຈະ​ຮັບ​ການຮັກສາ​ພະຍາດ​ຕ່າງໆ​ຂອງ​ພວກເຂົາ. ຄົນ​ທີ່​ຖືກ​ວິນຍານສົກກະປົກ​ລົບກວນ​ກໍ​ໄດ້​ຮັບ​ການຮັກສາ​ໃຫ້​ຫາຍດີ,

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

18 ພວກເຂົາ​ມາ​ເພື່ອ​ຟັງ​ພຣະອົງ ແລະ​ເພື່ອ​ໃຫ້​ພຣະອົງ​ຊົງ​ໂຜດ​ຮັກສາ​ໃຫ້​ດີ​ພະຍາດ​ໂຣຄາ​ຂອງ​ພວກເຂົາ ແລະ​ບັນດາ​ຜູ້​ທີ່​ຖືກ​ຜີຊົ່ວຮ້າຍ​ລົບກວນ ກໍ​ຊົງ​ໂຜດ​ໃຫ້​ດີ​ເໝືອນກັນ

Uka jalj uñjjattʼäta Copia luraña




ລູກາ 6:18
5 Jak'a apnaqawi uñst'ayäwi  

ມີ​ຍິງ​ຊາວ​ການາອານ​ຄົນ​ໜຶ່ງ​ຈາກ​ຂົງເຂດ​ໃກ້ຄຽງ​ນັ້ນ​ໄດ້​ມາ​ຂໍຮ້ອງ​ພຣະອົງ​ວ່າ, “ອົງພຣະຜູ້ເປັນເຈົ້າ ບຸດ​ດາວິດ​ເອີຍ, ຂໍ​ເມດຕາ​ຂ້ານ້ອຍ​ດ້ວຍ! ລູກສາວ​ຂອງ​ຂ້ານ້ອຍ​ຖືກ​ຜີມານຮ້າຍ​ເຂົ້າ​ສິງ​ຢູ່ ແລະ ທຸກທໍລະມານ​ຫລາຍ”.


ແລະ ເວົ້າ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ຂໍ​ເມດຕາ​ລູກຊາຍ​ຂອງ​ຂ້ານ້ອຍ​ແດ່​ທ້ອນ ລາວ​ເປັນ​ບ້າໝູ ແລະ ທໍລະມານ​ຫລາຍ ລາວ​ຈົນ​ໂດດ​ໃສ່​ໄຟ ແລະ ໂຕນ​ລົງ​ນໍ້າ​ເລື້ອຍໆ.


ພຣະອົງ​ລົງ​ມາ​ກັບ​ພວກເພິ່ນ ແລະ ຢືນ​ຢູ່ໃນ​ທີ່​ຮາບພຽງ​ແຫ່ງ​ໜຶ່ງ. ມີ​ພວກສາວົກ​ຂອງ​ພຣະອົງ​ກໍ​ຢູ່​ທີ່​ນັ້ນ ແລະ ປະຊາຊົນ​ຈຳນວນ​ຫລວງຫລາຍ​ມາ​ຈາກ​ທົ່ວ​ແຂວງ​ຢູດາຍ, ຈາກ​ເຢຣູຊາເລັມ ແລະ ຈາກ​ຝັ່ງ​ທະເລ​ເມືອງ​ຕີເຣ ແລະ ເມືອງ​ຊີໂດນ,


ແລະ ປະຊາຊົນ​ທັງຫລາຍ​ໄດ້​ພະຍາຍາມ​ແຕະ​ຕົວ​ພຣະອົງ ເພາະ​ລິດອຳນາດ​ໄດ້​ອອກ​ມາ​ຈາກ​ພຣະອົງ ແລະ ຮັກສາ​ພວກເຂົາ​ທຸກຄົນ​ໃຫ້​ຫາຍດີ.


ມີ​ຄົນ​ຈຳນວນ​ຫລວງຫລາຍ​ອອກ​ມາ​ຈາກ​ເມືອງ​ຕ່າງໆ​ທີ່​ຢູ່​ອ້ອມຂ້າງ​ເຢຣູຊາເລັມ​ມາ​ເຕົ້າໂຮມກັນ, ໄດ້​ນຳ​ເອົາ​ຄົນເຈັບປ່ວຍ ແລະ ຄົນ​ທີ່​ທໍລະມານ​ຍ້ອນ​ວິນຍານສົກກະປົກ​ເຂົ້າ​ສິງ ແລະ ພວກເຂົາ​ທັງໝົດ​ກໍ​ໄດ້​ຮັບ​ການ​ຮັກສາ​ໃຫ້​ຫາຍດີ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka