Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 6:15 - ພຣະຄຳພີລາວສະບັບສະໄໝໃໝ່

15 ມັດທາຍ, ໂທມາ, ຢາໂກໂບ​ລູກຊາຍ​ຂອງ​ອາລະຟາຍ, ຊີໂມນ​ຜູ້​ທີ່​ເອີ້ນ​ວ່າ​ພັກຊາດນິຍົມ,

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

15 ມັດທາຍ ແລະ ໂທມາ, ຢາໂກໂບ​ລູກຊາຍ​ຂອງ​ອາລະຟາຍ, ຊີໂມນ (ຜູ້​ທີ່​ເອີ້ນ​ກັນ​ວ່າ, “ເຊໂລເຕ”)

Uka jalj uñjjattʼäta Copia luraña




ລູກາ 6:15
14 Jak'a apnaqawi uñst'ayäwi  

ເມື່ອ​ພຣະເຢຊູເຈົ້າ​ອອກ​ຈາກ​ທີ່​ນັ້ນ​ໄປ​ແລ້ວ, ພຣະອົງ​ເຫັນ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ​ມັດທາຍ ກຳລັງ​ນັ່ງ​ຢູ່​ທີ່​ດ່ານເກັບພາສີ, ພຣະອົງ​ຈຶ່ງ​ກ່າວ​ກັບ​ລາວ​ວ່າ, “ຈົ່ງ​ຕາມ​ເຮົາ​ມາ”. ມັດທາຍ​ກໍ​ລຸກຂຶ້ນ ແລະ ຕິດຕາມ​ພຣະອົງ​ໄປ.


ໃນຂະນະ​ທີ່​ພຣະອົງ​ຍ່າງ​ໄປ​ຕາມ​ທາງ​ນັ້ນ ພຣະອົງ​ກໍ​ເຫັນ​ເລວີ ລູກຊາຍ​ຂອງ​ອາລະຟາຍ ກຳລັງ​ນັ່ງ​ຢູ່​ດ່ານເກັບພາສີ ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ກັບ​ລາວ​ວ່າ, “ຈົ່ງ​ຕາມ​ເຮົາ​ມາ”, ແລ້ວ​ເລວີ​ກໍ​ລຸກຂຶ້ນ ແລະ ຕິດຕາມ​ພຣະອົງ​ໄປ.


ອັນເດອາ, ຟີລິບ, ບາຣະໂທໂລມາຍ, ມັດທາຍ, ໂທມາ, ຢາໂກໂບ​ລູກຊາຍ​ຂອງ​ອາລະຟາຍ, ທາດາຍ, ຊີໂມນ​ຜູ້ຮັກຊາດ


ຫລັງຈາກ​ນັ້ນ ພຣະເຢຊູເຈົ້າ​ອອກ​ໄປ ແລະ ເຫັນ​ຄົນເກັບພາສີ​ຜູ້​ໜຶ່ງ​ຊື່​ວ່າ​ເລວີ​ນັ່ງ​ຢູ່​ທີ່​ດ່ານເກັບພາສີ. ພຣະອົງ​ຈຶ່ງ​ກ່າວ​ກັບ​ລາວ​ວ່າ, “ຈົ່ງ​ຕາມ​ເຮົາ​ມາ”


ຊີໂມນ (ເຊິ່ງ​ພຣະອົງ​ຕັ້ງ​ຊື່​ໃຫ້​ວ່າ​ເປໂຕ), ອັນເດອາ​ນ້ອງຊາຍ​ຂອງ​ເປໂຕ, ຢາໂກໂບ, ໂຢຮັນ, ຟີລິບ, ບາຣະໂທໂລມາຍ,


ຢູດາ​ລູກຊາຍ​ຂອງ​ຢາໂກໂບ, ແລະ ຢູດາ ອິດສະກາຣີອົດ​ຜູ້​ທີ່​ກາຍເປັນ​ຄົນທໍລະຍົດ.


ໂທມາ​ທີ່​ມີ​ຊື່​ອີກ​ວ່າ​ດີໄດມັດ ໄດ້​ເວົ້າ​ກັບ​ພວກສາວົກ​ຄົນ​ອື່ນໆ​ວ່າ, “ໃຫ້​ພວກເຮົາ​ພາກັນ​ໄປ​ນຳ​ກັນ ເພື່ອ​ພວກເຮົາ​ຈະ​ໄດ້​ຕາຍ​ກັບ​ພຣະອົງ”.


ຝ່າຍ​ໂທມາ (ທີ່​ເອີ້ນ​ວ່າ​ດີໄດມັດ) ໜຶ່ງ​ໃນ​ສາວົກ​ສິບສອງ​ຄົນ​ທີ່​ບໍ່​ໄດ້​ຢູ່​ນຳ​ພວກສາວົກ​ໃນ​ເວລາ​ທີ່​ພຣະເຢຊູເຈົ້າ​ມາ​ປາກົດ.


ເມື່ອ​ພວກເພິ່ນ​ມາ​ເຖິງ​ທີ່​ນັ້ນ ພວກເພິ່ນ​ກໍ​ໄດ້​ຂຶ້ນ​ໄປ​ທີ່​ຫ້ອງ​ພັກ​ຊັ້ນເທິງ​ບ່ອນ​ທີ່​ພວກເພິ່ນ​ເຄີຍ​ພັກເຊົາ. ໃນ​ພວກເພິ່ນ​ມີ: ເປໂຕ, ໂຢຮັນ, ຢາໂກໂບ, ອັນເດອາ, ຟີລິບ, ໂທມາ, ບາຣະໂທໂລມາຍ, ມັດທາຍ, ຢາໂກໂບ​ລູກຊາຍ​ຂອງ​ອາລະຟາຍ, ຊີໂມນ​ຜູ້ຮັກຊາດ ແລະ ຢູດາ​ລູກຊາຍ​ຂອງ​ຢາໂກໂບ.


ເມື່ອ​ພວກເພິ່ນ​ເວົ້າ​ຈົບ​ແລ້ວ, ຢາໂກໂບ​ກໍ​ກ່າວ​ຂຶ້ນ. ເພິ່ນ​ກ່າວ​ວ່າ, “ພີ່ນ້ອງ​ທັງຫລາຍ, ຂໍ​ໃຫ້​ຟັງ​ຂ້າພະເຈົ້າ​ກ່ອນ.


ເຮົາ​ບໍ່​ໄດ້​ເຫັນ​ອັກຄະສາວົກ​ຄົນ​ອື່ນ​ເລີຍ ນອກຈາກ​ຢາໂກໂບ​ນ້ອງຊາຍ​ຂອງ​ອົງພຣະຜູ້ເປັນເຈົ້າ.


ຢາໂກໂບ, ເກຟາ ແລະ ໂຢຮັນ ຜູ້​ທີ່​ຖື​ວ່າ​ເປັນ​ເສົາ​ຫລັກ ກໍ​ໄດ້​ຈັບ​ມື​ຂວາ​ຂອງ​ເຮົາ ແລະ ບາຣະນາບາ​ເພື່ອ​ຄວາມສຳພັນ​ກັນ ເມື່ອ​ພວກເພິ່ນ​ໄດ້​ຮັບຮູ້​ເຖິງ​ພຣະຄຸນ​ທີ່​ເຮົາ​ໄດ້​ຮັບ. ພວກເພິ່ນ​ເຫັນດີ​ວ່າ​ພວກເຮົາ​ຄວນ​ໄປ​ຍັງ​ຄົນຕ່າງຊາດ ແລະ ພວກເພິ່ນ​ກໍ​ໄປ​ຫາ​ຄົນ​ທີ່​ຮັບ​ພິທີຕັດ.


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ຢາໂກໂບ, ຜູ້ຮັບໃຊ້​ຂອງ​ພຣະເຈົ້າ ແລະ ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ, ເຖິງ​ຄົນ​ສິບສອງ​ເຜົ່າ​ທີ່​ກະຈັດກະຈາຍ​ຢູ່​ໃນ​ຊາດ​ຕ່າງໆ:


Jiwasaru arktasipxañani:

Anuncios ukanaka


Anuncios ukanaka