Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 6:12 - ພຣະຄຳພີລາວສະບັບສະໄໝໃໝ່

12 ວັນ​ໜຶ່ງ​ພຣະເຢຊູເຈົ້າ​ອອກ​ໄປ​ທີ່​ພູ​ໜ່ວຍ​ໜຶ່ງ​ເພື່ອ​ອະທິຖານ ແລະ ໃຊ້​ເວລາ​ອະທິຖານ​ຕໍ່​ພຣະເຈົ້າ​ຕະຫລອດ​ຄືນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

12 ໃນ​ເວລາ​ນັ້ນ, ພຣະເຢຊູເຈົ້າ​ໄດ້​ຂຶ້ນ​ໄປ​ເທິງ​ພູ​ໜ່ວຍ​ໜຶ່ງ ເພື່ອ​ພາວັນນາ​ອະທິຖານ ແລະ​ໃຊ້​ເວລາ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າ​ຢູ່​ທີ່​ນັ້ນ​ຕະຫລອດ​ຄືນ.

Uka jalj uñjjattʼäta Copia luraña




ລູກາ 6:12
23 Jak'a apnaqawi uñst'ayäwi  

ເມື່ອ​ພຣະເຢຊູເຈົ້າ​ເຫັນ​ປະຊາຊົນ​ຈໍານວນ​ຫລວງຫລາຍ, ພຣະອົງ​ຂຶ້ນ​ໄປ​ຍັງ​ໂນນພູ​ແຫ່ງ​ໜຶ່ງ ແລະ ນັ່ງ​ລົງ​ຢູ່​ທີ່​ນັ້ນ. ພວກສາວົກ​ຂອງ​ພຣະອົງ​ກໍ​ພາກັນ​ມາ​ຫາ​ພຣະອົງ,


ແຕ່​ສຳລັບ​ພວກເຈົ້າ ເມື່ອ​ອະທິຖານ, ຈົ່ງ​ເຂົ້າໄປ​ໃນ​ຫ້ອງ​ຂອງ​ພວກເຈົ້າ, ອັດ​ປະຕູ ແລະ ອະທິຖານ​ຕໍ່​ພຣະບິດາເຈົ້າ​ຂອງ​ພວກເຈົ້າ ຜູ້​ເບິ່ງ​ບໍ່​ເຫັນ​ດ້ວຍ​ຕາ. ແລ້ວ​ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ຜູ້​ເບິ່ງ​ເຫັນ​ສິ່ງ​ທີ່​ເຮັດ​ໃນ​ທີ່​ລັບ​ນັ້ນ ຈະ​ໃຫ້​ບຳເໜັດ​ແກ່​ພວກເຈົ້າ.


ໃນ​ເວລາ​ເຊົ້າ​ມືດ ພຣະເຢຊູເຈົ້າ​ໄດ້​ລຸກຂຶ້ນ, ແລ້ວ​ອອກ​ຈາກ​ເຮືອນ​ໄປ​ຍັງ​ບ່ອນ​ທີ່​ງຽບສະຫງົບ ບ່ອນ​ທີ່​ພຣະອົງ​ໄດ້​ອະທິຖານ​ນັ້ນ.


ພຣະເຢຊູເຈົ້າ​ໄດ້​ຂຶ້ນ​ໄປ​ເທິງ​ພູເຂົາ​ແຫ່ງ​ໜຶ່ງ ແລະ ເອີ້ນ​ເອົາ​ບັນດາ​ຜູ້​ທີ່​ພຣະອົງ​ຕ້ອງການ​ມາ​ຫາ​ພຣະອົງ, ແລະ ພວກເພິ່ນ​ໄດ້​ມາ​ຫາ​ພຣະອົງ.


ຫລັງ​ຈາກ​ແຍກ​ຈາກ​ພວກເຂົາ​ແລ້ວ, ພຣະອົງ​ກໍ​ຂຶ້ນ​ໄປ​ເທິງ​ພູ​ເພື່ອ​ອະທິຖານ.


ແຕ່​ພຣະເຢຊູເຈົ້າ​ມັກ​ຈະ​ແຍກ​ໂຕ​ໄປ​ຢູ່​ໃນ​ບ່ອນ​ທີ່​ສະຫງົບ ແລະ ອະທິຖານ.


ແຕ່​ພວກ​ຟາຣີຊາຍ ແລະ ພວກ​ຄູສອນກົດບັນຍັດ​ກໍ​ເຕັມ​ໄປ​ດ້ວຍ​ຄວາມຄຽດແຄ້ນ ແລະ ເລີ່ມ​ປຶກສາ​ກັນ​ວ່າ​ຈະ​ເຮັດ​ຢ່າງໃດ​ກັບ​ພຣະເຢຊູເຈົ້າ.


ພຣະອົງ​ລົງ​ມາ​ກັບ​ພວກເພິ່ນ ແລະ ຢືນ​ຢູ່ໃນ​ທີ່​ຮາບພຽງ​ແຫ່ງ​ໜຶ່ງ. ມີ​ພວກສາວົກ​ຂອງ​ພຣະອົງ​ກໍ​ຢູ່​ທີ່​ນັ້ນ ແລະ ປະຊາຊົນ​ຈຳນວນ​ຫລວງຫລາຍ​ມາ​ຈາກ​ທົ່ວ​ແຂວງ​ຢູດາຍ, ຈາກ​ເຢຣູຊາເລັມ ແລະ ຈາກ​ຝັ່ງ​ທະເລ​ເມືອງ​ຕີເຣ ແລະ ເມືອງ​ຊີໂດນ,


ຢູ່​ມາ​ມື້​ໜຶ່ງ ຂະນະ​ທີ່​ພຣະເຢຊູເຈົ້າ​ກຳລັງ​ອະທິຖານ​ເປັນ​ການ​ສ່ວນໂຕ​ຢູ່ ແລະ ພວກສາວົກ​ຂອງ​ພຣະອົງ​ກໍ​ຢູ່​ນຳ​ພຣະອົງ​ດ້ວຍ, ພຣະອົງ​ຖາມ​ພວກເພິ່ນ​ວ່າ, “ປະຊາຊົນ​ເວົ້າ​ກັນ​ວ່າ​ເຮົາ​ເປັນ​ຜູ້ໃດ?”


ປະມານ​ແປດ​ວັນ​ຫລັງຈາກ​ທີ່​ພຣະເຢຊູເຈົ້າ​ກ່າວ​ດັ່ງນັ້ນ​ແລ້ວ, ພຣະອົງ​ພາ​ເປໂຕ ຢາໂກໂບ ແລະ ໂຢຮັນ​ຂຶ້ນ​ໄປ​ເທິງ​ພູ​ກັບ​ພຣະອົງ​ເພື່ອ​ອະທິຖານ.


ຂະນະ​ທີ່​ພຣະອົງ​ກຳລັງ​ອະທິຖານ​ຢູ່​ນັ້ນ, ໃບໜ້າ​ຂອງ​ພຣະອົງ​ກໍ​ປ່ຽນແປງ​ໄປ ແລະ ເຄື່ອງນຸ່ງ​ຂອງ​ພຣະອົງ​ກໍ​ຮຸ່ງເຫລື້ອມ​ດັ່ງ​ແສງ​ຟ້າແມບ.


ແລ້ວ​ພຣະເຢຊູເຈົ້າ​ໄດ້​ຂຶ້ນ​ໄປ​ເທິງ​ເນີນພູ ແລະ ນັ່ງ​ລົງ​ກັບ​ພວກສາວົກ​ຂອງ​ພຣະອົງ.


ຈົ່ງ​ອຸທິດຕົນ​ໃນ​ການອະທິຖານ, ຈົ່ງ​ເຝົ້າລະວັງ ແລະ ໂມທະນາ​ຂອບພຣະຄຸນ.


ໃນ​ລະຫວ່າງ​ວັນ​ທີ່​ພຣະເຢຊູເຈົ້າ​ຢູ່​ໃນ​ໂລກ, ພຣະອົງ​ໄດ້​ຖວາຍ​ຄຳອະທິຖານ ແລະ ຄຳອ້ອນວອນ​ດ້ວຍ​ການຮ້ອງໄຫ້​ຢ່າງ​ໜັກ ແລະ ນໍ້າຕາ​ໄຫລ​ຕໍ່​ພຣະເຈົ້າ​ຜູ້​ສາມາດ​ຊ່ວຍ​ພຣະອົງ​ໃຫ້​ພົ້ນ​ຈາກ​ຄວາມຕາຍ ແລະ ພຣະເຈົ້າ​ຮັບ​ຟັງ​ເພາະ​ພຣະເຢຊູເຈົ້າ​ຍອມ​ເຊື່ອຟັງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka