Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 6:11 - ພຣະຄຳພີລາວສະບັບສະໄໝໃໝ່

11 ແຕ່​ພວກ​ຟາຣີຊາຍ ແລະ ພວກ​ຄູສອນກົດບັນຍັດ​ກໍ​ເຕັມ​ໄປ​ດ້ວຍ​ຄວາມຄຽດແຄ້ນ ແລະ ເລີ່ມ​ປຶກສາ​ກັນ​ວ່າ​ຈະ​ເຮັດ​ຢ່າງໃດ​ກັບ​ພຣະເຢຊູເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

11 ຝ່າຍ​ຄົນ​ເຫຼົ່ານັ້ນ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ຄຽດແຄ້ນ ແລະ​ໄດ້​ປຶກສາ​ກັນ​ວ່າ​ຈະ​ເຮັດ​ຢ່າງ​ໃດ​ກັບ​ພຣະເຢຊູເຈົ້າ.

Uka jalj uñjjattʼäta Copia luraña




ລູກາ 6:11
16 Jak'a apnaqawi uñst'ayäwi  

ພວກເພິ່ນ​ຈຶ່ງ​ສົນທະນາກັນ ແລະ ເວົ້າ​ວ່າ, “ເປັນ​ເພາະ​ພວກເຮົາ​ບໍ່​ເອົາ​ເຂົ້າຈີ່​ມາ​ນຳ”.


ເມື່ອ​ພວກຫົວໜ້າ​ປະໂລຫິດ ແລະ ພວກ​ຟາຣີຊາຍ​ໄດ້​ຍິນ​ຄຳອຸປະມາ​ຂອງ​ພຣະເຢຊູເຈົ້າ ພວກເຂົາ​ຮູ້ຈັກ​ວ່າ​ພຣະອົງ​ກຳລັງ​ເວົ້າ​ກ່ຽວກັບ​ພວກເຂົາ.


ເມື່ອ​ຄົນ​ທັງຫລາຍ​ໃນ​ທຳມະສາລາ​ໄດ້​ຍິນ​ດັ່ງນີ້​ກໍ​ໃຈຮ້າຍ​ທີ່​ສຸດ.


ພຣະອົງ​ເບິ່ງ​ໄປ​ອ້ອມຮອບ​ພວກເຂົາ​ທຸກຄົນ ແລະ ກ່າວ​ກັບ​ຊາຍ​ຄົນ​ນັ້ນ​ວ່າ, “ຈົ່ງ​ຢຽດ​ມື​ອອກ​ມາ” ລາວ​ກໍ​ເຮັດ​ຕາມ ແລະ ມື​ຂອງ​ລາວ​ກໍ​ດີ​ເປັນ​ປົກກະຕິ​ທຸກ​ຢ່າງ.


ວັນ​ໜຶ່ງ​ພຣະເຢຊູເຈົ້າ​ອອກ​ໄປ​ທີ່​ພູ​ໜ່ວຍ​ໜຶ່ງ​ເພື່ອ​ອະທິຖານ ແລະ ໃຊ້​ເວລາ​ອະທິຖານ​ຕໍ່​ພຣະເຈົ້າ​ຕະຫລອດ​ຄືນ.


ແລ້ວ​ພວກຫົວໜ້າ​ປະໂລຫິດ ແລະ ພວກ​ຟາຣີຊາຍ​ຈຶ່ງ​ໄດ້​ເອີ້ນ​ປະຊຸມ​ສະພາ​ແຊນເຮດຣິນ. ພວກເຂົາ​ຖາມ​ກັນ​ວ່າ, “ພວກເຮົາ​ເຮັດ​ຫຍັງ​ໄດ້​ແດ່? ຊາຍ​ຄົນ​ນີ້​ກຳລັງ​ສະແດງ​ໝາຍສຳຄັນ​ຫລາຍ​ຢ່າງ.


ຫລັງຈາກນັ້ນ ພຣະເຢຊູເຈົ້າ​ໄດ້​ໄປ​ທົ່ວ​ແຂວງ​ຄາລີເລ. ແຕ່​ພຣະອົງ​ບໍ່​ຢາກ​ໄປ​ແຂວງ​ຢູດາຍ ເພາະ​ພວກຜູ້ນຳ​ຊາວຢິວ​ຢູ່​ທີ່​ນັ້ນ​ກຳລັງ​ຊອກຫາ​ວິທີ​ທີ່​ຈະ​ຂ້າ​ພຣະອົງ.


ຫລາຍ​ຄັ້ງ​ຂ້ານ້ອຍ​ໄປ​ຕາມ​ທຳມະສາລາ​ຕ່າງໆ​ເພື່ອ​ລົງໂທດ​ພວກເຂົາ ແລະ ພະຍາຍາມ​ບີບບັງຄັບ​ໃຫ້​ພວກເຂົາ​ກ່າວ​ຄຳໝິ່ນປະໝາດ​ຕໍ່​ພຣະເຈົ້າ. ຂ້ານ້ອຍ​ຄຽດແຄ້ນ​ພວກເຂົາ​ແຮງ​ຈົນ​ວ່າ​ຕາມ​ໄປ​ຂົ່ມເຫັງ​ພວກເຂົາ​ທີ່​ເມືອງ​ຕ່າງໆ​ໃນ​ຕ່າງປະເທດ.


ດັ່ງນັ້ນ ພວກເຂົາ​ຈຶ່ງ​ສັ່ງ​ໃຫ້​ພວກເພິ່ນ​ອອກ​ໄປ​ຈາກ​ທີ່​ປະຊຸມ​ສະພາ​ແຊນເຮດຣິນ ແລ້ວ​ຈຶ່ງ​ປຶກສາ​ຫາລື​ກັນ​ວ່າ,


ແຕ່​ເປໂຕ ແລະ ໂຢຮັນ​ຕອບ​ວ່າ, “ໃຫ້​ເຊື່ອຟັງ​ພວກທ່ານ ຫລື ເຊື່ອຟັງ​ພຣະເຈົ້າ ອັນ​ໃດ​ເປັນ​ສິ່ງ​ທີ່​ຖືກ​ຕ້ອງ​ຕໍ່​ສາຍຕາ​ພຣະເຈົ້າ ພວກທ່ານ​ຈົ່ງ​ຕັດສິນ​ເອົາ​ເອງ!


ເມື່ອ​ພວກເຂົາ​ໄດ້​ຍິນ​ຢ່າງ​ນີ້​ແລ້ວ, ພວກເຂົາ​ກໍ​ໃຈຮ້າຍ​ແຮງ ແລະ ຕ້ອງການ​ຈະ​ຂ້າ​ພວກ​ອັກຄະສາວົກ.


ເມື່ອ​ສະມາຊິກ​ສະພາ​ແຊນເຮດຣິນ​ໄດ້​ຍິນ​ດັ່ງນີ້, ພວກເຂົາ​ກໍ​ໃຈຮ້າຍ​ແຮງ ແລະ ກັດ​ແຂ້ວ​ໃສ່​ຊະເຕຟາໂນ.


ແຕ່​ພວກເຂົາ​ຈະ​ໄປ​ໄດ້​ບໍ່​ໄກ​ເພາະວ່າ​ຄວາມໂງ່ຈ້າ​ຂອງ​ຄົນ​ເຫລົ່ານີ້​ຈະ​ປາກົດ​ແຈ້ງ​ແກ່​ທຸກ​ຄົນ​ເໝືອນ​ໃນ​ກໍລະນີ​ຂອງ​ສອງ​ຄົນ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka