Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 6:10 - ພຣະຄຳພີລາວສະບັບສະໄໝໃໝ່

10 ພຣະອົງ​ເບິ່ງ​ໄປ​ອ້ອມຮອບ​ພວກເຂົາ​ທຸກຄົນ ແລະ ກ່າວ​ກັບ​ຊາຍ​ຄົນ​ນັ້ນ​ວ່າ, “ຈົ່ງ​ຢຽດ​ມື​ອອກ​ມາ” ລາວ​ກໍ​ເຮັດ​ຕາມ ແລະ ມື​ຂອງ​ລາວ​ກໍ​ດີ​ເປັນ​ປົກກະຕິ​ທຸກ​ຢ່າງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

10 ພຣະອົງ​ຫລຽວ​ເບິ່ງ​ໜ້າ​ພວກເຂົາ​ທຸກຄົນ​ແລ້ວ​ກ່າວ ແກ່​ຊາຍ​ມື​ລີບ​ວ່າ, “ຈົ່ງ​ຢຽດ​ມື​ເຈົ້າ​ອອກ” ຊາຍ​ມື​ລີບ​ຢຽດ​ມື​ຂອງຕົນ​ອອກ ແລະ​ມື​ຂອງ​ລາວ​ກໍດີ​ເປັນ​ປົກກະຕິ.

Uka jalj uñjjattʼäta Copia luraña




ລູກາ 6:10
7 Jak'a apnaqawi uñst'ayäwi  

ພຣະອົງ​ແນມ​ໄປ​ເບິ່ງ​ພວກເຂົາ​ດ້ວຍ​ຄວາມເຄືອງໃຈ ແລະ ເປັນທຸກໃຈ​ທີ່ສຸດ​ທີ່​ພວກເຂົາ​ໃຈ​ແຂງກະດ້າງ. ພຣະອົງ​ຈຶ່ງ​ກ່າວ​ແກ່​ຊາຍ​ຄົນ​ນັ້ນ​ວ່າ, “ຈົ່ງ​ຢຽດ​ມື​ຂອງ​ເຈົ້າ​ອອກ”. ລາວ​ກໍ​ເຮັດ​ຕາມ ແລະ ມື​ຂອງ​ລາວ​ກໍ​ດີ​ເປັນ​ປົກກະຕິ​ທຸກ​ຢ່າງ.


ແຕ່​ພວກ​ຟາຣີຊາຍ ແລະ ພວກ​ຄູສອນກົດບັນຍັດ​ກໍ​ເຕັມ​ໄປ​ດ້ວຍ​ຄວາມຄຽດແຄ້ນ ແລະ ເລີ່ມ​ປຶກສາ​ກັນ​ວ່າ​ຈະ​ເຮັດ​ຢ່າງໃດ​ກັບ​ພຣະເຢຊູເຈົ້າ.


ແລ້ວ​ພຣະເຢຊູເຈົ້າ​ກ່າວ​ກັບ​ພວກເຂົາ​ວ່າ, “ເຮົາ​ຂໍ​ຖາມ​ພວກເຈົ້າ​ວ່າ, ເຮັດດີ ຫລື ເຮັດ​ຊົ່ວ, ຊ່ວຍ​ຊີວິດ ຫລື ທຳລາຍ​ຊີວິດ ອັນໃດ​ທີ່​ຖືກຕ້ອງ​ຕາມ​ກົດບັນຍັດ​ໃນ​ວັນຊະບາໂຕ?”


ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ກັບ​ລາວ​ວ່າ, “ຈົ່ງ​ລຸກຂຶ້ນ! ຍົກ​ເອົາ​ບ່ອນນອນ​ຂອງ​ເຈົ້າ ແລະ ຍ່າງ​ໄປ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka