Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 5:30 - ພຣະຄຳພີລາວສະບັບສະໄໝໃໝ່

30 ແຕ່​ພວກ​ຟາຣີຊາຍ ແລະ ພວກ​ຄູສອນກົດບັນຍັດ ຜູ້​ທີ່​ເປັນ​ຝ່າຍ​ຂອງ​ພວກເຂົາ ໄດ້​ຈົ່ມ​ຕຳໜິ​ຕໍ່​ພວກສາວົກ​ຂອງ​ພຣະອົງ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ກິນ​ອາຫານ ແລະ ດື່ມ​ຮ່ວມ​ກັບ​ຄົນເກັບພາສີ ແລະ ຄົນບາບ?”

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

30 ພວກ​ຟາຣີຊາຍ​ກັບ​ພວກ​ທຳມະຈານ ຜູ້​ທີ່​ເປັນ​ຝ່າຍ​ຂອງ​ພວກເຂົາ ໄດ້​ຈົ່ມ​ຕຳໜິ​ຕໍ່​ພວກ​ສາວົກ​ຂອງ​ພຣະເຢຊູເຈົ້າ, ພວກເຂົາ​ຖາມ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ກິນ​ແລະ​ດື່ມ​ກັບ​ຄົນ​ເກັບພາສີ ແລະ​ຄົນ​ນອກສິນທຳ?”

Uka jalj uñjjattʼäta Copia luraña




ລູກາ 5:30
16 Jak'a apnaqawi uñst'ayäwi  

ຖ້າ​ພວກເຈົ້າ​ຮັກ​ແຕ່​ຜູ້​ທີ່​ຮັກ​ພວກເຈົ້າ​ເທົ່ານັ້ນ ພວກເຈົ້າ​ຈະ​ໄດ້​ບຳເໜັດ​ຫຍັງ? ແມ່ນແຕ່​ບັນດາ​ຄົນເກັບພາສີ​ກໍ​ຍັງ​ເຮັດ​ຢ່າງ​ນັ້ນ​ບໍ່​ແມ່ນ​ບໍ?


ເມື່ອ​ພວກ​ຟາຣີຊາຍ​ເຫັນ​ດັ່ງນັ້ນ ຈຶ່ງ​ຖາມ​ພວກສາວົກ​ຂອງ​ພຣະອົງ​ວ່າ, “ເປັນ​ຫຍັງ​ອາຈານ​ຂອງ​ພວກເຈົ້າ​ຈຶ່ງ​ກິນ​ອາຫານ​ຮ່ວມ​ກັບ​ຄົນເກັບພາສີ ແລະ ຄົນບາບ?”


ເມື່ອ​ພວກ​ຄູສອນກົດບັນຍັດ​ຜູ້​ທີ່​ເປັນ​ຟາຣີຊາຍ​ໄດ້​ເຫັນ​ພຣະອົງ​ກຳລັງ​ກິນ​ອາຫານ​ຮ່ວມ​ກັບ​ຄົນເກັບພາສີ ແລະ ຄົນບາບ, ພວກເຂົາ​ຈຶ່ງ​ຖາມ​ພວກສາວົກ​ຂອງ​ພຣະອົງ​ວ່າ, “ເປັນຫຍັງ​ເພິ່ນ​ຈຶ່ງ​ກິນ​ອາຫານ​ຮ່ວມ​ກັບ​ຄົນເກັບພາສີ ແລະ ຄົນບາບ?”


(ພວກ​ຟາຣີຊາຍ ແລະ ຄົນ​ຢິວ​ທົ່ວໄປ​ນັ້ນ ຖື​ຕາມ​ປະເພນີ​ທີ່​ສືບທອດ​ມາ​ຈາກ​ບັນດາ​ເຖົ້າແກ່​ວ່າ​ຈະ​ບໍ່​ຮັບປະທານ​ອາຫານ​ຈົນກວ່າ​ຈະ​ໄດ້​ລ້າງມື​ຕາມ​ພິທີ​ກ່ອນ.


ພຣະອົງ​ຈຶ່ງ​ຖາມ​ວ່າ, “ພວກເຈົ້າ​ກຳລັງ​ໂຕ້ຖຽງ​ກັນ​ເຖິງ​ເລື່ອງ​ຫຍັງ?”


ຄົນ​ຟາຣີຊາຍ​ນັ້ນ​ຢືນ​ຢູ່​ຄົນ​ດຽວ ແລະ ອະທິຖານ​ວ່າ: ‘ຂ້າ​ແດ່​ພຣະເຈົ້າ, ຂອບພຣະຄຸນ​ພຣະອົງ​ທີ່​ຂ້ານ້ອຍ​ບໍ່​ເປັນ​ເໝືອນ​ຄົນ​ອື່ນ​ຄື: ເປັນ​ຄົນຂີ້ລັກ, ຄົນຊົ່ວ, ຄົນຫລິ້ນຊູ້ ຫລື ແມ່ນແຕ່​ເປັນ​ເໝືອນ​ຄົນເກັບພາສີ​ຜູ້​ນີ້.


ເມື່ອ​ຄົນ​ທັງໝົດ​ເຫັນ​ດັ່ງນັ້ນ​ກໍ​ພາກັນ​ເລີ່ມ​ຈົ່ມ​ວ່າ, “ພຣະອົງ​ໄປ​ພັກ​ຢູ່​ໃນ​ເຮືອນ​ຂອງ​ຄົນບາບ”.


ມື້​ໜຶ່ງ ໃນຂະນະ​ທີ່​ພຣະເຢຊູເຈົ້າ​ກຳລັງ​ສັ່ງສອນ​ຢູ່, ພວກ​ຟາຣີຊາຍ ແລະ ພວກ​ຄູສອນກົດບັນຍັດ​ກໍ​ນັ່ງ​ຢູ່​ທີ່​ນັ້ນ​ດ້ວຍ. ພວກເຂົາ​ມາ​ຈາກ​ທຸກ​ບ້ານ​ໃນ​ແຂວງ​ຄາລີເລ ແລະ ຈາກ​ແຂວງ​ຢູດາຍ ແລະ ຈາກ​ນະຄອນ​ເຢຣູຊາເລັມ. ລິດອຳນາດ​ຂອງ​ອົງພຣະຜູ້ເປັນເຈົ້າ​ກໍ​ຢູ່​ນຳ​ພຣະອົງ​ເພື່ອ​ຮັກສາ​ຄົນເຈັບ.


ພວກ​ຟາຣີຊາຍ​ກັບ​ພວກ​ຄູສອນກົດບັນຍັດ​ຈຶ່ງ​ເລີ່ມ​ຄິດໃນໃຈ​ວ່າ, “ຄົນ​ທີ່​ເວົ້າ​ໝິ່ນປະໝາດ​ພຣະເຈົ້າ​ຄົນ​ນີ້​ແມ່ນ​ຜູ້ໃດ? ນອກຈາກ​ພຣະເຈົ້າ​ແລ້ວ​ຈະ​ມີ​ຜູ້ໃດ​ສາມາດ​ອະໄພ​ບາບ​ໄດ້?”


ສ່ວນ​ບຸດມະນຸດ​ມາ​ທັງ​ກິນ ແລະ ດື່ມ ພວກເຈົ້າ​ກໍ​ເວົ້າ​ວ່າ, ‘ເບິ່ງ​ແມ ລາວ​ເປັນ​ຄົນ​ກິນ​ຫລາຍ ແລະ ຄົນມັກເມົາ, ທັງ​ເປັນ​ເພື່ອນ​ຂອງ​ຄົນເກັບພາສີ ແລະ ຄົນບາບ​ທັງຫລາຍ’.


ເມື່ອ​ຄົນ​ຟາຣີຊາຍ​ຜູ້​ທີ່​ເຊີນ​ພຣະເຢຊູເຈົ້າ​ໄດ້​ເຫັນ​ຢ່າງ​ນັ້ນ​ກໍ​ຄິດ​ໃນ​ໃຈ​ວ່າ, “ຖ້າ​ຜູ້​ນີ້​ເປັນ​ຜູ້ທຳນວາຍ​ແທ້ ເພິ່ນ​ຄົງ​ຮູ້​ວ່າ​ຜູ້​ທີ່​ມາ​ແຕະຕ້ອງ​ເພິ່ນ​ນັ້ນ​ເປັນ​ຜູ້ໃດ ແລະ ເປັນ​ຍິງ​ປະເພດ​ໃດ ນາງ​ເປັນ​ຄົນບາບ”.


ແລ້ວ​ກໍ​ເກີດ​ຄວາມ​ວຸ້ນວາຍ​ຄັ້ງ​ໃຫຍ່ ແລະ ມີ​ພວກ​ຄູສອນກົດບັນຍັດ​ທີ່​ເປັນ​ຟາຣີຊາຍ​ບາງຄົນ​ໄດ້​ລຸກຂຶ້ນ ແລະ ຄັດຄ້ານ​ຢ່າງ​ດຸເດືອດ. ພວກເຂົາ​ເວົ້າ​ວ່າ, “ເຮົາ​ເຫັນ​ວ່າ​ຊາຍ​ຄົນ​ນີ້​ບໍ່​ໄດ້​ເຮັດ​ຫຍັງ​ຜິດ, ອາດ​ເປັນ​ວິນຍານ ຫລື ເທວະດາ​ເວົ້າ​ກັບ​ລາວ​ກໍ​ໄດ້?”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka