Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 5:26 - ພຣະຄຳພີລາວສະບັບສະໄໝໃໝ່

26 ທຸກຄົນ​ຕ່າງ​ກໍ​ພາກັນ​ປະຫລາດໃຈ ແລະ ສັນລະເສີນ​ພຣະເຈົ້າ. ພວກເຂົາ​ຢ້ານກົວ​ຫລາຍ​ຈຶ່ງ​ກ່າວ​ວ່າ, “ວັນນີ້​ພວກເຮົາ​ໄດ້​ເຫັນ​ສິ່ງ​ທີ່​ເຫລືອເຊື່ອ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

26 ພວກເຂົາ​ທຸກຄົນ​ຕ່າງ​ກໍ​ງຶດ​ປະຫລາດ​ໃຈ​ຫລາຍ​ທີ່ສຸດ ແລະ​ກ່າວ​ສັນລະເສີນ​ພຣະເຈົ້າ. ດ້ວຍ​ຄວາມ​ຢ້ານ​ຢ່າງ​ເຕັມທີ່​ຢູ່​ນັ້ນ ພວກເຂົາ​ກໍ​ເວົ້າ​ວ່າ, “ວັນ​ນີ້ ພວກເຮົາ​ໄດ້​ເຫັນ​ສິ່ງ​ທີ່​ເຫລືອເຊື່ອ.”

Uka jalj uñjjattʼäta Copia luraña




ລູກາ 5:26
13 Jak'a apnaqawi uñst'ayäwi  

ປະຊາຊົນ​ທັງໝົດ​ກໍ​ປະຫລາດໃຈ ແລະ ເວົ້າ​ກັນ​ວ່າ, “ເປັນ​ໄປ​ໄດ້​ບໍ​ທີ່​ຄົນ​ນີ້​ຈະ​ເປັນ​ບຸດ​ຂອງ​ດາວິດ?”


ດັ່ງນັ້ນ ແມ່ຍິງ​ເຫລົ່ານັ້ນ​ຈຶ່ງ​ຟ້າວ​ອອກໄປ​ຈາກ​ອຸບມຸງ, ທັງ​ຢ້ານ​ທັງ​ຊື່ນຊົມຍິນດີ​ຫລາຍ ແລະ ແລ່ນ​ໄປ​ບອກ​ພວກສາວົກ​ຂອງ​ພຣະອົງ.


ເມື່ອ​ປະຊາຊົນ​ໄດ້​ເຫັນ​ດັ່ງນີ້​ແລ້ວ​ພວກເຂົາ​ກໍ​ເຕັມ​ໄປ​ດ້ວຍ​ຄວາມຢ້ານ ແລະ ພວກເຂົາ​ໄດ້​ສັນລະເສີນ​ພຣະເຈົ້າ​ຜູ້​ໃຫ້​ສິດອຳນາດ​ຢ່າງ​ນີ້​ແກ່​ມະນຸດ.


ລາວ​ຈຶ່ງ​ລຸກຂຶ້ນ, ຍົກ​ເອົາ​ບ່ອນນອນ​ຂອງ​ຕົນ ແລະ ກໍ​ຍ່າງ​ອອກ​ໄປ​ຕໍ່ໜ້າ​ຄົນ​ທັງຫລາຍ. ທຸກຄົນ​ຕ່າງ​ກໍ​ປະຫລາດໃຈ ແລະ ສັນລະເສີນ​ພຣະເຈົ້າ ແລະ ເວົ້າ​ວ່າ, “ພວກເຮົາ​ບໍ່​ເຄີຍ​ພົບເຫັນ​ເຫດການ​ຢ່າງ​ນີ້​ຈັກ​ເທື່ອ!”


ເພື່ອນ​ບ້ານ​ທຸກຄົນ​ຕ່າງ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ຢ້ານ ແລະ ຄົນ​ທັງຫລາຍ​ກໍ​ພາກັນ​ເວົ້າ​ເຖິງ​ເລື່ອງ​ເຫລົ່ານີ້​ໄປ​ທົ່ວ​ເຂດ​ເນີນພູເຂົາ​ຂອງ​ແຂວງ​ຢູດາຍ.


ເມື່ອ​ຊີໂມນເປໂຕ​ເຫັນ​ເຫດການ​ທີ່​ເກີດຂຶ້ນ​ຢ່າງ​ນີ້​ເພິ່ນ​ກໍ​ຂາບ​ລົງ​ທີ່​ຫົວເຂົ່າ​ຂອງ​ພຣະເຢຊູເຈົ້າ ແລະ ກ່າວ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ ຂໍ​ໃຫ້​ໄປ​ຈາກ​ຂ້ານ້ອຍ​ສາ ເພາະ​ຂ້ານ້ອຍ​ເປັນ​ຄົນບາບ!”


ຄົນ​ທັງຫລາຍ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ຢ້ານກົວ ແລະ ສັນລະເສີນ​ພຣະເຈົ້າ. ພວກເຂົາ​ເວົ້າ​ວ່າ, “ຜູ້ທຳນວາຍ​ຍິ່ງໃຫຍ່​ຜູ້​ໜຶ່ງ​ໄດ້​ມາ​ປາກົດ​ໃນ​ທ່າມກາງ​ພວກເຮົາ​ແລ້ວ. ພຣະເຈົ້າ​ໄດ້​ມາ​ຊ່ວຍ​ປະຊາຊົນ​ຂອງ​ພຣະອົງ​ແລ້ວ”.


ຊາວ​ເມືອງ​ເຄຣາເຊນ ແລະ ຄົນ​ທັງໝົດ​ຈຶ່ງ​ຂໍຮ້ອງ​ພຣະເຢຊູເຈົ້າ​ໃຫ້​ໄປ​ຈາກ​ພວກເຂົາ, ເພາະ​ພວກເຂົາ​ຢ້ານ​ຫລາຍ. ດັ່ງນັ້ນ ພຣະອົງ​ຈຶ່ງ​ເຂົ້າໄປ​ໃນ​ເຮືອ ແລະ ຈາກ​ໄປ.


ຫລັງ​ຈາກ​ໄດ້​ຂົ່ມຂູ່​ແລ້ວ​ພວກເຂົາ​ກໍ​ປ່ອຍ​ພວກເພິ່ນ​ໄປ. ພວກເຂົາ​ຕັດສິນໃຈ​ບໍ່​ໄດ້​ວ່າ​ຈະ​ລົງໂທດ​ພວກເພິ່ນ​ຢ່າງໃດ, ເພາະ​ປະຊາຊົນ​ທັງໝົດ​ພາກັນ​ສັນລະເສີນ​ພຣະເຈົ້າ​ໃນ​ສິ່ງ​ທີ່​ເກີດຂຶ້ນ​ນັ້ນ,


ແລະ ພວກເຂົາ​ໄດ້​ສັນລະເສີນ​ພຣະເຈົ້າ​ກໍ​ເພາະ​ເຮົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka