Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 5:2 - ພຣະຄຳພີລາວສະບັບສະໄໝໃໝ່

2 ພຣະອົງ​ຫລຽວ​ເຫັນ​ເຮືອ​ສອງ​ລຳ​ຈອດ​ຢູ່​ແຄມຝັ່ງ ສ່ວນ​ຄົນຫາປາ​ກໍ​ຂຶ້ນ​ຈາກ​ເຮືອ​ແລ້ວ​ກຳລັງ​ລ້າງ​ມອງ​ຢູ່.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

2 ພຣະອົງ​ຫລຽວ​ເຫັນ​ເຮືອ​ສອງ​ລຳ​ຈອດ​ໄວ້​ຢູ່​ແຄມ​ຝັ່ງ ຄົນ​ຫາປາ​ໄດ້​ອອກ​ໄປ​ຈາກ​ເຮືອ​ນັ້ນ ແລ້ວ​ພວກເຂົາ​ກຳລັງ​ລ້າງ​ມອງ​ຢູ່.

Uka jalj uñjjattʼäta Copia luraña




ລູກາ 5:2
7 Jak'a apnaqawi uñst'ayäwi  

ຂະນະ​ທີ່​ພຣະເຢຊູເຈົ້າ​ກຳລັງ​ຍ່າງ​ໄປ​ຕາມ​ແຄມ​ທະເລສາບ​ຄາລີເລ​ຢູ່​ນັ້ນ, ພຣະອົງ​ໄດ້​ເຫັນ​ສອງ​ອ້າຍ​ນ້ອງ​ຄື: ຊີໂມນ ທີ່​ມີ​ຊື່​ອີກ​ວ່າ​ເປໂຕ ແລະ ນ້ອງຊາຍ​ຂອງ​ເພິ່ນ​ຊື່​ວ່າ​ອັນເດອາ. ພວກເພິ່ນ​ກຳລັງ​ຢ່ອນມອງ​ຢູ່​ໃນ​ທະເລສາບ, ເພາະ​ພວກເພິ່ນ​ເປັນ​ຄົນຫາປາ.


ຈາກ​ທີ່​ນັ້ນ​ໄປ ພຣະອົງ​ໄດ້​ເຫັນ​ສອງ​ອ້າຍ​ນ້ອງ​ຄື: ຢາໂກໂບ​ລູກຊາຍ​ຂອງ​ເຊເບດາຍ ແລະ ໂຢຮັນ​ນ້ອງຊາຍ​ຂອງ​ເພິ່ນ. ພວກເພິ່ນ​ກຳລັງ​ແປງ​ມອງ​ຂອງ​ຕົນ​ຮ່ວມ​ກັບ​ເຊເບດາຍ​ພໍ່​ຂອງ​ພວກເພິ່ນ​ຢູ່​ໃນ​ເຮືອ. ພຣະເຢຊູເຈົ້າ​ຈຶ່ງ​ໄດ້​ເອີ້ນ​ເອົາ​ພວກເພິ່ນ,


ຂະນະ​ທີ່​ພຣະເຢຊູເຈົ້າ​ຍ່າງ​ໄປ​ຕາມ​ແຄມ​ທະເລສາບ​ຄາລີເລ​ຢູ່​ນັ້ນ, ພຣະອົງ​ໄດ້​ເຫັນ​ຊີໂມນ ແລະ ນ້ອງຊາຍ​ຂອງ​ເພິ່ນ​ຊື່​ວ່າ​ອັນເດອາ ກຳລັງ​ຢ່ອນມອງ​ຢູ່​ໃນ​ທະເລສາບ, ເພາະ​ພວກເພິ່ນ​ເປັນ​ຄົນຫາປາ.


ເມື່ອ​ພຣະອົງ​ເດີນ​ທາງ​ໄປ​ອີກ​ໜ້ອຍ​ໜຶ່ງ ພຣະອົງ​ກໍ​ເຫັນ​ຢາໂກໂບ​ລູກຊາຍ​ຂອງ​ເຊເບດາຍ ແລະ ໂຢຮັນ​ຜູ້​ເປັນ​ນ້ອງຊາຍ​ຂອງ​ຢາໂກໂບ ກຳລັງ​ແປງ​ມອງ​ຂອງ​ຕົນ​ຢູ່​ໃນ​ເຮືອ.


ວັນ​ໜຶ່ງ​ຂະນະ​ທີ່​ພຣະເຢຊູເຈົ້າ​ຢືນ​ຢູ່​ທີ່​ແຄມ​ທະເລສາບ​ເຄັນເນຊາເຣັດ​ໂດຍ​ມີ​ປະຊາຊົນ​ກຳລັງ​ຫຸ້ມ​ອ້ອມ​ພຣະອົງ ເພື່ອ​ຟັງ​ພຣະຄຳ​ຂອງ​ພຣະເຈົ້າ,


ພຣະອົງ​ຈຶ່ງ​ລົງ​ເຮືອ​ລຳ​ໜຶ່ງ ເຊິ່ງ​ເປັນ​ເຮືອ​ຂອງ​ຊີໂມນ ແລະ ຂໍ​ໃຫ້​ເພິ່ນ​ຖອຍ​ເຮືອ​ອອກ​ໄປ​ຈາກ​ຝັ່ງ​ໜ້ອຍໜຶ່ງ. ແລ້ວ​ພຣະອົງ​ກໍ​ນັ່ງ​ລົງ ແລະ ສັ່ງສອນ​ປະຊາຊົນ​ຈາກ​ເທິງ​ເຮືອ.


ອັນເດອາ​ນ້ອງຊາຍ​ຂອງ​ຊີໂມນ​ເປໂຕ ເປັນ​ຜູ້​ໜຶ່ງ​ໃນ​ສອງ​ຄົນ​ທີ່​ໄດ້​ຍິນ​ໂຢຮັນ​ກ່າວ ແລະ ໄດ້​ຕິດຕາມ​ພຣະເຢຊູເຈົ້າ​ໄປ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka