Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 5:17 - ພຣະຄຳພີລາວສະບັບສະໄໝໃໝ່

17 ມື້​ໜຶ່ງ ໃນຂະນະ​ທີ່​ພຣະເຢຊູເຈົ້າ​ກຳລັງ​ສັ່ງສອນ​ຢູ່, ພວກ​ຟາຣີຊາຍ ແລະ ພວກ​ຄູສອນກົດບັນຍັດ​ກໍ​ນັ່ງ​ຢູ່​ທີ່​ນັ້ນ​ດ້ວຍ. ພວກເຂົາ​ມາ​ຈາກ​ທຸກ​ບ້ານ​ໃນ​ແຂວງ​ຄາລີເລ ແລະ ຈາກ​ແຂວງ​ຢູດາຍ ແລະ ຈາກ​ນະຄອນ​ເຢຣູຊາເລັມ. ລິດອຳນາດ​ຂອງ​ອົງພຣະຜູ້ເປັນເຈົ້າ​ກໍ​ຢູ່​ນຳ​ພຣະອົງ​ເພື່ອ​ຮັກສາ​ຄົນເຈັບ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

17 ວັນ​ໜຶ່ງ ພຣະເຢຊູເຈົ້າ​ກຳລັງ​ສັ່ງສອນ​ຢູ່ ພວກ​ຟາຣີຊາຍ​ແລະ​ພວກ​ທຳມະຈານ​ບາງຄົນ ກໍ​ນັ່ງ​ຢູ່​ໃນ​ທີ່ນັ້ນ​ດ້ວຍ ພວກເຂົາ​ມາ​ແຕ່​ທຸກ​ບ້ານ​ຈາກ​ແຂວງ​ຄາລີເລ, ຈາກ​ແຂວງ​ຢູດາຍ ແລະ​ຈາກ​ນະຄອນ​ເຢຣູຊາເລັມ. ຣິດເດດ​ອຳນາດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ກໍ​ສະຖິດ​ຢູ່​ກັບ​ພຣະອົງ ເພື່ອ​ໂຜດ​ຄົນ​ເຈັບໄຂ້​ໄດ້ປ່ວຍ​ໃຫ້​ດີ​ພະຍາດ.

Uka jalj uñjjattʼäta Copia luraña




ລູກາ 5:17
20 Jak'a apnaqawi uñst'ayäwi  

ຄົນຕາບອດ​ເບິ່ງເຫັນ​ໄດ້, ຄົນເປ້ຍ​ຍ່າງ​ໄດ້, ຄົນຂີ້ທູດ​ຖືກ​ຊຳລະ​ໃຫ້​ສະອາດ, ຄົນຫູໜວກ​ກໍ​ໄດ້​ຍິນ, ຄົນຕາຍ​ແລ້ວ​ກໍ​ເປັນຄືນມາ ແລະ ຂ່າວປະເສີດ​ກໍ​ໄດ້​ປະກາດ​ແກ່​ຄົນຍາກຈົນ.


ແລ້ວ​ພວກ​ຟາຣີຊາຍ ແລະ ພວກ​ຄູສອນກົດບັນຍັດ​ບາງຄົນ​ໄດ້​ອອກ​ຈາກ​ນະຄອນ​ເຢຣູຊາເລັມ​ມາ​ພົບ​ພຣະເຢຊູເຈົ້າ ແລະ ຖາມ​ພຣະອົງ​ວ່າ,


ແຕ່​ພໍ​ຊາຍ​ຄົນ​ນີ້​ຈາກ​ໄປ​ແລ້ວ ລາວ​ພັດ​ໄປ​ປະກາດ​ເລື່ອງ​ນີ້​ໃຫ້​ແຜ່ກະຈາຍ​ໄປ​ທົ່ວ​ທຸກ​ບ່ອນ ຍ້ອນ​ຂ່າວ​ນີ້ ພຣະເຢຊູເຈົ້າ​ຈຶ່ງ​ບໍ່​ສາມາດ​ເຂົ້າ​ໄປ​ໃນ​ເມືອງ​ໄດ້​ຢ່າງ​ເປີດເຜີຍ​ອີກ​ຕໍ່​ໄປ ແຕ່​ພຣະອົງ​ໄດ້​ອາໄສ​ຢູ່​ນອກ​ເມືອງ​ໃນ​ບ່ອນ​ປ່ຽວ. ເຖິງ​ປານ​ນັ້ນ ກໍ​ຍັງ​ມີ​ຄົນ​ຈາກ​ທຸກ​ທີ່​ທຸກ​ບ່ອນ​ມາ​ຫາ​ພຣະອົງ.


ພວກເຂົາ​ຈະ​ຈັບ​ງູ​ດ້ວຍ​ມື​ເປົ່າ ແລະ ເມື່ອ​ພວກເຂົາ​ດື່ມ​ຂອງ​ທີ່​ມີ​ພິດ ສິ່ງ​ເຫລົ່ານີ້​ຈະ​ບໍ່​ເປັນ​ອັນຕະລາຍ​ແກ່​ພວກເຂົາ, ເມື່ອ​ພວກເຂົາ​ວາງມື​ໃສ່​ຄົນ​ເຈັບປ່ວຍ ແລະ ຄົນ​ເຫລົ່ານັ້ນ​ກໍ​ຈະ​ຫາຍດີ”.


ແລະ ພວກ​ຄູສອນກົດບັນຍັດ​ທີ່​ລົງ​ມາ​ຈາກ​ນະຄອນ​ເຢຣູຊາເລັມ​ໄດ້​ເວົ້າ​ວ່າ, “ຜູ້​ນີ້​ຖືກ​ເບເອນເຊບູນ​ເຂົ້າ​ສິງ​ຢູ່! ໂດຍ​ອຳນາດ​ຂອງ​ນາຍ​ຜີມານຮ້າຍ ລາວ​ຈຶ່ງ​ຂັບໄລ່​ພວກຜີມານຮ້າຍ​ອອກ​ໄດ້”.


ຝ່າຍ​ພຣະເຢຊູເຈົ້າ​ຮູ້​ທັນທີ​ວ່າ​ລິດເດດ​ໄດ້​ອອກຈາກ​ພຣະອົງ. ພຣະອົງ​ຈຶ່ງ​ປິ່ນໜ້າ​ມາ​ທາງ​ປະຊາຊົນ ແລະ ຖາມ​ວ່າ, “ຜູ້ໃດ​ບາຍ​ເຄື່ອງນຸ່ງ​ຂອງ​ເຮົາ?”


ຝ່າຍ​ພວກ​ຟາຣີຊາຍ ແລະ ພວກ​ຄູສອນກົດບັນຍັດ​ບາງຄົນ​ທີ່​ໄດ້​ມາ​ແຕ່​ນະຄອນ​ເຢຣູຊາເລັມ ແລະ ເຕົ້າໂຮມກັນ​ຫຸ້ມອ້ອມ​ພຣະເຢຊູເຈົ້າ


ແຕ່​ພວກ​ຟາຣີຊາຍ ແລະ ພວກ​ຄູສອນກົດບັນຍັດ​ໄດ້​ຈົ່ມ​ວ່າ, “ຊາຍ​ຄົນ​ນີ້​ໄດ້​ຕ້ອນຮັບ​ພວກ​ຄົນບາບ ແລະ ຮ່ວມ​ກິນ​ອາຫານ​ກັບ​ພວກເຂົາ”.


ສາມ​ມື້​ຕໍ່ມາ​ພວກເພິ່ນ​ຈຶ່ງ​ພົບ​ພຣະເຢຊູເຈົ້າ​ຢູ່​ທີ່​ເດີ່ນ​ວິຫານ, ພຣະອົງ​ນັ່ງ​ຢູ່​ໃນ​ທ່າມກາງ​ບັນດາ​ອາຈານ, ກຳລັງ​ຟັງ ແລະ ຖາມ​ບັນດາ​ອາຈານ​ເຫລົ່ານັ້ນ.


ພວກ​ຟາຣີຊາຍ​ກັບ​ພວກ​ຄູສອນກົດບັນຍັດ​ຈຶ່ງ​ເລີ່ມ​ຄິດໃນໃຈ​ວ່າ, “ຄົນ​ທີ່​ເວົ້າ​ໝິ່ນປະໝາດ​ພຣະເຈົ້າ​ຄົນ​ນີ້​ແມ່ນ​ຜູ້ໃດ? ນອກຈາກ​ພຣະເຈົ້າ​ແລ້ວ​ຈະ​ມີ​ຜູ້ໃດ​ສາມາດ​ອະໄພ​ບາບ​ໄດ້?”


ແຕ່​ພວກ​ຟາຣີຊາຍ ແລະ ພວກ​ຄູສອນກົດບັນຍັດ ຜູ້​ທີ່​ເປັນ​ຝ່າຍ​ຂອງ​ພວກເຂົາ ໄດ້​ຈົ່ມ​ຕຳໜິ​ຕໍ່​ພວກສາວົກ​ຂອງ​ພຣະອົງ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ກິນ​ອາຫານ ແລະ ດື່ມ​ຮ່ວມ​ກັບ​ຄົນເກັບພາສີ ແລະ ຄົນບາບ?”


ແລະ ປະຊາຊົນ​ທັງຫລາຍ​ໄດ້​ພະຍາຍາມ​ແຕະ​ຕົວ​ພຣະອົງ ເພາະ​ລິດອຳນາດ​ໄດ້​ອອກ​ມາ​ຈາກ​ພຣະອົງ ແລະ ຮັກສາ​ພວກເຂົາ​ທຸກຄົນ​ໃຫ້​ຫາຍດີ.


ແຕ່​ພວກ​ຟາຣີຊາຍ ແລະ ພວກ​ຜູ້ຊຳນານ​ດ້ານ​ກົດບັນຍັດ​ບໍ່​ຍອມຮັບ​ເຈດຕະນາ​ຂອງ​ພຣະເຈົ້າ​ທີ່​ມີ​ຕໍ່​ພວກເຂົາ, ເພາະ​ພວກເຂົາ​ບໍ່​ໄດ້​ບັບຕິສະມາ​ຈາກ​ໂຢຮັນ.)


ແຕ່​ພຣະເຢຊູເຈົ້າ​ກ່າວ​ວ່າ, “ມີ​ຜູ້​ໜຶ່ງ​ໄດ້​ບາຍ​ເຮົາ, ເຮົາ​ຮູ້ສຶກ​ວ່າ​ລິດເດດ​ໄດ້​ຜ່ານ​ອອກ​ຈາກ​ໂຕ​ເຮົາ”.


ພຣະເຢຊູເຈົ້າ​ຕອບ​ວ່າ, “ເຈົ້າ​ເປັນ​ອາຈານ​ຂອງ​ຄົນ​ອິດສະຣາເອນ ແລ້ວ​ເຈົ້າ​ຍັງ​ບໍ່​ເຂົ້າໃຈ​ສິ່ງ​ເຫລົ່ານີ້​ບໍ?


ແຕ່​ຜູ້ໃດ​ກໍ​ຕາມ​ທີ່​ມີຊີວິດ​ຢູ່​ໂດຍ​ຄວາມຈິງ ກໍ​ຈະ​ມາ​ສູ່​ຄວາມສະຫວ່າງ ເພື່ອ​ໃຫ້​ເຫັນ​ຈະແຈ້ງ​ວ່າ​ສິ່ງ​ທີ່​ພວກເຂົາ​ເຮັດ​ນັ້ນ ໄດ້​ເຮັດ​ໄປ​ໂດຍ​ເພິ່ງພາ​ພຣະເຈົ້າ.


ພຣະເຈົ້າ​ເຮັດ​ການ​ອັດສະຈັນ​ພິເສດ​ເຫລືອເຊື່ອ​ຜ່ານ​ທາງ​ໂປໂລ,


ຂໍ​ຢຽດ​ມື​ຂອງ​ພຣະອົງ​ອອກ​ເພື່ອ​ຮັກສາ ແລະ ຂໍ​ສະແດງ​ໝາຍສຳຄັນ ແລະ ການ​ອັດສະຈັນ​ຕ່າງໆ​ໂດຍ​ນາມ​ຂອງ​ພຣະເຢຊູເຈົ້າ​ຜູ້ຮັບໃຊ້​ບໍລິສຸດ​ຂອງ​ພຣະອົງ​ດ້ວຍ”.


ແຕ່​ມີ​ຟາຣີຊາຍ​ຄົນ​ໜຶ່ງ​ຊື່​ວ່າ​ຄາມາລິເອັນ ເປັນ​ຄູສອນກົດບັນຍັດ​ທີ່​ຄົນ​ທັງຫລາຍ​ນັບຖື, ເພິ່ນ​ໄດ້​ຢືນ​ຂຶ້ນ​ໃນ​ທີ່​ປະຊຸມ​ສະພາ​ແຊນເຮດຣິນ ແລະ ສັ່ງ​ໃຫ້​ນຳ​ພວກ​ອັກຄະສາວົກ​ອອກ​ໄປ​ຂ້າງ​ນອກ​ຊົ່ວໄລຍະ​ໜຶ່ງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka