16 ແຕ່ພຣະເຢຊູເຈົ້າມັກຈະແຍກໂຕໄປຢູ່ໃນບ່ອນທີ່ສະຫງົບ ແລະ ອະທິຖານ.
16 ແຕ່ພຣະອົງໄດ້ໜີໄປສະຖານທີ່ປ່ຽວ ແລະພາວັນນາອະທິຖານ.
ຫລັງຈາກທີ່ປະຊາຊົນກັບເມືອໝົດແລ້ວ, ພຣະອົງກໍຂຶ້ນໄປເທິງພູແຕ່ຜູ້ດຽວເພື່ອອະທິຖານ ເມື່ອຄ່ຳມາພຣະອົງກໍຍັງຢູ່ທີ່ນັ້ນແຕ່ພຽງຜູ້ດຽວ
ຫລັງຈາກແຍກຈາກພວກເຂົາແລ້ວ, ພຣະອົງກໍຂຶ້ນໄປເທິງພູເພື່ອອະທິຖານ.
ເມື່ອຄົນທັງຫລາຍກຳລັງຮັບບັບຕິສະມາຢູ່, ພຣະເຢຊູເຈົ້າກໍຮັບບັບຕິສະມາເໝືອນກັນ. ໃນຂະນະທີ່ພຣະອົງກຳລັງອະທິຖານຢູ່ນັ້ນ, ສະຫວັນກໍເປີດອອກ
ວັນໜຶ່ງພຣະເຢຊູເຈົ້າອອກໄປທີ່ພູໜ່ວຍໜຶ່ງເພື່ອອະທິຖານ ແລະ ໃຊ້ເວລາອະທິຖານຕໍ່ພຣະເຈົ້າຕະຫລອດຄືນ.
ປະມານແປດວັນຫລັງຈາກທີ່ພຣະເຢຊູເຈົ້າກ່າວດັ່ງນັ້ນແລ້ວ, ພຣະອົງພາເປໂຕ ຢາໂກໂບ ແລະ ໂຢຮັນຂຶ້ນໄປເທິງພູກັບພຣະອົງເພື່ອອະທິຖານ.
ຂະນະທີ່ພຣະອົງກຳລັງອະທິຖານຢູ່ນັ້ນ, ໃບໜ້າຂອງພຣະອົງກໍປ່ຽນແປງໄປ ແລະ ເຄື່ອງນຸ່ງຂອງພຣະອົງກໍຮຸ່ງເຫລື້ອມດັ່ງແສງຟ້າແມບ.
ພຣະເຢຊູເຈົ້າຮູ້ຈັກວ່າພວກເຂົາຕັ້ງໃຈຈະມາໃຊ້ກຳລັງບັງຄັບໃຫ້ເອົາພຣະອົງຂຶ້ນເປັນກະສັດ, ພຣະອົງຈຶ່ງຂຶ້ນໄປເທິງພູອີກແຕ່ຜູ້ດຽວ.