Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 5:15 - ພຣະຄຳພີລາວສະບັບສະໄໝໃໝ່

15 ແຕ່​ຂ່າວ​ກ່ຽວກັບ​ພຣະອົງ​ກໍ​ໄດ້​ກະຈາຍ​ອອກ​ໄປ​ຫລາຍ​ຂຶ້ນ ຈົນ​ປະຊາຊົນ​ຈຳນວນ​ຫລວງຫລາຍ​ໄດ້​ພາກັນ​ມາ​ຟັງ​ພຣະອົງ ແລະ ຮັບ​ການຮັກສາ​ໃຫ້​ຫາຍດີ​ຈາກ​ພະຍາດ​ຕ່າງໆ​ຂອງ​ພວກເຂົາ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

15 ແຕ່​ຊື່ສຽງ​ຂອງ​ພຣະເຢຊູເຈົ້າ ກໍໄດ້​ຊ່າລື​ໄປ​ອີກ​ທົ່ວ​ທຸກ​ແຫ່ງ ແລະ​ປະຊາຊົນ​ກໍ​ມາ​ເຕົ້າໂຮມ​ກັນ ເພື່ອ​ຟັງ​ພຣະອົງ ແລະ​ຮັບ​ການ​ຊົງ​ໂຜດ​ຮັກສາ​ພະຍາດ​ໂຣຄາ​ຕ່າງໆ​ຂອງ​ພວກ​ຕົນ​ໃຫ້​ຫາຍ​ດີ.

Uka jalj uñjjattʼäta Copia luraña




ລູກາ 5:15
13 Jak'a apnaqawi uñst'ayäwi  

ຂ່າວ​ນີ້​ຈຶ່ງ​ແຜ່ກະຈາຍ​ໄປ​ທົ່ວ​ຂົງເຂດ​ນັ້ນ.


ແຕ່​ເມື່ອ​ພວກເຂົາ​ຈາກ​ໄປ​ແລ້ວ ກໍ​ປະກາດ​ຂ່າວ​ກ່ຽວກັບ​ພຣະອົງ​ທົ່ວ​ຂົງເຂດ​ນັ້ນ.


ຊື່ສຽງ​ຂອງ​ພຣະອົງ​ຈຶ່ງ​ແຜ່​ໄປ​ທົ່ວ​ແຂວງ​ຄາລີເລ​ຢ່າງ​ວ່ອງໄວ.


ແຕ່​ພໍ​ຊາຍ​ຄົນ​ນີ້​ຈາກ​ໄປ​ແລ້ວ ລາວ​ພັດ​ໄປ​ປະກາດ​ເລື່ອງ​ນີ້​ໃຫ້​ແຜ່ກະຈາຍ​ໄປ​ທົ່ວ​ທຸກ​ບ່ອນ ຍ້ອນ​ຂ່າວ​ນີ້ ພຣະເຢຊູເຈົ້າ​ຈຶ່ງ​ບໍ່​ສາມາດ​ເຂົ້າ​ໄປ​ໃນ​ເມືອງ​ໄດ້​ຢ່າງ​ເປີດເຜີຍ​ອີກ​ຕໍ່​ໄປ ແຕ່​ພຣະອົງ​ໄດ້​ອາໄສ​ຢູ່​ນອກ​ເມືອງ​ໃນ​ບ່ອນ​ປ່ຽວ. ເຖິງ​ປານ​ນັ້ນ ກໍ​ຍັງ​ມີ​ຄົນ​ຈາກ​ທຸກ​ທີ່​ທຸກ​ບ່ອນ​ມາ​ຫາ​ພຣະອົງ.


ພຣະເຢຊູເຈົ້າ ແລະ ພວກສາວົກ​ຂອງ​ພຣະອົງ​ໄດ້​ແຍກໂຕ​ຈາກ​ທີ່​ນັ້ນ​ໄປ​ຍັງ​ທະເລສາບ, ມີ​ປະຊາຊົນ​ເປັນ​ຈຳນວນ​ຫລວງຫລາຍ​ມາ​ຈາກ​ແຂວງ​ຄາລີເລ​ໄດ້​ຕິດຕາມ​ພຣະອົງ​ໄປ.


ໃນ​ຂະນະ​ດຽວກັນ​ນັ້ນ, ເມື່ອ​ປະຊາຊົນ​ຫລາຍ​ພັນ​ຄົນ​ມາ​ເຕົ້າໂຮມ​ກັນ ຈົນ​ພວກເຂົາ​ບຽດ​ກັນ​ຢູ່​ນັ້ນ, ພຣະເຢຊູເຈົ້າ​ກໍ​ເລີ່ມຕົ້ນ​ກ່າວ​ກັບ​ພວກສາວົກ​ຂອງ​ພຣະອົງ​ວ່າ: “ຈົ່ງ​ລະວັງ​ເຊື້ອແປ້ງ​ຂອງ​ພວກ​ຟາຣີຊາຍ ຄື​ຄວາມ​ໜ້າຊື່ໃຈຄົດ.


ມີ​ປະຊາຊົນ​ຈຳນວນ​ຫລວງຫລາຍ​ໄດ້​ຮ່ວມ​ເດີນທາງ​ໄປ​ກັບ​ພຣະເຢຊູເຈົ້າ ແລະ ພຣະອົງ​ຈຶ່ງ​ຫັນ​ມາ​ກ່າວ​ກັບ​ພວກເຂົາ​ວ່າ,


ແລະ ປະຊາຊົນ​ຈໍານວນ​ຫລວງຫລາຍ​ໄດ້​ຕິດຕາມ​ພຣະອົງ​ໄປ​ເພາະ​ພວກເຂົາ​ໄດ້​ເຫັນ​ໝາຍສຳຄັນ​ທີ່​ພຣະອົງ​ສະແດງ​ໂດຍ​ການຮັກສາ​ຄົນເຈັບປ່ວຍ.


ໃນ​ທຳນອງ​ດຽວ​ກັນ​ນັ້ນ ການ​ເຮັດດີ​ຍ່ອມ​ປາກົດແຈ້ງ ແລະ ເຖິງ​ແມ່ນ​ວ່າ​ການ​ເຫລົ່ານັ້ນ​ບໍ່​ປາກົດແຈ້ງ​ກໍ​ບໍ່​ສາມາດ​ເຊື່ອງ​ໄວ້​ໄດ້​ຕະລອດໄປ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka