Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 5:11 - ພຣະຄຳພີລາວສະບັບສະໄໝໃໝ່

11 ດັ່ງນັ້ນ ພວກເຂົາ​ຈຶ່ງ​ດຶງ​ເຮືອ​ຂຶ້ນ​ແຄມ​ຝັ່ງ, ແລ້ວ​ປະຖິ້ມ​ທຸກສິ່ງ ແລະ ຕິດຕາມ​ພຣະອົງ​ໄປ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

11 ເມື່ອ​ພວກເພິ່ນ​ນຳ​ເຮືອ​ມາ​ເຖິງ​ແຄມ​ຝັ່ງ​ແລ້ວ ພວກເພິ່ນ​ກໍໄດ້​ສະຫລະ​ທຸກສິ່ງ ແລະ​ຕິດຕາມ​ພຣະເຢຊູເຈົ້າ​ໄປ.

Uka jalj uñjjattʼäta Copia luraña




ລູກາ 5:11
11 Jak'a apnaqawi uñst'ayäwi  

“ຜູ້ໃດ​ທີ່​ຮັກ​ພໍ່ ຫລື ແມ່​ຂອງ​ຕົນ​ເອງ​ຫລາຍ​ກວ່າ​ຮັກ​ເຮົາ ກໍ​ບໍ່​ສົມຄວນ​ກັບ​ເຮົາ, ຜູ້ໃດ​ທີ່​ຮັກ​ລູກຊາຍ​ລູກສາວ​ຫລາຍ​ກວ່າ​ຮັກ​ເຮົາ ກໍ​ບໍ່​ສົມຄວນ​ຈະ​ຢູ່​ກັບ​ເຮົາ.


ເປໂຕ​ຕອບ​ພຣະອົງ​ວ່າ, “ພວກຂ້ານ້ອຍ​ໄດ້​ປະຖິ້ມ​ທຸກ​ສິ່ງ​ເພື່ອ​ຕິດຕາມ​ພຣະອົງ! ແລ້ວ​ພວກຂ້ານ້ອຍ​ທັງຫລາຍ​ຈະ​ໄດ້​ສິ່ງໃດ​ແດ່?”


ແລະ ຜູ້ໃດ​ທີ່​ໄດ້​ປະຖິ້ມ​ເຮືອນ ຫລື ອ້າຍ​ເອື້ອຍ​ນ້ອງ ຫລື ພໍ່ແມ່ ຫລື ລູກ ຫລື ໄຮ່ນາ ເພື່ອ​ເຫັນແກ່​ເຮົາ ຜູ້​ນັ້ນ​ຈະ​ໄດ້​ຮັບ​ຜົນຕອບແທນ​ຮ້ອຍ​ເທົ່າ ແລະ ຈະ​ໄດ້​ຊີວິດ​ນິລັນດອນ​ເປັນ​ມໍລະດົກ.


ໃນທັນໃດ​ນັ້ນ ພວກເພິ່ນ​ກໍ​ປະ​ມອງ​ຂອງ​ຕົນ ແລະ ຕິດຕາມ​ພຣະອົງ​ໄປ.


ແລະ ໃນທັນໃດ​ນັ້ນ ພວກເພິ່ນ​ທັງສອງ​ກໍ​ປະ​ເຮືອ ແລະ ພໍ່​ຂອງ​ພວກເພິ່ນ​ແລ້ວ​ຕິດຕາມ​ພຣະອົງ​ໄປ.


ພຣະເຢຊູເຈົ້າ​ແນມເບິ່ງ​ລາວ​ດ້ວຍ​ຄວາມຮັກ ແລະ ກ່າວ​ວ່າ, “ເຈົ້າ​ຍັງ​ຂາດ​ຢູ່​ສິ່ງ​ໜຶ່ງ​ຄື: ຈົ່ງ​ໄປ, ຂາຍ​ທຸກສິ່ງ​ທີ່​ເຈົ້າ​ມີ​ຢູ່ ແລະ ແຈກຢາຍ​ໃຫ້​ແກ່​ຄົນຍາກຈົນ, ແລ້ວ​ເຈົ້າ​ຈະ​ມີ​ຊັບສົມບັດ​ໃນ​ສະຫວັນ. ຫລັງຈາກນັ້ນ ຈົ່ງ​ຕາມ​ເຮົາ​ມາ”.


ແລ້ວ​ເລວີ​ກໍ​ລຸກຂຶ້ນ ແລະ ປະຖິ້ມ​ທຸກສິ່ງ​ຕິດຕາມ​ພຣະອົງ​ໄປ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka