Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 4:6 - ພຣະຄຳພີລາວສະບັບສະໄໝໃໝ່

6 ແລະ ມານຮ້າຍ​ໄດ້​ເວົ້າ​ຕໍ່​ພຣະອົງ​ວ່າ, “ເຮົາ​ຈະ​ໃຫ້​ສິດອຳນາດ ແລະ ສະຫງ່າລາສີ​ທັງໝົດ​ນີ້​ແກ່​ທ່ານ ເພາະ​ສິ່ງ​ທັງໝົດ​ເຫລົ່ານີ້​ໄດ້​ຖືກ​ມອບ​ໃຫ້​ແກ່​ເຮົາ​ແລ້ວ ແລະ ເຮົາ​ຈະ​ມອບ​ໃຫ້​ແກ່​ຜູ້ໃດ​ກໍ​ໄດ້​ຕາມ​ທີ່​ເຮົາ​ຕ້ອງການ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

6 ມານຮ້າຍ​ໄດ້​ບອກ​ພຣະອົງ​ວ່າ, “ເຮົາ​ຈະ​ໃຫ້​ອຳນາດ​ທັງໝົດ​ນີ້ ກັບ​ສະຫງ່າຣາສີ​ແຫ່ງ​ແຜ່ນດິນ​ທັງໝົດ​ແກ່​ທ່ານ. ເພາະ​ສິ່ງ​ທັງໝົດ​ເຫຼົ່ານັ້ນ​ຖືກ​ມອບ​ໃຫ້​ແກ່​ເຮົາ​ແລ້ວ ແລະ​ເຮົາ​ຢາກ​ມອບ​ໃຫ້​ແກ່​ຜູ້ໃດ​ກໍໄດ້ ຕາມ​ທີ່​ເຮົາ​ຕ້ອງການ.

Uka jalj uñjjattʼäta Copia luraña




ລູກາ 4:6
15 Jak'a apnaqawi uñst'ayäwi  

ດັ່ງນັ້ນ ຖ້າ​ທ່ານ​ນະມັດສະການ​ເຮົາ ສິ່ງ​ທັງໝົດ​ນີ້​ຈະ​ເປັນ​ຂອງ​ທ່ານ”.


ບັດນີ້ ເຖິງ​ເວລາ​ພິພາກສາ​ໂລກ​ນີ້​ແລ້ວ ແລະ ຜູ້ປົກຄອງ​ໂລກ​ນີ້​ຈະ​ຖືກ​ຂັບໄລ່​ອອກ​ໄປ.


ເຮົາ​ຈະ​ເວົ້າ​ກັບ​ພວກເຈົ້າ​ໄດ້​ອີກ​ບໍ່​ດົນ ເພາະ​ຜູ້ປົກຄອງ​ໂລກ​ນີ້​ກຳລັງ​ຈະ​ມາ. ຜູ້​ນັ້ນ​ບໍ່​ມີ​ສິດອຳນາດ​ເໜືອ​ເຮົາ.


ພວກເຈົ້າ​ທັງຫລາຍ​ເປັນ​ຂອງ​ພໍ່​ຂອງ​ພວກເຈົ້າ, ມານຮ້າຍ ແລະ ພວກເຈົ້າ​ຕ້ອງການ​ເຮັດ​ຕາມ​ຄວາມປາຖະໜາ​ຂອງ​ພໍ່​ຂອງ​ພວກເຈົ້າ. ມັນ​ເປັນ​ຜູ້​ຂ້າ​ຄົນ​ຕັ້ງແຕ່​ຕົ້ນເດີມ​ມາ​ແລ້ວ, ມັນ​ບໍ່​ໄດ້​ຕັ້ງໝັ້ນ​ຢູ່​ໃນ​ຄວາມຈິງ, ເພາະ​ໃນ​ໂຕ​ມັນ​ບໍ່​ມີ​ຄວາມຈິງ. ເມື່ອ​ມັນ​ເວົ້າ​ຕົວະ​ມັນ​ກໍ​ເວົ້າ​ຕາມ​ສັນດານ​ຂອງ​ມັນ​ເອງ​ເພາະ​ມັນ​ເປັນ​ຜູ້ຕົວະ ແລະ ເປັນ​ພໍ່​ຂອງ​ຄຳຕົວະ.


ແລະ ກໍ​ບໍ່​ແປກປະຫລາດ, ເພາະ​ຊາຕານ​ເອງ​ກໍ​ຍັງ​ປອມຕົວ​ເປັນ​ເທວະດາ​ແຫ່ງ​ຄວາມສະຫວ່າງ​ໄດ້.


ເຊິ່ງ​ພວກເຈົ້າ​ເຄີຍ​ດຳເນີນຊີວິດ​ເມື່ອ​ພວກເຈົ້າ​ໄດ້​ຕິດຕາມ​ທາງ​ຂອງ​ໂລກ​ນີ້ ແລະ ວິຖີ​ຂອງ​ຜູ້ມີອຳນາດ​ແຫ່ງ​ຍ່ານ​ຟ້າ​ອາກາດ, ເຊິ່ງ​ເປັນ​ວິນຍານ​ທີ່​ເວລາ​ນີ້​ທຳງານ​ຢູ່​ໃນ​ບັນດາ​ຜູ້​ທີ່​ບໍ່ເຊື່ອຟັງ.


ເພາະວ່າ, “ມະນຸດ​ທຸກຄົນ​ນັ້ນ​ເປັນ​ເໝືອນດັ່ງ​ຕົ້ນຫຍ້າ ແລະ ສະຫງ່າລາສີ​ທັງໝົດ​ຂອງ​ພວກເຂົາ​ກໍ​ເປັນ​ເໝືອນດັ່ງ​ດອກຫຍ້າ​ຕາມ​ທົ່ງນາ, ຕົ້ນຫຍ້າ​ຫ່ຽວແຫ້ງ​ໄປ ແລະ ດອກ​ມັນ​ກໍ​ຫລົ່ນ​ລົງ,


ພວກເຮົາ​ກໍ​ຮູ້​ວ່າ​ພວກເຮົາ​ເປັນ​ລູກ​ຂອງ​ພຣະເຈົ້າ ແລະ ທົ່ວ​ໂລກ​ກໍ​ຕົກ​ຢູ່​ໃຕ້​ການຄວບຄຸມ​ຂອງ​ມານຊົ່ວຮ້າຍ.


ພະຍານາກ​ໃຫຍ່​ທີ່​ຖືກ​ໂຍນ​ລົງ​ມາ​ນັ້ນ​ແມ່ນ​ງູ​ດຶກດຳບັນ​ທີ່​ເອີ້ນ​ວ່າ​ມານຮ້າຍ ຫລື ມານຊາຕານ, ຜູ້​ທີ່​ນຳພາ​ຄົນ​ທັງ​ໂລກ​ໃຫ້​ຫລົງຜິດ. ມັນ​ຖືກ​ໂຍນ​ລົງ​ມາ​ເທິງ​ໂລກ​ພ້ອມ​ກັບ​ບັນດາ​ເທວະດາ​ຂອງ​ມັນ.


ສັດຮ້າຍ​ທີ່​ຂ້າພະເຈົ້າ​ໄດ້​ເຫັນ​ນັ້ນ​ຄ້າຍ​ຄື​ກັບ​ເສືອດາວ, ແຕ່​ມີ​ຕີນ​ເໝືອນ​ຕີນ​ໝີ ແລະ ມີ​ປາກ​ເໝືອນ​ປາກ​ສິງ. ພະຍານາກ​ໄດ້​ໃຫ້​ອຳນາດ ແລະ ບັນລັງ​ກັບ​ສິດອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ມັນ​ແກ່​ສັດຮ້າຍ​ນັ້ນ.


ມັນ​ໄດ້​ຮັບ​ອຳນາດ​ທີ່​ຈະ​ສູ້ຮົບ​ກັບ​ບັນດາ​ຜູ້​ບໍລິສຸດ​ຂອງ​ພຣະເຈົ້າ ແລະ ຊະນະ​ພວກເຂົາ. ມັນ​ໄດ້​ຮັບ​ສິດອຳນາດ​ເໜືອ​ທຸກ​ຊົນເຜົ່າ, ທຸກຄົນ, ທຸກ​ພາສາ ແລະ ທຸກ​ຊົນຊາດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka