Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 4:5 - ພຣະຄຳພີລາວສະບັບສະໄໝໃໝ່

5 ແລ້ວ​ມານຮ້າຍ​ໄດ້​ນຳ​ພຣະອົງ​ຂຶ້ນ​ໄປ​ບ່ອນ​ທີ່​ສູງ ແລະ ໄດ້​ສະແດງ​ອານາຈັກ​ທັງໝົດ​ຂອງ​ໂລກ​ໃຫ້​ພຣະອົງ​ເຫັນ​ໃນ​ພິບ​ຕາ​ດຽວ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

5 ແລ້ວ​ມານຮ້າຍ​ກໍໄດ້​ນຳ​ພຣະອົງ​ຂຶ້ນ​ໄປ ແລະ​ສະແດງ​ໃຫ້​ເຫັນ​ໃນ​ພິບ​ຕາ​ດຽວ ເຖິງ​ອານາຈັກ​ທັງໝົດ​ແຫ່ງ​ໂລກນີ້.

Uka jalj uñjjattʼäta Copia luraña




ລູກາ 4:5
11 Jak'a apnaqawi uñst'ayäwi  

ແລະ ຂ່າວປະເສີດ​ເລື່ອງ​ອານາຈັກ​ນີ້​ຈະ​ໄດ້​ປະກາດ​ໄປ​ທົ່ວ​ໂລກ ເພື່ອ​ເປັນ​ພະຍານ​ແກ່​ຄົນ​ທຸກ​ຊາດ ແລ້ວ​ຍຸກ​ສຸດທ້າຍ​ຈະ​ມາ​ເຖິງ.


ອີກ​ເທື່ອ​ໜຶ່ງ, ມານຮ້າຍ​ໄດ້​ພາ​ພຣະອົງ​ໄປ​ເທິງ​ພູ​ທີ່​ສູງ​ຫລາຍ ແລະ ໄດ້​ສະແດງ​ອານາຈັກ​ທັງໝົດ​ຂອງ​ໂລກ ແລະ ຄວາມງົດງາມ​ຂອງ​ອານາຈັກ​ເຫລົ່ານັ້ນ​ໃຫ້​ພຣະອົງ​ເບິ່ງ.


ໃນ​ຊົ່ວ​ຂະນະ​ດຽວ, ໃນ​ຊົ່ວ​ພັບ​ຕາ​ດຽວ ເມື່ອ​ເປົ່າ​ແກ​ເທື່ອສຸດທ້າຍ. ເພາະ​ສຽງແກ​ຈະ​ດັງ​ຂຶ້ນ ຄົນຕາຍ​ຈະ​ຖືກ​ບັນດານ​ໃຫ້​ເປັນຄືນມາ​ແບບ​ບໍ່​ເປື່ອຍເນົ່າ ແລະ ພວກເຮົາ​ຈະ​ໄດ້​ຮັບ​ການປ່ຽນແປງ.


ບັນດາ​ຜູ້​ທີ່​ໃຊ້​ສິ່ງຂອງ​ໃນ​ໂລກນີ້ ໃຫ້​ເປັນ​ເໝືອນ​ກັບ​ບໍ່​ໄດ້​ໃຊ້​ສິ່ງ​ເຫລົ່ານັ້ນ​ຢ່າງ​ເຕັມທີ່. ເພາະ​ໂລກ​ທີ່​ເປັນຢູ່​ໃນ​ປັດຈຸບັນ​ນີ້​ກຳລັງ​ຈະ​ຜ່ານພົ້ນ​ໄປ.


ເພາະ​ຄວາມທຸກລຳບາກ​ອັນ​ເບົາບາງ ແລະ ຊົ່ວຄາວ​ຂອງ​ພວກເຮົາ ກໍ​ກຳລັງ​ເຮັດໃຫ້​ພວກເຮົາ​ໄດ້ຮັບ​ກຽດ​ນິລັນດອນ ເຊິ່ງ​ຫາ​ທີ່​ປຽບ​ສິ່ງ​ທັງໝົດ​ນີ້​ບໍ່​ໄດ້.


ເຊິ່ງ​ພວກເຈົ້າ​ເຄີຍ​ດຳເນີນຊີວິດ​ເມື່ອ​ພວກເຈົ້າ​ໄດ້​ຕິດຕາມ​ທາງ​ຂອງ​ໂລກ​ນີ້ ແລະ ວິຖີ​ຂອງ​ຜູ້ມີອຳນາດ​ແຫ່ງ​ຍ່ານ​ຟ້າ​ອາກາດ, ເຊິ່ງ​ເປັນ​ວິນຍານ​ທີ່​ເວລາ​ນີ້​ທຳງານ​ຢູ່​ໃນ​ບັນດາ​ຜູ້​ທີ່​ບໍ່ເຊື່ອຟັງ.


ເພາະ​ພວກເຮົາ​ບໍ່​ໄດ້​ຕໍ່ສູ້​ກັບ​ເນື້ອໜັງ ແລະ ເລືອດ, ແຕ່​ຕໍ່ສູ້​ກັບ​ບັນດາ​ຜູ້ປົກຄອງ, ຕໍ່ສູ້​ກັບ​ຜູ້​ມີ​ສິດອຳນາດ, ຕໍ່ສູ້​ກັບ​ອຳນາດ​ແຫ່ງ​ຄວາມມືດ​ຂອງ​ໂລກ​ນີ້ ແລະ ຕໍ່ສູ້​ກັບ​ບັນດາ​ວິນຍານ​ຝ່າຍ​ຄວາມ​ຊົ່ວຮ້າຍ​ໃນ​ອາກາດ​ສະຖານ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka