Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 4:41 - ພຣະຄຳພີລາວສະບັບສະໄໝໃໝ່

41 ຫລາຍກວ່າ​ນັ້ນ​ອີກ, ມີ​ຜີມານຮ້າຍ​ໄດ້​ອອກ​ມາ​ຈາກ​ຫລາຍ​ຄົນ ແລະ ຮ້ອງ​ວ່າ, “ທ່ານ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ!” ແຕ່​ພຣະເຢຊູເຈົ້າ​ສັ່ງ​ຫ້າມ​ພວກມັນ ແລະ ບໍ່​ອະນຸຍາດ​ໃຫ້​ພວກມັນ​ເວົ້າ ເພາະ​ພວກມັນ​ຮູ້​ວ່າ​ພຣະອົງ​ເປັນ​ພຣະຄຣິດເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

41 ບັນດາ​ຜີມານຮ້າຍ​ກໍ​ອອກ​ໄປ​ຈາກ​ຫລາຍ​ຄົນ​ໂດຍ​ຮ້ອງ​ແຜດ​ສຽງ​ວ່າ, “ທ່ານ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ.” ແຕ່​ພຣະເຢຊູເຈົ້າ​ຫ້າມ​ເດັດຂາດ​ບໍ່​ໃຫ້​ພວກ​ມັນ​ເວົ້າ​ອີກ​ຕໍ່ໄປ ເພາະ​ພວກ​ມັນ​ຮູ້​ດີ​ວ່າ ພຣະອົງ​ເປັນ​ພຣະຄຣິດ.

Uka jalj uñjjattʼäta Copia luraña




ລູກາ 4:41
14 Jak'a apnaqawi uñst'ayäwi  

ແຕ່​ພຣະເຢຊູເຈົ້າ​ຍັງ​ມິດງຽບ​ຢູ່. ມະຫາ​ປະໂລຫິດ​ຈຶ່ງ​ເວົ້າ​ຕໍ່​ພຣະອົງ​ວ່າ, “ພາຍໃຕ້​ຄຳສາບານ​ໂດຍ​ອ້າງ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່ ເຮົາ​ສັ່ງ​ເຈົ້າ​ວ່າ: ຖ້າ​ເຈົ້າ​ແມ່ນ​ພຣະຄຣິດເຈົ້າ​ພຣະບຸດ​ຂອງ​ພຣະເຈົ້າ​ກໍ​ຈົ່ງ​ບອກ​ພວກເຮົາ​ມາ”.


ຜູ້ລໍ້ລວງ​ກໍ​ໄດ້​ມາ​ຫາ​ພຣະອົງ ແລະ ກ່າວ​ວ່າ, “ຖ້າ​ທ່ານ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ, ຈົ່ງ​ສັ່ງ​ກ້ອນຫີນ​ເຫລົ່ານີ້​ໃຫ້​ກາຍເປັນ​ເຂົ້າຈີ່”.


ເມື່ອ​ເວລາ​ຄ່ຳ​ມາ, ພວກເຂົາ​ກໍ​ໄດ້​ພາ​ບັນດາ​ຄົນ​ທີ່​ມີ​ຜີມານຮ້າຍ​ເຂົ້າ​ສິງ​ມາ​ຫາ​ພຣະອົງ ແລະ ພຣະອົງ​ໄດ້​ຂັບໄລ່​ຜີມານຮ້າຍ​ເຫລົ່ານັ້ນ​ອອກ​ດ້ວຍ​ຄຳສັ່ງ​ຂອງ​ພຣະອົງ ແລະ ໄດ້​ຮັກສາ​ຄົນ​ເຈັບໄຂ້​ທັງໝົດ.


ພວກເຂົາ​ຮ້ອງ​ຂຶ້ນ​ວ່າ, “ພຣະບຸດ​ຂອງ​ພຣະເຈົ້າ​ເອີຍ, ທ່ານ​ຕ້ອງການ​ສິ່ງໃດ​ຈາກ​ພວກຂ້ານ້ອຍ? ທ່ານ​ມາ​ບ່ອນ​ນີ້​ເພື່ອ​ຈະ​ທໍລະມານ​ພວກຂ້ານ້ອຍ​ກ່ອນ​ເຖິງ​ເວລາ​ກຳນົດ​ບໍ?”


ແລ້ວ​ພຣະເຢຊູເຈົ້າ​ໄດ້​ກ່າວ​ກັບ​ລາວ​ວ່າ, “ຈົ່ງ​ລະວັງ ຢ່າ​ບອກ​ເລື່ອງ​ນີ້​ແກ່​ຜູ້ໃດ. ແຕ່​ຈົ່ງ​ໄປ​ສະແດງ​ໂຕ​ຕໍ່​ປະໂລຫິດ ແລະ ຖວາຍ​ເຄື່ອງບູຊາ​ຕາມ​ທີ່​ໂມເຊ​ໄດ້​ສັ່ງ​ໄວ້, ເພື່ອ​ເປັນ​ພະຍານ​ແກ່​ຄົນ​ທັງຫລາຍ​ວ່າ​ເຈົ້າ​ດີ​ສະອາດ​ແລ້ວ”.


ພຣະເຢຊູເຈົ້າ​ສັ່ງ​ວິນຍານສົກກະປົກ​ຢ່າງ​ເດັດຂາດ​ວ່າ, “ມິດງຽບ! ຈົ່ງ​ອອກ​ມາ​ຈາກ​ລາວ​ດຽວ​ນີ້!”


ຕອນແລງ​ວັນ​ນັ້ນ​ຫລັງຈາກ​ຕາເວັນ​ຕົກດິນ ປະຊາຊົນ​ກໍ​ໄດ້​ພາ​ບັນດາ​ຄົນ​ທີ່​ເຈັບປ່ວຍ ແລະ ຄົນ​ທີ່​ຖືກ​ຜີມານຮ້າຍ​ເຂົ້າສິງ​ມາ​ຫາ​ພຣະເຢຊູເຈົ້າ.


ແລະ ພຣະເຢຊູເຈົ້າ​ໄດ້​ຮັກສາ​ຫລາຍ​ຄົນ​ທີ່​ເຈັບໄຂ້​ໄດ້​ປ່ວຍ​ດ້ວຍ​ພະຍາດ​ຕ່າງໆ​ໃຫ້​ຫາຍດີ. ພຣະອົງ​ຍັງ​ໄດ້​ຂັບໄລ່​ຜີມານຮ້າຍ​ຫລາຍ​ໂຕ​ອອກ​ໄປ, ແຕ່​ພຣະອົງ​ບໍ່​ອະນຸຍາດ​ໃຫ້​ຜີມານຮ້າຍ​ທັງຫລາຍ​ເວົ້າ​ຫຍັງ​ຈັກ​ຄຳ ເພາະ​ພວກມັນ​ຮູ້​ວ່າ​ພຣະອົງ​ເປັນ​ຜູ້ໃດ.


ເມື່ອ​ໃດ​ທີ່​ພວກ​ວິນຍານສົກກະປົກ​ໄດ້​ເຫັນ​ພຣະອົງ ພວກມັນ​ກໍ​ຂາບ​ລົງ​ຕໍ່ໜ້າ​ພຣະອົງ ແລະ ຮ້ອງ​ວ່າ, “ທ່ານ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ”.


ດັ່ງນັ້ນ ພຣະອົງ​ຈຶ່ງ​ໂນ້ມ​ໂຕ​ລົງ ແລະ ສັ່ງ​ຫ້າມ​ໄຂ້​ນັ້ນ ແລ້ວ​ໄຂ້​ນັ້ນ​ກໍ​ຫາຍ​ໄປ​ຈາກ​ນາງ. ນາງ​ຈຶ່ງ​ລຸກຂຶ້ນ​ທັນທີ ແລະ ເລີ່ມ​ຮັບໃຊ້​ພຣະອົງ​ກັບ​ພວກສາວົກ.


ແຕ່​ເລື່ອງ​ເຫລົ່ານີ້​ໄດ້​ບັນທຶກ​ໄວ້​ກໍ​ເພື່ອ​ພວກເຈົ້າ​ທັງຫລາຍ​ຈະ​ໄດ້​ເຊື່ອ​ວ່າ​ພຣະເຢຊູເຈົ້າ​ເປັນ​ພຣະເມຊີອາ ພຣະບຸດ​ຂອງ​ພຣະເຈົ້າ ແລະ ໂດຍ​ຄວາມເຊື່ອ​ໃນ​ນາມ​ຂອງ​ພຣະອົງ​ນັ້ນ ພວກເຈົ້າ​ຈະ​ມີ​ຊີວິດ.


ເຈົ້າ​ເຊື່ອ​ວ່າ​ມີ​ພຣະເຈົ້າ​ອົງ​ດຽວ​ກໍ​ດີ​ແລ້ວ! ແມ່ນແຕ່​ພວກ​ຜີມານຮ້າຍ​ກໍ​ຍັງ​ເຊື່ອ​ຢ່າງ​ນັ້ນ ແລະ ຢ້ານ​ຈົນ​ໂຕສັ່ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka