Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 4:40 - ພຣະຄຳພີລາວສະບັບສະໄໝໃໝ່

40 ເມື່ອ​ຕາເວັນ​ກຳລັງ​ຕົກ​ດິນ ປະຊາຊົນ​ໄດ້​ນຳ​ຄົນ​ເຈັບປ່ວຍ​ດ້ວຍ​ພະຍາດ​ຕ່າງໆ​ມາ​ຫາ​ພຣະເຢຊູເຈົ້າ, ພຣະອົງ​ໄດ້​ວາງ​ມື​ໃສ່​ພວກເຂົາ​ແຕ່ລະຄົນ ແລະ ປິ່ນປົວ​ພວກເຂົາ​ໃຫ້​ຫາຍດີ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

40 ພໍ​ຕາເວັນ​ຕົກ​ດິນ ຜູ້​ທີ່​ມີ​ໝູ່ເພື່ອນ​ບໍ່​ສະບາຍ​ຍ້ອນ​ພະຍາດ​ໂຣຄາ​ຕ່າງໆ ກໍໄດ້​ນຳ​ຄົນ​ເຫຼົ່ານັ້ນ​ມາ​ຫາ​ພຣະເຢຊູເຈົ້າ ພຣະອົງ​ວາງ​ມື​ໃສ່​ເທິງ​ພວກເຂົາ​ທຸກຄົນ ແລະ​ຊົງ​ໂຜດ​ໃຫ້​ພວກເຂົາ​ຫາຍ​ດີ.

Uka jalj uñjjattʼäta Copia luraña




ລູກາ 4:40
12 Jak'a apnaqawi uñst'ayäwi  

ຄົນຕາບອດ​ເບິ່ງເຫັນ​ໄດ້, ຄົນເປ້ຍ​ຍ່າງ​ໄດ້, ຄົນຂີ້ທູດ​ຖືກ​ຊຳລະ​ໃຫ້​ສະອາດ, ຄົນຫູໜວກ​ກໍ​ໄດ້​ຍິນ, ຄົນຕາຍ​ແລ້ວ​ກໍ​ເປັນຄືນມາ ແລະ ຂ່າວປະເສີດ​ກໍ​ໄດ້​ປະກາດ​ແກ່​ຄົນຍາກຈົນ.


ເມື່ອ​ພຣະເຢຊູເຈົ້າ​ຮູ້​ເຖິງ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ ພຣະອົງ​ກໍ​ລົງ​ເຮືອ​ຈາກ​ທີ່​ນັ້ນ​ໄປ​ບ່ອນ​ທີ່​ງຽບສະຫງົບ​ຢູ່​ຕ່າງຫາກ. ເມື່ອ​ປະຊາຊົນ​ໄດ້​ຍິນ​ດັ່ງນີ້ ກໍ​ອອກ​ຈາກ​ເມືອງ​ຕ່າງໆ​ຕິດຕາມ​ພຣະອົງ​ໄປ.


ເນື່ອງ​ຈາກ​ວ່າ ພຣະເຢຊູເຈົ້າ​ໄດ້​ຮັກສາ​ຫລາຍຄົນ​ໃຫ້​ຫາຍດີ, ດັ່ງນັ້ນ ບັນດາ​ຜູ້​ທີ່​ເຈັບ​ເປັນ​ດ້ວຍ​ພະຍາດ​ຕ່າງໆ​ຈຶ່ງ​ບຽດ​ກັນ​ເຂົ້າ​ມາ​ເພື່ອ​ທີ່​ຈະ​ໄດ້​ຈັບບາຍ​ພຣະອົງ.


ແລ້ວ​ຂໍຮ້ອງ​ພຣະອົງ​ດ້ວຍ​ຄວາມຮ້ອນຮົນໃຈ​ວ່າ, “ລູກສາວ​ຂອງ​ຂ້ານ້ອຍ​ເຈັບໜັກ​ກຳລັງ​ຈະ​ຕາຍ​ແລ້ວ ຂໍ​ທ່ານ​ກະລຸນາ​ໄປ​ວາງມື​ໃສ່​ນາງ​ດ້ວຍ​ເຖີດ ເພື່ອ​ນາງ​ຈະ​ຫາຍດີ ແລະ ມີຊີວິດ​ຢູ່”.


ພຣະອົງ​ບໍ່​ສາມາດ​ເຮັດ​ການ​ອັດສະຈັນ​ໃດໆ​ຢູ່​ທີ່​ນັ້ນ, ນອກຈາກ​ພຣະອົງ​ໄດ້​ວາງມື​ໃສ່​ຄົນ​ເຈັບໄຂ້ໄດ້ປ່ວຍ​ບາງຄົນ ແລະ ຮັກສາ​ພວກເຂົາ​ໃຫ້​ຫາຍດີ.


ແມ່ນ​ແຕ່​ເມື່ອ​ນຳ​ເອົາ​ຜ້າ​ເຊັດ​ໜ້າ​ກັບ​ຜ້າ​ກັນເປື້ອນ​ທີ່​ຖືກ​ໂຕ​ເພິ່ນ​ໄປ​ວາງ​ໃສ່​ຄົນເຈັບປ່ວຍ, ຄົນ​ເຫລົ່ານັ້ນ​ກໍ​ດີພະຍາດ ແລະ ຜີມານຮ້າຍ​ກໍ​ອອກໄປ​ຈາກ​ພວກເຂົາ.


ຈົນ​ວ່າ​ພວກເຂົາ​ໄດ້​ຫາມ​ຄົນເຈັບປ່ວຍ​ໄປ​ວາງ​ໄວ້​ຕາມ​ຫົນທາງ ແລະ ໃຫ້​ຄົນເຈັບປ່ວຍ​ນອນ​ເທິງ​ບ່ອນນອນ ແລະ ເທິງ​ເສື່ອ ເພື່ອ​ວ່າ​ຢ່າງ​ນ້ອຍ​ເມື່ອ​ເປໂຕ​ຍ່າງ​ຜ່ານ​ໄປ​ນັ້ນ​ເງົາ​ຂອງ​ເພິ່ນ​ຈະ​ໄດ້​ຖືກ​ບາງຄົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka