Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 4:39 - ພຣະຄຳພີລາວສະບັບສະໄໝໃໝ່

39 ດັ່ງນັ້ນ ພຣະອົງ​ຈຶ່ງ​ໂນ້ມ​ໂຕ​ລົງ ແລະ ສັ່ງ​ຫ້າມ​ໄຂ້​ນັ້ນ ແລ້ວ​ໄຂ້​ນັ້ນ​ກໍ​ຫາຍ​ໄປ​ຈາກ​ນາງ. ນາງ​ຈຶ່ງ​ລຸກຂຶ້ນ​ທັນທີ ແລະ ເລີ່ມ​ຮັບໃຊ້​ພຣະອົງ​ກັບ​ພວກສາວົກ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

39 ພຣະອົງ​ມາ​ຢືນ​ຢູ່​ຂ້າງ​ນາງ ແລະ​ສັ່ງ​ໄຂ້​ນັ້ນ​ໃຫ້​ໜີໄປ, ໄຂ້​ກໍ​ຫາຍ​ໜີໄປ​ຈາກ​ນາງ ແລະ​ທັນໃດນັ້ນ ນາງ​ກໍ​ລຸກ​ຂຶ້ນ​ບົວລະບັດ​ຮັບໃຊ້​ພຣະອົງ​ກັບ​ພວກ​ສາວົກ.

Uka jalj uñjjattʼäta Copia luraña




ລູກາ 4:39
7 Jak'a apnaqawi uñst'ayäwi  

ໃນ​ທັນທີ​ທີ່​ພວກເພິ່ນ​ອອກ​ຈາກ​ທຳມະສາລາ ພວກເພິ່ນ​ກໍ​ໄປ​ກັບ​ຢາໂກໂບ ແລະ ໂຢຮັນ ໄປ​ທີ່​ເຮືອນ​ຂອງ​ຊີໂມນ ແລະ ອັນເດອາ.


ພຣະເຢຊູເຈົ້າ​ສັ່ງ​ຢ່າງ​ເດັດຂາດ​ວ່າ, “ມິດງຽບ! ຈົ່ງ​ອອກ​ມາ​ຈາກ​ລາວ​ດຽວ​ນີ້!” ແລ້ວ​ຜີມານຮ້າຍ​ໄດ້​ເຮັດ​ໃຫ້​ຄົນ​ນີ້​ລົ້ມລົງ​ຕໍ່ໜ້າ​ພວກເຂົາ​ທັງໝົດ ແລະ ອອກ​ໄປ​ຈາກ​ລາວ​ໂດຍ​ບໍ່​ໄດ້​ເຮັດ​ອັນຕະລາຍ​ແຕ່​ຢ່າງໃດ.


ຫລາຍກວ່າ​ນັ້ນ​ອີກ, ມີ​ຜີມານຮ້າຍ​ໄດ້​ອອກ​ມາ​ຈາກ​ຫລາຍ​ຄົນ ແລະ ຮ້ອງ​ວ່າ, “ທ່ານ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ!” ແຕ່​ພຣະເຢຊູເຈົ້າ​ສັ່ງ​ຫ້າມ​ພວກມັນ ແລະ ບໍ່​ອະນຸຍາດ​ໃຫ້​ພວກມັນ​ເວົ້າ ເພາະ​ພວກມັນ​ຮູ້​ວ່າ​ພຣະອົງ​ເປັນ​ພຣະຄຣິດເຈົ້າ.


ພວກສາວົກ​ຈຶ່ງ​ໄປ​ຫາ ແລະ ປຸກ​ພຣະອົງ ໂດຍ​ເວົ້າ​ວ່າ, “ນາຍ, ນາຍ​ເອີຍ, ພວກຂ້ານ້ອຍ​ກຳລັງ​ຈະ​ຈົມນ້ຳ​ແລ້ວ!” ພຣະອົງ​ກໍ​ລຸກຂຶ້ນ​ສັ່ງຫ້າມ​ລົມພະຍຸ ແລະ ຄື້ນທະເລ, ລົມພະຍຸ​ກໍ​ຢຸດ​ສະຫງົບ​ລົງ​ທັນທີ ແລະ ທຸກ​ຢ່າງ​ກໍ​ມິດ​ງຽບສະຫງົບ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka