28 ເມື່ອຄົນທັງຫລາຍໃນທຳມະສາລາໄດ້ຍິນດັ່ງນີ້ກໍໃຈຮ້າຍທີ່ສຸດ.
28 ເມື່ອປະຊາຊົນໃນທຳມະສາລາໄດ້ຍິນເຊັ່ນນີ້ ພວກເຂົາກໍຄຽດຮ້າຍທີ່ສຸດ.
ເມື່ອເຮໂຣດໄດ້ຮູ້ວ່າພວກໂຫລາຈານຫລອກລວງຕົນ, ເພິ່ນກໍໃຈຮ້າຍຫລາຍ ແລະ ເພິ່ນຈຶ່ງສັ່ງໃຫ້ຂ້າເດັກນ້ອຍຜູ້ຊາຍທັງໝົດໃນເບັດເລເຮັມ ແລະ ບໍລິເວນໃກ້ຄຽງທີ່ມີອາຍຸສອງປີລົງມາ, ເຊິ່ງສອດຄ່ອງກັບເວລາທີ່ເພິ່ນໄດ້ຮູ້ຈາກພວກໂຫລາຈານ.
ແລະ ໃນສະໄໝຂອງຜູ້ທຳນວາຍເອລີຊາກໍມີຄົນຂີ້ທູດຈຳນວນຫລວງຫລາຍໃນອິດສະຣາເອນ ແຕ່ບໍ່ມີຜູ້ໃດໃນພວກເຂົາຖືກຊຳລະໃຫ້ສະອາດນອກຈາກນາອາມານຊາວຊີເຣຍເທົ່ານັ້ນ”.
ພວກເຂົາຈຶ່ງລຸກຂຶ້ນຂັບໄລ່ພຣະອົງອອກໄປຈາກເມືອງ ແລະ ນຳພຣະອົງໄປຍັງໜ້າຜາຂອງເນີນພູທີ່ເມືອງຕັ້ງຢູ່ນັ້ນ ເພື່ອຈະຊຸກພຣະອົງລົງໄປຈາກໜ້າຜາ.
ແຕ່ພວກຟາຣີຊາຍ ແລະ ພວກຄູສອນກົດບັນຍັດກໍເຕັມໄປດ້ວຍຄວາມຄຽດແຄ້ນ ແລະ ເລີ່ມປຶກສາກັນວ່າຈະເຮັດຢ່າງໃດກັບພຣະເຢຊູເຈົ້າ.
ເມື່ອພວກເຂົາໄດ້ຍິນຢ່າງນີ້ແລ້ວ, ພວກເຂົາກໍໃຈຮ້າຍແຮງ ແລະ ຕ້ອງການຈະຂ້າພວກອັກຄະສາວົກ.
ເມື່ອສະມາຊິກສະພາແຊນເຮດຣິນໄດ້ຍິນດັ່ງນີ້, ພວກເຂົາກໍໃຈຮ້າຍແຮງ ແລະ ກັດແຂ້ວໃສ່ຊະເຕຟາໂນ.