Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 4:25 - ພຣະຄຳພີລາວສະບັບສະໄໝໃໝ່

25 ເຮົາ​ຢືນຢັນ​ກັບ​ພວກເຈົ້າ​ວ່າ​ມີ​ແມ່ໝ້າຍ​ຫລາຍ​ຄົນ​ຢູ່​ອິດສະຣາເອນ​ໃນ​ຂອງ​ສະໄໝ​ເອລີຢາ, ເມື່ອ​ເວລາ​ທີ່​ທ້ອງຟ້າ​ຖືກ​ປິດ​ບໍ່​ໃຫ້​ຝົນ​ຕົກ​ເປັນ​ເວລາ​ສາມ​ປີ​ເຄິ່ງ ແລະ ເກີດ​ການອຶດຢາກ​ອາຫານ​ຢ່າງ​ຮ້າຍແຮງ​ທົ່ວ​ແຜ່ນດິນ,

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

25 “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ໃນ​ສະໄໝ​ຂອງ​ເອລີຢາ ເມື່ອ​ຝົນ​ບໍ່​ຕົກ​ສາມ​ປີ​ເຄິ່ງ ຊຶ່ງ​ເປັນ​ເຫດ​ໃຫ້​ເກີດ​ການ​ອຶດຢາກ​ຢ່າງ​ຮ້າຍແຮງ​ທົ່ວ​ດິນແດນ​ນັ້ນ ໄດ້​ມີ​ແມ່ໝ້າຍ​ຫລາຍ​ຄົນ​ໃນ​ຊາດ​ອິດສະຣາເອນ.

Uka jalj uñjjattʼäta Copia luraña




ລູກາ 4:25
12 Jak'a apnaqawi uñst'ayäwi  

ຂ້ອຍ​ບໍ່​ມີ​ສິດ​ເຮັດ​ໃນ​ສິ່ງ​ທີ່​ຂ້ອຍ​ຢາກ​ເຮັດ​ກັບ​ເງິນ​ຂອງ​ຂ້ອຍ​ບໍ? ຫລື ວ່າ​ເຈົ້າ​ອິດສາ​ເພາະ​ເຫັນ​ຂ້ອຍ​ໃຈ​ດີ?’


ໃນ​ເວລາ​ນັ້ນ ພຣະເຢຊູເຈົ້າ​ເຕັມລົ້ນ​ດ້ວຍ​ຄວາມຊື່ນຊົມຍິນດີ​ໂດຍ​ທາງ​ພຣະວິນຍານບໍລິສຸດເຈົ້າ ແລະ ຈຶ່ງ​ກ່າວ​ວ່າ, “ຂ້າແດ່​ພຣະບິດາເຈົ້າ ອົງພຣະຜູ້ເປັນເຈົ້າ​ແຫ່ງ​ສະຫວັນ ແລະ ແຜ່ນດິນໂລກ, ຂ້ານ້ອຍ​ຂໍ​ສັນລະເສີນ​ພຣະອົງ ເພາະ​ພຣະອົງ​ໄດ້​ປິດບັງ​ສິ່ງ​ເຫລົ່ານີ້​ໄວ້​ຈາກ​ຄົນ​ສະຫລາດ ແລະ ນັກ​ຮຽນຮູ້, ແຕ່​ໄດ້​ເປີດເຜີຍ​ໃຫ້​ແກ່​ບັນດາ​ເດັກນ້ອຍ. ພຣະບິດາເຈົ້າ​ເອີຍ, ແມ່ນ​ແລ້ວ ເພາະ​ນີ້​ຄື​ສິ່ງ​ທີ່​ພຣະອົງ​ຍິນດີ​ຈະ​ເຮັດ.


ເພາະ​ພຣະອົງ​ກ່າວ​ກັບ​ໂມເຊ​ວ່າ, “ເຮົາ​ຈະ​ເມດຕາ​ຜູ້ໃດ ເຮົາ​ກໍ​ເມດຕາ​ຜູ້​ນັ້ນ ແລະ ເຮົາ​ຈະ​ກະລຸນາ​ຜູ້ໃດ ເຮົາ​ກໍ​ກະລຸນາ​ຜູ້​ນັ້ນ”.


ແຕ່​ມະນຸດ​ເອີຍ, ພວກເຈົ້າ​ເປັນ​ຜູ້ໃດ​ຈຶ່ງ​ກ້າ​ກ່າວ​ຕອບໂຕ້​ພຣະເຈົ້າ​ໄດ້? “ສົມຄວນ​ບໍ​ທີ່​ສິ່ງ​ທີ່​ຖືກ​ສ້າງ​ຈະ​ກ່າວ​ກັບ​ຜູ້ສ້າງ​ວ່າ, ‘ເປັນຫຍັງ​ເຈົ້າ​ຈຶ່ງ​ສ້າງ​ຂ້ອຍ​ແບບ​ນີ້’?”


ໃນ​ພຣະອົງ​ນັ້ນ ພວກເຮົາ​ກໍ​ໄດ້​ຮັບ​ການ​ເລືອກ​ເໝືອນກັນ, ຖືກ​ກຳນົດ​ໄວ້​ລ່ວງໜ້າ​ຕາມ​ແຜນການ​ຂອງ​ພຣະອົງ​ຜູ້​ເຮັດ​ໃຫ້​ທຸກສິ່ງ​ເປັນ​ໄປ​ຕາມ​ຈຸດມຸ່ງໝາຍ​ຂອງ​ຄວາມ​ປະສົງ​ຂອງ​ພຣະອົງ,


ພຣະອົງ​ເຮັດ​ໃຫ້​ພວກເຮົາ​ຮູ້​ຈັກ​ຄວາມ​ປະສົງ​ອັນ​ລ້ຳເລິກ​ຂອງ​ພຣະອົງ​ຕາມ​ຄວາມ​ພໍໃຈ​ພຣະອົງ, ເຊິ່ງ​ພຣະອົງ​ໄດ້​ກຳນົດ​ໄວ້​ໃນ​ພຣະຄຣິດເຈົ້າ,


ເອລີຢາ​ກໍ​ເປັນ​ມະນຸດ​ເໝືອນ​ກັນ​ກັບ​ພວກເຮົາ​ທັງຫລາຍ. ເພິ່ນ​ໄດ້​ທຸ້ມເທ​ອະທິຖານ​ຂໍ​ບໍ່​ໃຫ້​ຝົນຕົກ, ຝົນ​ກໍ​ບໍ່​ຕົກ​ລົງ​ເທິງ​ແຜ່ນດິນ​ຕະຫລອດ​ສາມ​ປີ​ເຄິ່ງ.


ພວກເພິ່ນ​ມີ​ອຳນາດ​ທີ່​ຈະ​ອັດ​ທ້ອງຟ້າ​ເພື່ອ​ບໍ່​ໃຫ້​ຝົນຕົກ​ຂະນະ​ທີ່​ພວກເພິ່ນ​ກຳລັງ​ທຳນວາຍ​ຢູ່​ນັ້ນ, ແລະ ພວກເພິ່ນ​ມີ​ອຳນາດ​ເຮັດ​ໃຫ້​ນ້ຳ​ກາຍເປັນ​ເລືອດ ແລະ ເພື່ອ​ຟາດ​ແຜ່ນດິນໂລກ​ດ້ວຍ​ໄພພິບັດ​ທຸກ​ຊະນິດ​ໄດ້​ເລື້ອຍ​ຕາມ​ທີ່​ພວກເພິ່ນ​ຕ້ອງການ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka