ລູກາ 4:23 - ພຣະຄຳພີລາວສະບັບສະໄໝໃໝ່23 ພຣະເຢຊູເຈົ້າກ່າວແກ່ພວກເຂົາວ່າ, “ແນ່ນອນ ພວກເຈົ້າຄົງຈະຍົກສຸພາສິດນີ້ກ່າວຕໍ່ເຮົາວ່າ: ‘ທ່ານໝໍ, ຈົ່ງປິ່ນປົວຕົນເອງສາ!’ ແລະ ພວກເຈົ້າຈະເວົ້າຕໍ່ເຮົາວ່າ, ‘ສິ່ງທີ່ພວກເຮົາໄດ້ຍິນວ່າທ່ານເຮັດຢູ່ໃນເມືອງກາເປນາອູມນັ້ນ ຈົ່ງເຮັດໃນເມືອງຂອງຕົນບ່ອນນີ້ເໝືອນກັນ’”. Uka jalj uñjjattʼätaພຣະຄຳພີສັກສິ23 ພຣະອົງຊົງກ່າວແກ່ພວກເຂົາວ່າ, “ພວກເຈົ້າຄົງຈະກ່າວຄຳສຸພາສິດຂໍ້ນີ້ ຕໍ່ເຮົາເປັນແນ່ຄືວ່າ, ‘ທ່ານໝໍເອີຍ, ຈົ່ງປົວຕົວເອງໃຫ້ດີ’ ຄື ‘ບັນດາການ ຊຶ່ງພວກເຮົາໄດ້ຍິນວ່າ ທ່ານໄດ້ກະທຳໃນເມືອງກາເປນາອູມ ຈົ່ງເຮັດໃນເມືອງຂອງຕົນທີ່ນີ້ເໝືອນກັນ.”’ Uka jalj uñjjattʼäta |
ດ້ວຍເຫດໃດ ເຈົ້າຈຶ່ງເວົ້າຕໍ່ພີ່ນ້ອງຂອງເຈົ້າວ່າ, ‘ພີ່ນ້ອງ, ຈົ່ງໃຫ້ຂ້ອຍເຂ່ຍເອົາຂີ້ເຫຍື້ອອອກຈາກຕາຂອງເຈົ້າ’ ໃນເມື່ອໂຕເຈົ້າເອງກໍຍັງບໍ່ເຫັນໄມ້ທັງທ່ອນຢູ່ໃນຕາຂອງຕົນ? ພວກຄົນໜ້າຊື່ໃຈຄົດ, ຈົ່ງເອົາໄມ້ທັງທ່ອນອອກຈາກຕາຂອງຕົນເອງກ່ອນ ແລະ ຫລັງຈາກນັ້ນເຈົ້າກໍຈະເຫັນແຈ້ງດີ ຈຶ່ງຈະເຂ່ຍຜົງຂີ້ເລື່ອຍອອກຈາກຕາຂອງພີ່ນ້ອງຂອງເຈົ້າໄດ້.