Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 4:15 - ພຣະຄຳພີລາວສະບັບສະໄໝໃໝ່

15 ພຣະອົງ​ສັ່ງສອນ​ໃນ​ທຳມະສາລາ​ຕ່າງໆ​ຂອງ​ພວກເຂົາ, ທຸກຄົນ​ພາກັນ​ສັນລະເສີນ​ພຣະເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

15 ພຣະອົງ​ໄດ້​ສັ່ງສອນ​ໃນ​ທຳມະສາລາ​ຂອງ​ພວກເຂົາ ແລະ​ໄດ້​ຮັບ​ຄຳ​ສັນລະເສີນ​ຈາກ​ທຸກຄົນ.

Uka jalj uñjjattʼäta Copia luraña




ລູກາ 4:15
10 Jak'a apnaqawi uñst'ayäwi  

ເມື່ອ​ມາ​ເຖິງ​ບ້ານເກີດ​ຂອງ​ພຣະອົງ​ແລ້ວ ພຣະອົງ​ໄດ້​ສັ່ງສອນ​ປະຊາຊົນ​ທັງຫລາຍ​ໃນ​ທຳມະສາລາ​ຂອງ​ພວກເຂົາ ແລະ ພວກເຂົາ​ກໍ​ປະຫລາດໃຈ ແລະ ຖາມ​ກັນ​ວ່າ, “ຄົນ​ນີ້​ໄດ້​ສະຕິປັນຍາ ແລະ ລິດອຳນາດ​ອັນ​ອັດສະຈັນ​ເຫລົ່ານີ້​ມາ​ຈາກ​ໃສ?


ພຣະເຢຊູເຈົ້າ​ໄດ້​ເດີນທາງ​ໄປ​ທົ່ວ​ແຂວງ​ຄາລີເລ, ສັ່ງສອນ​ຕາມ​ທຳມະສາລາ​ຂອງ​ພວກເຂົາ, ໄດ້​ປະກາດ​ຂ່າວປະເສີດ​ເລື່ອງ​ອານາຈັກ​ສະຫວັນ ແລະ ຮັກສາ​ຄົນ​ທີ່​ມີ​ພະຍາດໂລຄາ ແລະ ຄົນເຈັບໄຂ້ໄດ້ປ່ວຍ​ທຸກ​ຊະນິດ​ໃນ​ທ່າມກາງ​ປະຊາຊົນ.


ພຣະເຢຊູເຈົ້າ​ໄດ້​ເດີນທາງ​ຜ່ານ​ໄປ​ຕາມ​ທຸກ​ເມືອງ ແລະ ບ້ານ, ສັ່ງສອນ​ຕາມ​ທຳມະສາລາ​ຕ່າງໆ​ຂອງ​ພວກເຂົາ, ໄດ້​ປະກາດ​ຂ່າວປະເສີດ​ເລື່ອງ​ອານາຈັກ​ສະຫວັນ ແລະ ຮັກສາ​ຄົນ​ທີ່​ມີ​ພະຍາດໂລຄາ ແລະ ຄົນເຈັບໄຂ້ໄດ້ປ່ວຍ​ທຸກ​ຊະນິດ.


ເມື່ອ​ປະຊາຊົນ​ໄດ້​ເຫັນ​ດັ່ງນີ້​ແລ້ວ​ພວກເຂົາ​ກໍ​ເຕັມ​ໄປ​ດ້ວຍ​ຄວາມຢ້ານ ແລະ ພວກເຂົາ​ໄດ້​ສັນລະເສີນ​ພຣະເຈົ້າ​ຜູ້​ໃຫ້​ສິດອຳນາດ​ຢ່າງ​ນີ້​ແກ່​ມະນຸດ.


ປະຊາຊົນ​ທຸກຄົນ​ຕ່າງ​ກໍ​ພາກັນ​ປະຫລາດໃຈ ແລະ ຖາມ​ກັນ​ວ່າ, “ນີ້​ແມ່ນ​ຫຍັງ? ເປັນ​ຄຳສັ່ງສອນ​ໃໝ່ ແລະ ທັງ​ຍັງ​ມີ​ສິດອຳນາດ! ທ່ານ​ຜູ້​ນີ້​ສັ່ງ​ວິນຍານສົກກະປົກ ແລະ ພວກມັນ​ກໍ​ຍອມ​ເຊື່ອຟັງ​ເພິ່ນ”.


ດັ່ງນັ້ນ ພຣະອົງ​ຈຶ່ງ​ໄດ້​ເດີນທາງ​ໄປ​ທົ່ວ​ແຂວງ​ຄາລີເລ ໄດ້​ເທດສະໜາ​ໃນ​ທຳມະສາລາ ແລະ ຂັບໄລ່​ຜີມານຮ້າຍ​ທັງຫລາຍ​ໃຫ້​ອອກ​ໄປ.


ແຕ່​ພໍ​ຊາຍ​ຄົນ​ນີ້​ຈາກ​ໄປ​ແລ້ວ ລາວ​ພັດ​ໄປ​ປະກາດ​ເລື່ອງ​ນີ້​ໃຫ້​ແຜ່ກະຈາຍ​ໄປ​ທົ່ວ​ທຸກ​ບ່ອນ ຍ້ອນ​ຂ່າວ​ນີ້ ພຣະເຢຊູເຈົ້າ​ຈຶ່ງ​ບໍ່​ສາມາດ​ເຂົ້າ​ໄປ​ໃນ​ເມືອງ​ໄດ້​ຢ່າງ​ເປີດເຜີຍ​ອີກ​ຕໍ່​ໄປ ແຕ່​ພຣະອົງ​ໄດ້​ອາໄສ​ຢູ່​ນອກ​ເມືອງ​ໃນ​ບ່ອນ​ປ່ຽວ. ເຖິງ​ປານ​ນັ້ນ ກໍ​ຍັງ​ມີ​ຄົນ​ຈາກ​ທຸກ​ທີ່​ທຸກ​ບ່ອນ​ມາ​ຫາ​ພຣະອົງ.


ໃນ​ວັນຊະບາໂຕ​ວັນ​ໜຶ່ງ ຂະນະ​ທີ່​ພຣະເຢຊູເຈົ້າ​ກຳລັງ​ສັ່ງສອນ​ຢູ່​ໃນ​ທຳມະສາລາ​ແຫ່ງ​ໜຶ່ງ,


ແລ້ວ​ພຣະອົງ​ໄປ​ທີ່​ນາຊາເຣັດ​ບ່ອນ​ທີ່​ພຣະອົງ​ຈະເລີນ​ເຕີບໃຫຍ່​ຂຶ້ນ, ແລະ ໃນ​ວັນຊະບາໂຕ ພຣະອົງ​ເຂົ້າ​ໄປ​ໃນ​ທຳມະສາລາ​ຕາມ​ປົກກະຕິ ແລະ ໄດ້​ຢືນ​ຂຶ້ນ​ອ່ານ​ພຣະຄຳ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka