Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 3:23 - ພຣະຄຳພີລາວສະບັບສະໄໝໃໝ່

23 ບັດນີ້ ພຣະເຢຊູເຈົ້າ​ເລີ່ມ​ປະຕິບັດ​ພາລະກິດ​ຂອງ​ພຣະອົງ​ເມື່ອ​ພຣະອົງ​ມີ​ອາຍຸ​ໄດ້​ປະມານ​ສາມສິບ​ປີ. ຄົນ​ທັງຫລາຍ​ຄິດ​ວ່າ​ພຣະອົງ​ເປັນ​ລູກຊາຍ​ຂອງ​ໂຢເຊັບ, ຜູ້​ເປັນ​ລູກຊາຍ​ຂອງ​ເຮລີ,

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

23 ເມື່ອ​ພຣະເຢຊູເຈົ້າ​ເລີ່ມ​ປະຕິບັດ​ພາລະກິດ ພຣະອົງ​ມີ​ອາຍຸ​ໄດ້​ປະມານ​ສາມສິບ​ປີ ຄົນ​ທັງຫລາຍ​ຄິດ​ວ່າ ພຣະເຢຊູເຈົ້າ​ເປັນ​ລູກຊາຍ​ຂອງ​ໂຢເຊັບ, ໂຢເຊັບ​ເປັນ​ລູກຊາຍ​ຂອງ​ເຮລີ,

Uka jalj uñjjattʼäta Copia luraña




ລູກາ 3:23
20 Jak'a apnaqawi uñst'ayäwi  

ນີ້​ແມ່ນ​ເຊື້ອສາຍ​ຂອງ​ພຣະເຢຊູເຈົ້າ​ຜູ້​ເປັນ​ພຣະເມຊີອາ ຜູ້​ທີ່​ເປັນ​ເຊື້ອສາຍ​ຂອງ​ດາວິດ ຜູ້​ທີ່​ເປັນ​ເຊື້ອສາຍ​ຂອງ​ອັບຣາຮາມ ເຊິ່ງ​ມີ​ດັ່ງນີ້:


ແລະ ຢາໂຄບ​ເປັນ​ພໍ່​ຂອງ​ໂຢເຊັບ​ຜົວ​ຂອງ​ມາຣີ​ຜູ້​ໃຫ້​ກຳເນີດ​ພຣະເຢຊູເຈົ້າ​ຜູ້​ທີ່​ມີ​ຊື່​ວ່າ: ພຣະຄຣິດເຈົ້າ.


ແລະ ເຢຊີ​ເປັນ​ພໍ່​ຂອງ​ກະສັດ​ດາວິດ. ດາວິດ​ເປັນ​ພໍ່​ຂອງ​ໂຊໂລໂມນ, ແມ່​ຂອງ​ໂຊໂລໂມນ​ເຄີຍ​ເປັນ​ເມຍ​ຂອງ​ອູຣີຢາ​ມາ​ກ່ອນ,


ລາວ​ບໍ່​ແມ່ນ​ລູກຊາຍ​ຂອງ​ຊ່າງໄມ້​ນັ້ນ​ບໍ? ແມ່​ຂອງ​ລາວ​ຊື່​ວ່າ​ມາຣີ ແລະ ນ້ອງຊາຍ​ຂອງ​ລາວ​ແມ່ນ​ຢາໂກໂບ, ໂຢເຊັບ, ຊີໂມນ ແລະ ຢູດາ ບໍ່​ແມ່ນ​ບໍ?


ຕັ້ງແຕ່​ເວລາ​ນັ້ນ​ມາ ພຣະເຢຊູເຈົ້າ​ກໍ​ເລີ່ມຕົ້ນ​ເທດສະໜາ​ວ່າ, “ຈົ່ງ​ຖິ້ມໃຈເກົ່າເອົາໃຈໃໝ່ ເພາະ​ອານາຈັກ​ສະຫວັນ​ມາ​ໃກ້​ແລ້ວ”.


ລາວ​ເປັນ​ຊ່າງໄມ້​ບໍ່​ແມ່ນ​ບໍ? ລາວ​ເປັນ​ລູກຊາຍ​ຂອງ​ນາງ​ມາຣີ ເປັນ​ອ້າຍ​ຂອງ​ຢາໂກໂບ, ໂຢເຊັບ, ຢູດາ ແລະ ຊີໂມນ​ບໍ່​ແມ່ນ​ບໍ? ພວກ​ນ້ອງສາວ​ຂອງ​ລາວ​ກໍ​ຢູ່​ກັບ​ພວກເຮົາ​ບໍ່​ແມ່ນ​ບໍ?” ແລ້ວ​ພວກເຂົາ​ທັງຫລາຍ​ຈຶ່ງ​ບໍ່​ພໍໃຈ​ພຣະອົງ.


ເມື່ອ​ພໍ່ແມ່​ໄດ້​ເຫັນ​ພຣະອົງ​ກໍ​ປະຫລາດໃຈ. ຜູ້​ເປັນ​ແມ່​ຈຶ່ງ​ກ່າວ​ແກ່​ພຣະອົງ​ວ່າ, “ລູກ​ເອີຍ, ດ້ວຍເຫດໃດ​ເຈົ້າ​ຈຶ່ງ​ເຮັດ​ກັບ​ພວກເຮົາ​ຢ່າງ​ນີ້? ພໍ່​ກັບ​ແມ່​ຮ້ອນຮົນ​ໃຈ​ຕາມ​ຫາ​ລູກ”.


ຜູ້​ເປັນ​ລູກຊາຍ​ຂອງ​ເມເລອາ, ຜູ້​ເປັນ​ລູກຊາຍ​ຂອງ​ເມັນນາ, ຜູ້​ເປັນ​ລູກຊາຍ​ຂອງ​ມັດຕາທາ, ຜູ້​ເປັນ​ລູກຊາຍ​ຂອງ​ນາທານ, ຜູ້​ເປັນ​ລູກຊາຍ​ຂອງ​ດາວິດ,


ຄົນ​ທັງປວງ​ເວົ້າ​ຍົກຍ້ອງ​ພຣະອົງ ແລະ ປະຫລາດໃຈ​ໃນ​ຖ້ອຍຄຳ​ທີ່​ເຕັມ​ດ້ວຍ​ຄວາມ​ເມດຕາ​ຈາກ​ປາກ​ຂອງ​ພຣະອົງ. ພວກເຂົາ​ຈຶ່ງ​ຖາມ​ກັນ​ວ່າ, “ຄົນ​ນີ້​ເປັນ​ລູກ​ຂອງ​ໂຢເຊັບ​ບໍ່​ແມ່ນ​ບໍ?”


ຟີລິບ​ໄດ້​ພົບ​ນະທານາເອັນ ແລະ ບອກ​ລາວ​ວ່າ, “ພວກເຮົາ​ໄດ້​ພົບ​ຜູ້​ທີ່​ໂມເຊ​ໄດ້​ຂຽນ​ໄວ້​ໃນ​ໜັງສື​ກົດບັນຍັດ ແລະ ບັນດາ​ຜູ້ທຳນວາຍ​ກໍ​ໄດ້​ຂຽນ​ໄວ້​ເໝືອນ​ກັນ​ຄື ພຣະເຢຊູເຈົ້າ​ຊາວ​ນາຊາເຣັດ​ລູກ​ຂອງ​ໂຢເຊັບ”.


ພວກເຂົາ​ເວົ້າ​ວ່າ, “ຜູ້​ນີ້​ແມ່ນ​ເຢຊູ​ລູກຊາຍ​ຂອງ​ໂຢເຊັບ​ບໍ່​ແມ່ນ​ບໍ? ພວກເຮົາ​ກໍ​ຮູ້ຈັກ​ພໍ່​ແມ່​ຂອງ​ລາວ, ດ້ວຍເຫດໃດ ລາວ​ຈຶ່ງ​ເວົ້າ​ວ່າ ‘ເຮົາ​ລົງ​ມາ​ຈາກ​ສະຫວັນ’?”


ຮຽນ​ທ່ານ​ເທໂອຟີໂລ, ໃນ​ໜັງສື​ເຫລັ້ມ​ກ່ອນ, ຂ້າພະເຈົ້າ​ໄດ້​ຂຽນ​ກ່ຽວກັບ​ທຸກ​ສິ່ງ​ທີ່​ພຣະເຢຊູເຈົ້າ​ໄດ້​ເລີ່ມຕົ້ນ​ກະທຳ ແລະ ສັ່ງສອນ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka