Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 3:18 - ພຣະຄຳພີລາວສະບັບສະໄໝໃໝ່

18 ແລະ ໂຢຮັນ​ໄດ້​ແນະນຳ​ຕັກເຕືອນ​ປະຊາຊົນ​ອີກ​ຫລາຍ​ຢ່າງ ແລະ ປະກາດ​ຂ່າວປະເສີດ​ກັບ​ພວກເຂົາ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

18 ດ້ວຍເຫດນີ້, ໂຢຮັນ​ໄດ້​ເທດສະໜາ​ປ່າວ​ປະກາດ​ຂ່າວປະເສີດ ແກ່​ປະຊາຊົນ​ດ້ວຍ​ຫລາຍ​ວິທີ ແລະ​ເຕືອນ​ສະຕິ​ຫລາຍ​ຂໍ້.

Uka jalj uñjjattʼäta Copia luraña




ລູກາ 3:18
9 Jak'a apnaqawi uñst'ayäwi  

ໃນ​ມື​ຂອງ​ພຣະອົງ​ຖື​ກະດົ້ງ​ຝັດເຂົ້າ​ເພື່ອ​ຈະ​ເຮັດ​ລານເຂົ້າ​ຂອງ​ພຣະອົງ​ໃຫ້​ກ້ຽງດີ ແລະ ເພື່ອ​ຈະ​ຮວບຮວມ​ເອົາ​ເຂົ້າຫວີດ​ມາ​ໃສ່​ໄວ້​ໃນ​ເລົ້າ​ຂອງ​ພຣະອົງ, ແຕ່​ພຣະອົງ​ຈະ​ເຜົາ​ແກບ​ດ້ວຍ​ໄຟ​ທີ່​ບໍ່​ຮູ້​ມອດ”.


ແຕ່​ເມື່ອ​ໂຢຮັນ​ຕຳໜິ​ເຮໂຣດ​ຜູ້ປົກຄອງ​ເມືອງ​ເພາະ​ເພິ່ນ​ໄດ້​ແຕ່ງງານ​ກັບ​ນາງ​ເຮໂຣເດຍ, ເມຍ​ຂອງ​ນ້ອງຊາຍ​ຂອງ​ຕົນ ແລະ ສິ່ງ​ຊົ່ວຮ້າຍ​ຫລາຍ​ຢ່າງ​ທີ່​ເພິ່ນ​ໄດ້​ເຮັດ,


(ໂຢຮັນ​ໄດ້​ເປັນພະຍານ​ກ່ຽວກັບ​ພຣະອົງ ເພິ່ນ​ໄດ້​ຮ້ອງ​ປະກາດ​ວ່າ, “ຜູ້​ນີ້​ຄື​ຜູ້​ທີ່​ເຮົາ​ໄດ້​ເວົ້າ​ເຖິງ​ເມື່ອ​ເຮົາ​ກ່າວ​ວ່າ, ‘ພຣະອົງ​ຜູ້​ທີ່​ມາ​ພາຍຫລັງ​ເຮົາ​ກໍ​ຍິ່ງໃຫຍ່​ກວ່າ​ເຮົາ ເພາະ​ພຣະອົງ​ເປັນຢູ່​ກ່ອນ​ເຮົາ’”.)


ໃນ​ວັນ​ຕໍ່ມາ​ໂຢຮັນ​ໄດ້​ເຫັນ​ພຣະເຢຊູເຈົ້າ​ກຳລັງ​ມາຫາ​ຕົນ ແລະ ຈຶ່ງ​ກ່າວ​ວ່າ, “ເບິ່ງ​ແມ! ລູກແກະ​ຂອງ​ພຣະເຈົ້າ ຜູ້​ຮັບ​ເອົາ​ບາບ​ຂອງ​ໂລກ​ໄປ!


ເຮົາ​ໄດ້​ເຫັນ​ແລ້ວ ແລະ ເຮົາ​ເປັນພະຍານ​ໄດ້​ວ່າ ນີ້​ຄື​ຜູ້​ທີ່​ພຣະເຈົ້າ​ເລືອກ​ໄວ້”.


ແລ້ວ​ເປໂຕ​ໄດ້​ເຕືອນ​ພວກເຂົາ​ອີກ​ຫລາຍ​ຄຳ ແລະ ອ້ອນວອນ​ວ່າ, “ຈົ່ງ​ເອົາ​ຕົວ​ເອງ​ໃຫ້​ພົ້ນ​ຈາກ​ຄົນ​ໃນ​ຍຸກ​ເສື່ອມຊາມ​ນີ້”.


ເພິ່ນ​ໄດ້​ເດີນທາງ​ໄປ​ທົ່ວ​ຂົງເຂດ​ນັ້ນ, ກ່າວ​ຖ້ອຍຄຳ​ໜູນໃຈ​ຫລາຍ​ປະການ​ແກ່​ຄົນ​ທັງຫລາຍ ແລະ ໃນ​ທີ່ສຸດ​ກໍ​ເດີນທາງ​ມາ​ເຖິງ​ປະເທດ​ກຣີກ,


ຖ້າ​ມີ​ດ້ານ​ການໜູນໃຈ ກໍ​ຈົ່ງ​ໜູນໃຈ, ຖ້າ​ມີ​ດ້ານ​ການບໍລິຈາກ ກໍ​ຈົ່ງ​ບໍລິຈາກ​ດ້ວຍ​ໃຈກວ້າງຂວາງ, ຖ້າ​ມີ​ດ້ານ​ການເປັນຜູ້ນຳ ກໍ​ຈົ່ງ​ປົກຄອງ​ດ້ວຍ​ຄວາມເອົາໃຈໃສ່, ຖ້າ​ມີ​ດ້ານ​ການສະແດງ​ຄວາມເມດຕາ ກໍ​ຈົ່ງ​ເຮັດ​ດ້ວຍ​ໃຈຍິນດີ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka