Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 3:16 - ພຣະຄຳພີລາວສະບັບສະໄໝໃໝ່

16 ໂຢຮັນ​ຕອບ​ພວກເຂົາ​ທັງໝົດ​ວ່າ, “ເຮົາ​ໃຫ້​ພວກເຈົ້າ​ຮັບ​ບັບຕິສະມາ​ດ້ວຍ​ນ້ຳ. ແຕ່​ມີ​ຜູ້​ໜຶ່ງ​ທີ່​ມີ​ລິດອຳນາດ​ໃຫຍ່​ກວ່າ​ເຮົາ​ຈະ​ມາ ເຮົາ​ບໍ່​ສົມຄວນ​ແມ່ນ​ແຕ່​ຈະ​ແກ້​ສາຍຮັດ​ເກີບ​ໃຫ້​ເພິ່ນ. ພຣະອົງ​ຈະ​ໃຫ້​ພວກເຈົ້າ​ຮັບ​ບັບຕິສະມາ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ ແລະ ດ້ວຍ​ໄຟ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

16 ໂຢຮັນ​ຈຶ່ງ​ກ່າວ​ແກ່​ພວກເຂົາ​ທຸກຄົນ​ວ່າ, “ຝ່າຍ​ເຮົາ ເຮົາ​ໃຫ້​ພວກເຈົ້າ​ຮັບ​ບັບຕິສະມາ​ດ້ວຍ​ນໍ້າ, ແຕ່​ມີ​ຜູ້ໜຶ່ງ​ກຳລັງ​ຈະ​ມາ ແລະ​ທ່ານ​ຜູ້​ນີ້​ມີ​ຣິດເດດ​ອຳນາດ​ຍິ່ງໃຫຍ່​ກວ່າ​ເຮົາ​ຫລາຍ ຊຶ່ງ​ເຮົາ​ບໍ່​ສົມຄວນ​ແມ່ນແຕ່​ຈະ​ແກ້​ສາຍ​ຮັດ​ເກີບ​ໃຫ້​ເພິ່ນ, ເພິ່ນ​ຈະ​ໃຫ້​ພວກເຈົ້າ​ຮັບ​ບັບຕິສະມາ ດ້ວຍ​ພຣະວິນຍານ​ບໍຣິສຸດ​ແລະ​ດ້ວຍ​ໄຟ.

Uka jalj uñjjattʼäta Copia luraña




ລູກາ 3:16
24 Jak'a apnaqawi uñst'ayäwi  

“ເຮົາ​ໃຫ້​ພວກເຈົ້າ​ບັບຕິສະມາ​ດ້ວຍ​ນ້ຳ​ເພື່ອ​ການ​ຖິ້ມໃຈເກົ່າເອົາໃຈໃໝ່. ແຕ່​ຜູ້​ທີ່​ຈະ​ມາ​ພາຍຫລັງ​ເຮົາ​ກໍ​ມີ​ລິດອຳນາດ​ຍິ່ງໃຫຍ່​ກວ່າ​ເຮົາ​ອີກ, ເຊິ່ງ​ເຮົາ​ບໍ່​ສົມຄວນ​ແມ່ນແຕ່​ຈະ​ຈັບ​ເກີບ​ຂອງ​ເພິ່ນ. ເພິ່ນ​ຈະ​ໃຫ້​ພວກເຈົ້າ​ທັງຫລາຍ​ຮັບບັບຕິສະມາ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ ແລະ ດ້ວຍ​ໄຟ.


ມື​ຂອງ​ພຣະອົງ​ຖື​ກະດົ້ງ​ຝັດເຂົ້າ ແລະ ພຣະອົງ​ຈະ​ເຮັດ​ລານເຂົ້າ​ຂອງ​ພຣະອົງ​ໃຫ້​ກ້ຽງດີ, ຈະ​ຮວບຮວມ​ເອົາ​ເຂົ້າຫວີດ​ຂອງ​ພຣະອົງ​ມາ​ໃສ່​ໄວ້​ໃນ​ເລົ້າ ແລະ ເຜົາ​ແກບ​ດ້ວຍ​ໄຟ​ທີ່​ບໍ່​ຮູ້​ມອດ”.


ໂຢຮັນ​ຕອບ​ວ່າ, “ເຮົາ​ໃຫ້​ບັບຕິສະມາ​ດ້ວຍ​ນ້ຳ ແຕ່​ມີ​ຜູ້​ໜຶ່ງ​ທີ່​ຢືນ​ຢູ່​ໃນ​ທ່າມກາງ​ພວກທ່ານ​ທີ່​ພວກທ່ານ​ບໍ່​ຮູ້ຈັກ.


ພຣະອົງ​ເປັນ​ຜູ້​ທີ່​ຈະ​ມາ​ພາຍຫລັງ​ເຮົາ, ເຮົາ​ບໍ່​ສົມຄວນ​ແມ່ນແຕ່​ຈະ​ແກ້​ສາຍ​ຮັດ​ເກີບ​ຂອງ​ເພິ່ນ”.


ແລະ ເຮົາ​ເອງ​ກໍ​ບໍ່​ຮູ້​ວ່າ​ພຣະອົງ​ເປັນ​ຜູ້ໃດ, ແຕ່​ຜູ້​ທີ່​ໃຊ້​ເຮົາ​ມາ​ໃຫ້​ບັບຕິສະມາ​ດ້ວຍ​ນ້ຳ​ໄດ້​ກ່າວ​ກັບ​ເຮົາ​ໄວ້​ວ່າ, ‘ເຈົ້າ​ເຫັນ​ພຣະວິນຍານ​ລົງມາ​ສະຖິດ​ຢູ່​ເທິງ​ຜູ້ໃດ ຜູ້​ນັ້ນ​ແຫລະ​ເປັນ​ຜູ້​ທີ່​ຈະ​ໃຫ້​ບັບຕິສະມາ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ’.


ດັ່ງ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, ຜູ້ໃດ​ກໍ​ຕາມ​ທີ່​ເຊື່ອ​ໃນ​ເຮົາ ແມ່ນ້ຳ​ແຫ່ງ​ຊີວິດ​ຈະ​ໄຫລ​ອອກ​ມາ​ຈາກ​ພາຍໃນ​ພວກເຂົາ”.


ດ້ວຍວ່າ ໂຢຮັນ​ໄດ້​ໃຫ້​ບັບຕິສະມາ​ດ້ວຍ​ນ້ຳ ແຕ່​ອີກ​ບໍ່​ເທົ່າໃດ​ວັນ​ພວກເຈົ້າ​ຈະ​ໄດ້​ຮັບ​ບັບຕິສະມາ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ”.


ຂະນະ​ທີ່​ເປໂຕ​ຍັງ​ກ່າວ​ຖ້ອຍຄຳ​ເຫລົ່ານີ້​ຢູ່​ນັ້ນ, ພຣະວິນຍານບໍລິສຸດເຈົ້າ​ກໍ​ລົງ​ມາ​ເທິງ​ທຸກຄົນ​ທີ່​ກຳລັງ​ຟັງ​ຖ້ອຍຄຳ​ນັ້ນ.


ເມື່ອ​ພຣະອົງ​ຖືກ​ຍົກ​ຂຶ້ນ​ສູ່​ເບື້ອງຂວາ​ມື​ຂອງ​ພຣະເຈົ້າ​ແລ້ວ ພຣະອົງ​ໄດ້​ຮັບ​ພຣະວິນຍານບໍລິສຸດເຈົ້າ​ຈາກ​ພຣະບິດາເຈົ້າ​ຕາມ​ສັນຍາ ແລະ ໄດ້​ເທ​ລົງ​ມາ ເໝືອນດັ່ງ​ທີ່​ພວກເຈົ້າ​ໄດ້​ເຫັນ ແລະ ໄດ້​ຍິນ​ຢູ່​ນີ້.


ເພາະ​ພວກເຮົາ​ທັງໝົດ​ໄດ້​ຮັບ​ບັບຕິສະມາ​ໂດຍ​ພຣະວິນຍານ​ອົງ​ດຽວ​ເຂົ້າ​ເປັນ​ກາຍ​ດຽວ​ກັນ ບໍ່​ວ່າ​ພວກເຮົາ​ຈະ​ເປັນ​ຄົນຢິວ ຫລື ຄົນຕ່າງຊາດ, ຂ້າທາດ ຫລື ອິດສະຫລະ ແລະ ພວກເຮົາ​ທັງໝົດ​ກໍ​ໄດ້​ຮັບ​ພຣະວິນຍານ​ອົງ​ດຽວ​ກັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka