10 ປະຊາຊົນຈຶ່ງຖາມວ່າ, “ແລ້ວພວກເຮົາຄວນຈະເຮັດຢ່າງໃດ?”
10 ປະຊາຊົນຖາມໂຢຮັນວ່າ, “ຖ້າດັ່ງນັ້ນ ພວກເຮົາຄວນຈະເຮັດຢ່າງໃດ?”
ແມ່ນແຕ່ບັນດາຄົນເກັບພາສີກໍມາຂໍຮັບບັບຕິສະມາ. ພວກເຂົາຖາມວ່າ, “ທ່ານອາຈານ, ພວກເຮົາຄວນຈະເຮັດຢ່າງໃດ?”
ແລ້ວພວກທະຫານກໍມາຖາມເພິ່ນວ່າ, “ແລ້ວພວກເຮົາຄວນຈະເຮັດຢ່າງໃດ?” ເພິ່ນຕອບວ່າ, “ຢ່າຂົ່ມຂູ່ເອົາເງິນ ແລະ ຢ່າໃສ່ຮ້າຍຜູ້ໃດ ຈົ່ງພໍໃຈກັບຄ່າຈ້າງຂອງຕົນ”.
ຈົ່ງເກີດຜົນໃຫ້ສົມກັບການຖິ້ມໃຈເກົ່າເອົາໃຈໃໝ່ ແລະ ຢ່າຄິດວ່າ, ‘ພວກເຮົາມີອັບຣາຮາມເປັນບັນພະບຸລຸດຂອງພວກເຮົາ’. ເພາະເຮົາບອກພວກເຈົ້າວ່າພຣະເຈົ້າສາມາດເຮັດໃຫ້ລູກຫລານຂອງອັບຣາຮາມເກີດຈາກກ້ອນຫີນເຫລົ່ານີ້ກໍໄດ້.
ແລ້ວລາວກໍໄດ້ພາພວກເພິ່ນອອກມາແລ້ວຖາມວ່າ, “ທ່ານເອີຍ, ຂ້ານ້ອຍຈະຕ້ອງເຮັດຢ່າງໃດຈຶ່ງຈະໄດ້ຮັບຄວາມພົ້ນ?”
ເມື່ອຄົນທັງຫລາຍໄດ້ຍິນຢ່າງນີ້ແລ້ວ ພວກເຂົາຕ່າງກໍຮູ້ສຶກເຈັບຊ້ຳກິນແໜງໃຈຫລາຍ ຈຶ່ງເວົ້າກັບເປໂຕ ແລະ ອັກຄະສາວົກຄົນອື່ນໆວ່າ, “ພີ່ນ້ອງ ພວກເຮົາຄວນຈະເຮັດຢ່າງໃດ?”
ເປໂຕຕອບວ່າ, “ພວກທ່ານທຸກຄົນຈົ່ງຖິ້ມໃຈເກົ່າເອົາໃຈໃໝ່ ແລະ ຮັບບັບຕິສະມາໃນນາມຂອງພຣະເຢຊູຄຣິດເຈົ້າ ເພື່ອບາບຂອງພວກທ່ານຈະໄດ້ຮັບການອະໄພ ແລະ ພວກທ່ານກໍຈະໄດ້ຮັບຂອງປະທານຄືພຣະວິນຍານບໍລິສຸດເຈົ້າ.
ບັດນີ້ “ຈົ່ງລຸກຂຶ້ນເຂົ້າໄປໃນເມືອງ, ແລ້ວຈະມີຜູ້ບອກເຈົ້າໃຫ້ຮູ້ວ່າເຈົ້າຕ້ອງເຮັດຢ່າງໃດ”.