Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 3:1 - ພຣະຄຳພີລາວສະບັບສະໄໝໃໝ່

1 ໃນ​ລາຊະການ​ປີ​ທີ​ສິບຫ້າ​ຂອງ​ຕີເບຣີໂອ​ກາຍຊາ, ໃນ​ເວລາ​ນັ້ນ​ປົນທຽວ​ປີລາດ​ເປັນ​ຜູ້ປົກຄອງ​ແຂວງ​ຢູດາຍ, ເຮໂຣດ​ໄດ້​ເປັນ​ຜູ້ປົກຄອງ​ແຂວງ​ຄາລີເລ, ສ່ວນ​ຟີລິບ​ນ້ອງຊາຍ​ຂອງ​ເຮໂຣດ​ເປັນ​ຜູ້ປົກຄອງ​ແຂວງ​ອີຕູຣາຍ ແລະ ທາໂຄນິດ, ລີຊາເນຍ​ເປັນ​ຜູ້ປົກຄອງ​ແຂວງ​ອາບີເລັນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

1 ໃນ​ຣາຊການ​ປີ​ທີ​ສິບຫ້າ​ຂອງ​ຈັກກະພັດ​ຕີເບຣີໂອ, ປົນອີໂອ​ປີລາດ​ໄດ້​ເປັນ​ຜູ້​ປົກຄອງ​ແຂວງ​ຢູດາຍ, ເຮໂຣດ​ໄດ້​ເປັນ​ຜູ້​ປົກຄອງ​ແຂວງ​ຄາລີເລ ແລະ ຟີລິບ​ນ້ອງຊາຍ​ຂອງ​ເຮໂຣດ​ໄດ້​ເປັນ​ຜູ້​ປົກຄອງ​ເຂດແດນ​ອີຕູຣາຍ ແລະ ທາໂຄນິດ, ລີຊາເນຍ​ໄດ້​ເປັນ​ຜູ້​ປົກຄອງ​ແຂວງ​ອາບີເລັນ

Uka jalj uñjjattʼäta Copia luraña




ລູກາ 3:1
19 Jak'a apnaqawi uñst'ayäwi  

ໃນ​ເວລາ​ນັ້ນ ເຮໂຣດ​ຜູ້ປົກຄອງ​ແຂວງ​ໄດ້​ຍິນ​ຊື່​ສຽງ​ຂອງ​ພຣະເຢຊູເຈົ້າ


ເວລາ​ນີ້​ເຮໂຣດ​ໄດ້​ຈັບ ແລະ ມັດ​ໂຢຮັນ​ແລ້ວ​ຂັງ​ເພິ່ນ​ໄວ້​ໃນ​ຄຸກ ດ້ວຍ​ສາເຫດ​ທີ່​ນາງ​ເຮໂຣເດຍ​ເມຍ​ຂອງ​ຟີລິບ​ນ້ອງຊາຍ​ຂອງ​ຕົນ,


ໃນ​ງານສະຫລອງ​ວັນເກີດ​ຂອງ​ເຮໂຣດ, ລູກສາວ​ຂອງ​ນາງ​ເຮໂຣເດຍ​ໄດ້​ມາ​ຟ້ອນ​ຕໍ່ໜ້າ​ບັນດາ​ແຂກ​ທີ່​ຖືກ​ເຊີນ ແລະ ເຮັດໃຫ້​ເຮໂຣດ​ພໍໃຈ​ຫລາຍ.


ດັ່ງນັ້ນ ຈົ່ງ​ບອກ​ພວກເຮົາ​ແດ່​ວ່າ​ທ່ານ​ຄິດ​ຢ່າງໃດ​ກ່ຽວກັບ​ເລື່ອງ​ນີ້? ເປັນ​ການ​ຖືກຕ້ອງ​ທີ່​ຈະ​ເສຍພາສີ​ໃຫ້​ແກ່​ກາຍຊາ​ບໍ?”


ດັ່ງນັ້ນ ພວກເຂົາ​ໄດ້​ມັດ​ພຣະອົງ ແລະ ນໍາ​ພຣະອົງ​ໄປ​ມອບ​ໃຫ້​ແກ່​ປີລາດ​ຜູ້ປົກຄອງ.


ເພາະ​ເຮໂຣດ​ເອງ​ເປັນ​ຜູ້​ສັ່ງ​ໃຫ້​ຈັບ​ໂຢຮັນ​ມາ​ລ່າມໂສ້ ແລະ ຂັງ​ລາວ​ໄວ້​ໃນ​ຄຸກ. ກະສັດ​ເຮໂຣດ​ເຮັດ​ເຊັ່ນນີ້ ເພາະ​ນາງ​ເຮໂຣເດຍ​ຜູ້​ທີ່​ເຄີຍ​ເປັນ​ເມຍ​ຂອງ​ຟີລິບ​ນ້ອງຊາຍ​ຂອງ​ຕົນ​ເມື່ອກ່ອນ ເຊິ່ງ​ເຮໂຣດ​ໄດ້​ແຕ່ງງານ​ນຳ​ນາງ.


ໃນ​ທີ່ສຸດ​ໂອກາດ​ກໍ​ມາ​ເຖິງ. ໃນ​ງານສະຫລອງ​ວັນເກີດ​ຂອງ​ເຮໂຣດ ເມື່ອ​ເພິ່ນ​ໄດ້​ຈັດ​ງານລ້ຽງສະຫລອງ ແລະ ເຊື້ອເຊີນ​ບັນດາ​ຂ້າລາຊະການ​ຊັ້ນສູງ​ມາ​ຮ່ວມ​ຄື: ຄະນະ​ລັດຖະບານ, ບັນດາ​ນາຍທະຫານ​ໃນ​ກອງທັບ ແລະ ບັນດາ​ບຸກຄົນ​ສຳຄັນ​ຕ່າງໆ​ໃນ​ແຂວງ​ຄາລີເລ.


ໃນ​ເວລາ​ນັ້ນ ມີ​ພວກ​ຟາຣີຊາຍ​ບາງຄົນ​ມາ​ເວົ້າ​ກັບ​ພຣະເຢຊູເຈົ້າ​ວ່າ, “ໃຫ້​ທ່ານ​ອອກ​ໜີ​ໄປ​ຈາກ​ບ່ອນ​ນີ້ ແລະ ໄປ​ບ່ອນ​ອື່ນ​ສາ. ເຮໂຣດ​ຕ້ອງການ​ຈະ​ຂ້າ​ທ່ານ”.


ໃນ​ເວລາ​ນັ້ນ ກາຍຊາ​ໂອຄຸໂຕ​ໄດ້​ອອກ​ຄຳສັ່ງ​ໃຫ້​ພົນລະເມືອງ​ໃນ​ທົ່ວ​ທັງ​ຈັກກະພົບ​ໂຣມ​ໄປ​ຈົດທະບຽນ​ສຳມະໂນຄົວ.


ດັ່ງນັ້ນ ປີລາດ​ຈຶ່ງ​ຕັດສິນໃຈ​ເຮັດ​ຕາມ​ທີ່​ພວກເຂົາ​ຮຽກຮ້ອງ.


ແຕ່​ເມື່ອ​ໂຢຮັນ​ຕຳໜິ​ເຮໂຣດ​ຜູ້ປົກຄອງ​ເມືອງ​ເພາະ​ເພິ່ນ​ໄດ້​ແຕ່ງງານ​ກັບ​ນາງ​ເຮໂຣເດຍ, ເມຍ​ຂອງ​ນ້ອງຊາຍ​ຂອງ​ຕົນ ແລະ ສິ່ງ​ຊົ່ວຮ້າຍ​ຫລາຍ​ຢ່າງ​ທີ່​ເພິ່ນ​ໄດ້​ເຮັດ,


ຝ່າຍ​ເຮໂຣດ ຜູ້ປົກຄອງ​ແຂວງ​ໄດ້​ຍິນ​ເລື່ອງ​ທີ່​ເກີດ​ຂຶ້ນ​ທັງໝົດ ເພິ່ນ​ຈຶ່ງ​ກັງວົນໃຈ​ເພາະວ່າ​ບາງຄົນ​ກໍ​ເວົ້າ​ວ່າ​ໂຢຮັນ​ເປັນຄືນມາຈາກຕາຍ,


ຂ້າພະເຈົ້າ ກລາວດີໂອລີເຊຍ, ຮຽນ​ພະນະ​ທ່ານ, ເຟລິກ​ຜູ້ປົກຄອງ: ຂໍ​ຄຳນັບ.


ເມື່ອ​ສອງ​ປີ​ຜ່ານ​ໄປ, ໂປກີໂອເຟຊະໂຕ​ມາ​ຮັບ​ຕຳແໜ່ງ​ແທນ​ເຟລິກ, ແຕ່​ເຟລິກ​ຢາກ​ເອົາ​ໃຈ​ພວກ​ຢິວ​ຈຶ່ງ​ປະ​ໂປໂລ​ໄວ້​ໃນ​ຄຸກ.


ກະສັດ​ລຸກຂຶ້ນ, ຜູ້ປົກຄອງ, ນາງ​ເບນີເກ ແລະ ຄົນ​ທັງຫລາຍ​ທີ່​ນັ່ງ​ຢູ່​ກໍ​ລຸກຂຶ້ນ​ພ້ອມກັບ​ກະສັດ.


ຄວາມຈິງ​ແລ້ວ ເຮໂຣດ ແລະ ປົນທຽວ​ປີລາດ​ໄດ້​ມາ​ພົບປະ​ກັນ​ກັບ​ຄົນຕ່າງຊາດ ແລະ ປະຊາຊົນ​ອິດສະຣາເອນ​ໃນ​ນະຄອນ​ນີ້ ເພື່ອ​ຮ່ວມ​ກັນ​ຕໍ່ສູ້​ພຣະເຢຊູເຈົ້າ​ຜູ້ຮັບໃຊ້​ບໍລິສຸດ​ຂອງ​ພຣະອົງ ຜູ້​ທີ່​ພຣະອົງ​ໄດ້​ເຈີມ​ໄວ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka