Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 24:51 - ພຣະຄຳພີລາວສະບັບສະໄໝໃໝ່

51 ໃນຂະນະ​ທີ່​ພຣະອົງ​ກຳລັງ​ອວຍພອນ​ພວກເພິ່ນ​ຢູ່​ນັ້ນ ພຣະອົງ​ກໍ​ຈາກ​ພວກເພິ່ນ​ໄປ ແລະ ຖືກ​ຮັບ​ຂຶ້ນ​ສູ່​ສະຫວັນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

51 ຂະນະທີ່​ຊົງ​ອວຍພອນ​ຢູ່​ນັ້ນ ພຣະອົງ​ກໍ​ຈາກ​ພວກເພິ່ນ​ໄປ ແລະ​ຖືກ​ຮັບ​ຂຶ້ນ​ສູ່​ສະຫວັນ.

Uka jalj uñjjattʼäta Copia luraña




ລູກາ 24:51
9 Jak'a apnaqawi uñst'ayäwi  

ເມື່ອ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ​ໄດ້​ກ່າວ​ແກ່​ພວກເພິ່ນ​ແລ້ວ ພຣະອົງ​ກໍ​ຖືກ​ຮັບ​ຂຶ້ນ​ສູ່​ສະຫວັນ ແລະ ນັ່ງ​ຢູ່​ເບື້ອງຂວາ​ມື​ຂອງ​ພຣະເຈົ້າ.


ເມື່ອ​ພຣະອົງ​ພາ​ພວກເພິ່ນ​ອອກ​ໄປ​ທີ່​ຂົງເຂດ​ໃກ້ຄຽງ​ໃນ​ເບັດທານີ​ແລ້ວ, ພຣະອົງ​ຍົກ​ມື​ຂອງ​ພຣະອົງ​ຂຶ້ນ​ອວຍພອນ​ພວກເພິ່ນ.


ພວກເພິ່ນ​ທັງຫລາຍ​ຈຶ່ງ​ນະມັດສະການ​ພຣະອົງ ແລະ ກັບຄືນ​ໄປ​ທີ່​ເຢຣູຊາເລັມ​ດ້ວຍ​ຄວາມຊື່ນຊົມຍິນດີ​ອັນ​ໃຫຍ່.


ພຣະເຢຊູເຈົ້າ​ກ່າວ​ວ່າ, “ຢ່າ​ໜ່ວງໜ່ຽວ​ເຮົາ​ໄວ້ ເພາະ​ເຮົາ​ຍັງ​ບໍ່​ໄດ້​ຂຶ້ນ​ໄປ​ຫາ​ພຣະບິດາເຈົ້າ. ຈົ່ງ​ໄປ​ຫາ​ພວກ​ພີ່ນ້ອງ​ຂອງ​ເຮົາ ແລະ ບອກ​ພວກເຂົາ​ວ່າ, ‘ເຮົາ​ກຳລັງ​ຈະ​ຂຶ້ນ​ໄປ​ຫາ​ພຣະບິດາເຈົ້າ​ຂອງ​ເຮົາ ແລະ ພຣະບິດາເຈົ້າ​ຂອງ​ພວກເຈົ້າ, ຈະ​ຂຶ້ນ​ໄປ​ຫາ​ພຣະເຈົ້າ​ຂອງ​ເຮົາ ແລະ ພຣະເຈົ້າ​ຂອງ​ພວກເຈົ້າ’”.


ຫລັງຈາກ​ພຣະອົງ​ໄດ້​ກ່າວ​ດັ່ງນີ້​ແລ້ວ, ພຣະອົງ​ກໍ​ຖືກ​ຮັບ​ຂຶ້ນ​ໄປ​ຕໍ່ໜ້າ​ຕໍ່ຕາ​ຂອງ​ພວກເພິ່ນ ແລະ ມີ​ເມກ​ມາ​ປົກຄຸມ​ພຣະອົງ​ໄວ້​ຈາກ​ສາຍຕາ​ຂອງ​ພວກເພິ່ນ.


ພຣະບຸດ​ເປັນ​ແສງສະທ້ອນ​ແຫ່ງ​ສະຫງ່າລາສີ​ຂອງ​ພຣະເຈົ້າ ແລະ ເປັນ​ເໝືອນ​ພຣະເຈົ້າ​ທຸກ​ປະການ ແລະ ໄດ້​ຄ້ຳຊູ​ສັບພະສິ່ງ​ໄວ້​ດ້ວຍ​ຖ້ອຍຄຳ​ທີ່​ມີ​ລິດອຳນາດ​ຂອງ​ພຣະອົງ. ຫລັງ​ຈາກ​ທີ່​ພຣະອົງ​ໄດ້​ຊຳລະ​ບາບ​ແລ້ວ, ພຣະອົງ​ຈຶ່ງ​ໄດ້​ນັ່ງ​ລົງ​ທີ່​ເບື້ອງຂວາ​ມື​ຂອງ​ອົງ​ຜູ້​ມີ​ບາລະມີ​ໃນ​ສະຫວັນ


ເຫດສະນັ້ນ, ໃນ​ເມື່ອ​ພວກເຮົາ​ມີ​ມະຫາ​ປະໂລຫິດ​ຜູ້​ຍິ່ງໃຫຍ່​ຜູ້​ທີ່​ໄດ້​ຂຶ້ນ​ສູ່​ສະຫວັນ ຄື​ພຣະເຢຊູເຈົ້າ​ພຣະບຸດ​ຂອງ​ພຣະເຈົ້າ ກໍ​ໃຫ້​ພວກເຮົາ​ຢຶດໝັ້ນ​ໃນ​ຄວາມເຊື່ອ​ທີ່​ພວກເຮົາ​ໄດ້​ປະກາດ​ແລ້ວ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka