48 ພວກເຈົ້າທັງຫລາຍຄືພະຍານໃນເລື່ອງເຫລົ່ານີ້.
48 ພວກເຈົ້າກໍເປັນພະຍານໃນເລື່ອງເຫຼົ່ານີ້.
ແລະ ພວກເຈົ້າຈະຕ້ອງເປັນພະຍານເໝືອນກັນ, ເພາະພວກເຈົ້າໄດ້ຢູ່ກັບເຮົາມາຕັ້ງແຕ່ຕົ້ນແລ້ວ.
ຄືຕັ້ງແຕ່ບັບຕິສະມາຂອງໂຢຮັນຈົນເຖິງເວລາທີ່ພຣະເຢຊູເຈົ້າຖືກຮັບຂຶ້ນໄປຈາກພວກເຮົາ. ເພາະສິ່ງເຫລົ່ານີ້ຈະຕ້ອງເປັນພະຍານຮ່ວມກັບພວກເຮົາເຖິງການເປັນຄືນມາຈາກຕາຍຂອງພຣະອົງ”.
ແຕ່ພວກເຈົ້າທັງຫລາຍຈະໄດ້ຮັບລິດອຳນາດ ເມື່ອພຣະວິນຍານບໍລິສຸດເຈົ້າມາຢູ່ເທິງພວກເຈົ້າ ແລະ ພວກເຈົ້າຈະເປັນພະຍານຝ່າຍເຮົາໃນເຢຣູຊາເລັມ ແລະ ຕະຫລອດທົ່ວແຂວງຢູດາຍກັບແຂວງຊາມາເຣຍ ແລະ ຈົນເຖິງສຸດປາຍແຜ່ນດິນໂລກ”.
“ພວກຂ້າພະເຈົ້າເປັນພະຍານເຖິງທຸກສິ່ງທີ່ພຣະອົງກະທຳ ທັງໃນດິນແດນຂອງຊາວຢິວ ແລະ ໃນເຢຣູຊາເລັມ. ພວກເຂົາໄດ້ຂ້າພຣະອົງໂດຍຄຶງພຣະອົງໄວ້ທີ່ໄມ້ກາງແຂນ,
ບໍ່ແມ່ນທຸກຄົນທີ່ໄດ້ເຫັນພຣະອົງ ມີແຕ່ພະຍານທັງຫລາຍທີ່ພຣະເຈົ້າໄດ້ເລືອກໄວ້ເທົ່ານັ້ນທີ່ໄດ້ເຫັນ, ຄືປາກົດແກ່ພວກຂ້າພະເຈົ້າຜູ້ທີ່ໄດ້ກິນ ແລະ ໄດ້ດື່ມກັບພຣະອົງຫລັງຈາກທີ່ພຣະອົງຄືນມາຈາກຕາຍ.
ແລະ ບັນດາຜູ້ທີ່ເຄີຍເດີນທາງກັບພຣະອົງຈາກແຂວງຄາລີເລມາເຢຣູຊາເລັມໄດ້ເຫັນພຣະອົງເປນເວລາຫລາຍວັນ. ບັດນີ້ ພວກເຂົາໄດ້ເປັນພະຍານເລື່ອງຂອງພຣະອົງກັບປະຊາຊົນຂອງພວກເຮົາ.
ພຣະເຈົ້າໃຫ້ພຣະເຢຊູເຈົ້າຜູ້ນີ້ໃຫ້ເປັນຄືນມາຈາກຕາຍ ແລະ ພວກຂ້າພະເຈົ້າທຸກຄົນຕ່າງກໍເປັນພະຍານໃນເລື່ອງຄວາມຈິງນີ້.
ເຈົ້າຈະເປັນພະຍານຂອງພຣະອົງກັບຄົນທັງຫລາຍເຖິງສິ່ງທີ່ເຈົ້າໄດ້ເຫັນ ແລະ ໄດ້ຍິນ,
ພວກທ່ານທັງຫລາຍໄດ້ຂ້າພຣະອົງຜູ້ທີ່ໃຫ້ຊີວິດ, ແຕ່ພຣະເຈົ້າໄດ້ບັນດານໃຫ້ພຣະອົງເປັນຄືນມາຈາກຕາຍ, ຝ່າຍພວກເຮົາກໍເປັນພະຍານໃນເລື່ອງນີ້.
ດ້ວຍອຳນາດທີ່ຍິ່ງໃຫຍ່ ບັນດາອັກຄະສາວົກໄດ້ເປັນພະຍານຢ່າງຕໍ່ເນື່ອງເຖິງການເປັນຄືນມາຈາກຕາຍຂອງພຣະເຢຊູເຈົ້າອົງພຣະຜູ້ເປັນເຈົ້າ. ແລະ ພຣະຄຸນຂອງພຣະເຈົ້າທີ່ເຕັມລົ້ນຢູ່ກັບພວກເຂົາທຸກຄົນ
ພວກຂ້ານ້ອຍຈຶ່ງເປັນພະຍານເຖິງເລື່ອງເຫລົ່ານີ້ ແລະ ພຣະວິນຍານບໍລິສຸດເຈົ້າທີ່ພຣະເຈົ້າໄດ້ໃຫ້ແກ່ບັນດາຜູ້ທີ່ເຊື່ອຟັງພຣະອົງນັ້ນ ກໍເປັນພະຍານເໝືອນກັນ”.
ເຖິງພວກຜູ້ອາວຸໂສໃນທ່າມກາງພວກເຈົ້າທັງຫລາຍ, ເຮົາຂໍຮ້ອງພວກເຈົ້າໃນຖານະທີ່ເປັນຜູ້ອາວຸໂສດ້ວຍກັນ ແລະ ເປັນພະຍານຄົນໜຶ່ງໃນເລື່ອງຄວາມທຸກທໍລະມານຂອງພຣະຄຣິດເຈົ້າ ແລະ ເປັນຜູ້ໜຶ່ງທີ່ຈະຮ່ວມໃນສະຫງ່າລາສີທີ່ຈະມາປາກົດນັ້ນວ່າ: