ລູກາ 24:44 - ພຣະຄຳພີລາວສະບັບສະໄໝໃໝ່44 ແລ້ວພຣະອົງກໍໄດ້ກ່າວກັບພວກເພິ່ນວ່າ, “ນີ້ຄືສິ່ງທີ່ເຮົາບອກໄວ້ໃນຂະນະທີ່ເຮົາຍັງຢູ່ກັບພວກເຈົ້າຄື: ທຸກສິ່ງຈະຕ້ອງເກີດຂຶ້ນຕາມທີ່ມີຂຽນໄວ້ກ່ຽວກັບເຮົາໃນກົດບັນຍັດຂອງໂມເຊ, ຂໍ້ຂຽນຜູ້ທຳນວາຍ ແລະ ໃນເພງສັນລະເສີນ”. Uka jalj uñjjattʼätaພຣະຄຳພີສັກສິ44 ແລ້ວພຣະອົງກໍໄດ້ກ່າວແກ່ພວກເພິ່ນວ່າ, “ນີ້ແຫຼະ ແມ່ນສິ່ງທີ່ເຮົາໄດ້ບອກພວກເຈົ້າແລ້ວ ເມື່ອເຮົາຍັງຢູ່ກັບພວກເຈົ້າ ຄືທຸກສິ່ງທີ່ໄດ້ມີຂຽນໄວ້ເຖິງເຮົາໃນໜັງສືກົດບັນຍັດຂອງໂມເຊ, ໃນໜັງສືຂອງພວກຜູ້ທຳນວາຍ ແລະໃນໜັງສືເພງສັນລະເສີນ ຈຳເປັນຕ້ອງສຳເລັດເປັນຈິງຕາມນັ້ນ.” Uka jalj uñjjattʼäta |
ແລ້ວຂ້າພະເຈົ້າໄດ້ໝອບລົງທີ່ຕີນຂອງເທວະດາເພື່ອນະມັດສະການເພິ່ນ. ແຕ່ເທວະດານັ້ນໄດ້ກ່າວແກ່ຂ້າພະເຈົ້າວ່າ, “ຢ່າເຮັດຢ່າງນີ້! ເຮົາເປັນເພື່ອນຮ່ວມຮັບໃຊ້ກັບທ່ານ ແລະ ຮ່ວມກັບພີ່ນ້ອງຂອງທ່ານທີ່ຢຶດໝັ້ນໃນຄຳພະຍານເລື່ອງຂອງພຣະເຢຊູເຈົ້າ. ຈົ່ງນະມັດສະການພຣະເຈົ້າ! ເພາະແມ່ນພຣະວິນຍານແຫ່ງການທຳນວາຍທີ່ເປັນພະຍານເລື່ອງພຣະເຢຊູເຈົ້າ”.