Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 24:4 - ພຣະຄຳພີລາວສະບັບສະໄໝໃໝ່

4 ໃນຂະນະ​ທີ່​ພວກເຂົາ​ກຳລັງ​ສົງໄສ​ກ່ຽວກັບ​ເລື່ອງ​ນີ້​ຢູ່, ໃນ​ທັນໃດ​ນັ້ນ ກໍ​ມີ​ຊາຍ​ສອງ​ຄົນ​ນຸ່ງເຄື່ອງ​ທີ່​ຮຸ່ງ​ເຫລື້ອມ​ເໝືອນ​ຟ້າແມບ​ມາ​ຢືນ​ຢູ່​ທາງ​ຂ້າງ​ພວກເຂົາ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

4 ເວລາ​ພວກຍິງ​ເຫຼົ່ານີ້​ຢືນ​ຄິດເຖິງ​ເຫດການ​ນີ້​ຢູ່ ໃນ​ທັນໃດນັ້ນ ກໍ​ມີ​ຊາຍ​ສອງ​ຄົນ​ຢືນ​ຢູ່​ໃກ້​ພວກ​ນາງ ຊາຍ​ສອງ​ຄົນ​ນີ້​ນຸ່ງ​ເຄື່ອງ​ເປັ່ງ​ປະກາຍ​ຈົນ​ເຫຼື້ອມ​ຕາ.

Uka jalj uñjjattʼäta Copia luraña




ລູກາ 24:4
9 Jak'a apnaqawi uñst'ayäwi  

ເມື່ອ​ພວກເຂົາ​ເຂົ້າ​ໄປ​ໃນ​ອຸບມຸງ​ກໍ​ໄດ້​ເຫັນ​ຊາຍໜຸ່ມ​ຜູ້​ໜຶ່ງ​ນຸ່ງ​ເສື້ອຄຸມ​ຍາວ​ສີຂາວ ນັ່ງ​ຢູ່​ເບື້ອງຂວາ ພວກນາງ​ກໍ​ຕົກໃຈຢ້ານ​ຫລາຍ.


ມີ​ເທວະດາ​ຕົນ​ໜຶ່ງ​ຂອງ​ອົງພຣະຜູ້ເປັນເຈົ້າ​ມາ​ປາກົດ​ແກ່​ພວກເຂົາ ແລະ ສະຫງ່າລາສີ​ຂອງ​ອົງພຣະຜູ້ເປັນເຈົ້າ​ໄດ້​ສ່ອງ​ອ້ອມຮອບ​ພວກເຂົາ, ເຮັດ​ໃຫ້​ພວກເຂົາ​ຕົກໃຈ​ຢ້ານ.


ດ້ວຍ​ຄວາມຢ້ານກົວ​ຂອງ​ພວກເຂົາ ພວກແມ່ຍິງ​ຈຶ່ງ​ໄດ້​ໝອບລົງ​ທີ່​ພື້ນດິນ ແຕ່​ຊາຍ​ສອງ​ຄົນ​ໄດ້​ເວົ້າ​ກັບ​ພວກເຂົາ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ມາ​ຊອກຫາ​ຄົນເປັນ​ໃນ​ທ່າມກາງ​ຄົນຕາຍ?


ເມື່ອ​ພວກເພິ່ນ​ກຳລັງ​ແນມ​ເບິ່ງ​ທ້ອງຟ້າ​ໃນ​ຂະນະ​ທີ່​ພຣະອົງ​ຂຶ້ນ​ໄປ, ໃນ​ທັນໃດ​ນັ້ນ ມີ​ຊາຍ​ສອງ​ຄົນ​ນຸ່ງ​ຊຸດ​ຂາວ​ຢືນ​ຢູ່​ຂ້າງ​ພວກເພິ່ນ.


ໃນ​ທັນໃດ​ນັ້ນ ກໍ​ມີ​ເທວະດາ​ຂອງ​ອົງພຣະຜູ້ເປັນເຈົ້າ​ຕົນ​ໜຶ່ງ​ໄດ້​ມາ​ປາກົດ ແລະ ໄດ້​ມີ​ແສງສະຫວ່າງ​ສ່ອງ​ເຂົ້າ​ໄປ​ໃນ​ຫ້ອງ​ຄຸມຂັງ. ເທວະດາ​ຕົນ​ນັ້ນ​ໄດ້​ຕົບ​ທີ່​ຂ້າງ​ຂອງ​ເປໂຕ ແລະ ປຸກ​ເພິ່ນ​ໃຫ້​ຕື່ນ. ເທວະດາ​ເວົ້າ​ວ່າ, “ລຸກ​ຂຶ້ນ​ໄວໆ!” ແລ້ວ​ໂສ້​ທັງຫລາຍ​ກໍ​ຫລຸດ​ອອກ​ຈາກ​ຂໍ້ມື​ຂອງ​ເປໂຕ.


ຂໍ້​ເລິກລັບ​ແຫ່ງ​ທາງ​ຂອງ​ພຣະເຈົ້າ​ນັ້ນ​ຍິ່ງໃຫຍ່​ເໜືອ​ຂໍ້​ຂ້ອງ​ໃຈ​ທັງປວງ​ຄື: ພຣະອົງ​ໄດ້​ປາກົດ​ໃນ​ສະພາບ​ມະນຸດ ໄດ້​ຮັບ​ການພິສູດ​ໂດຍ​ພຣະວິນຍານ, ບັນດາ​ເທວະດາ​ກໍ​ໄດ້​ເຫັນ, ໄດ້​ຖືກ​ປະກາດ​ໃນ​ທ່າມກາງ​ປະຊາຊາດ, ຄົນ​ໃນ​ໂລກ​ໄດ້​ເຊື່ອ​ໃນ​ພຣະອົງ, ໄດ້​ຖືກ​ຮັບ​ຂຶ້ນ​ສູ່​ສະຫງ່າລາສີ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka