Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 24:21 - ພຣະຄຳພີລາວສະບັບສະໄໝໃໝ່

21 ແຕ່​ພວກເຮົາ​ຫວັງ​ວ່າ​ພຣະອົງ​ຄື​ຜູ້​ທີ່​ຈະ​ມາ​ໄຖ່​ຊົນຊາດ​ອິດສະຣາເອນ. ແລະ ຫລາຍ​ກວ່າ​ນັ້ນ​ອີກ ວັນ​ນີ້​ກໍ​ເປັນ​ວັນ​ທີ​ສາມ​ແລ້ວ​ນັບ​ຕັ້ງແຕ່​ເຫດການ​ນັ້ນ​ໄດ້​ເກີດຂຶ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

21 ພວກເຮົາ​ເຄີຍ​ຫວັງ​ວ່າ ແມ່ນ​ເພິ່ນ​ຜູ້​ນີ້​ແຫຼະ ທີ່​ຈະ​ເປັນ​ຜູ້​ປົດປ່ອຍ​ຊາດ​ອິດສະຣາເອນ​ໃຫ້​ເປັນ​ອິດສະຫລະ ນອກຈາກ​ເລື່ອງ​ທີ່​ກ່າວ​ມາ​ນັ້ນ ວັນ​ນີ້ ກໍ​ເປັນ​ວັນ​ຖ້ວນ​ສາມ​ແລ້ວ ຕັ້ງແຕ່​ເຫດການ​ໄດ້​ເກີດຂຶ້ນ.

Uka jalj uñjjattʼäta Copia luraña




ລູກາ 24:21
8 Jak'a apnaqawi uñst'ayäwi  

ສັນລະເສີນ​ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ​ຂອງ​ອິດສະຣາເອນ, ເພາະ​ພຣະອົງ​ມາ​ຢ້ຽມຢາມ​ບັນດາ​ຄົນ​ຂອງ​ພຣະອົງ ແລະ ໄຖ່​ພວກເຂົາ.


ໃນ​ເວລາ​ນັ້ນ ນາງ​ໄດ້​ເຂົ້າ​ມາ​ຫາ​ພວກເພິ່ນ​ແລ້ວ​ຂອບພຣະຄຸນ​ພຣະເຈົ້າ ແລະ ເວົ້າ​ເຖິງ​ເດັກນ້ອຍ​ຄົນ​ນີ້​ໃຫ້​ແກ່​ທຸກຄົນ​ທີ່​ລໍຖ້າ​ການ​ໄຖ່​ເຢຣູຊາເລັມ​ຟັງ.


ດັ່ງນັ້ນ ພວກເພິ່ນ​ຈຶ່ງ​ມາ​ເຕົ້າໂຮມກັນ​ຢູ່​ອ້ອມ​ພຣະອົງ ແລະ ຖາມ​ພຣະອົງ​ວ່າ, “ອົງພຣະຜູ້ເປັນເຈົ້າ, ພຣະອົງ​ຈະ​ສ້າງ​ອານາຈັກ​ອິດສະຣາເອນ​ຄືນ​ໃໝ່​ໃນ​ເວລາ​ນີ້​ບໍ?”


ເຈົ້າ​ຄິດ​ຈະ​ຂ້າ​ຂ້ອຍ​ເໝືອນ​ທີ່​ເຈົ້າ​ໄດ້​ຂ້າ​ຄົນເອຢິບ​ມື້​ວານ​ນີ້​ບໍ?’


ແລະ ພວກເພິ່ນ​ໄດ້​ຮ້ອງເພງ​ບົດ​ໃໝ່​ວ່າ: “ພຣະອົງ​ສົມຄວນ​ທີ່​ຈະ​ຮັບ​ໜັງສືມ້ວນ ແລະ ເປີດ​ຕາປະທັບ​ຂອງ​ໜັງສືມ້ວນ​ອອກ, ເພາະ​ພຣະອົງ​ຖືກ​ຂ້າ​ແລ້ວ, ແລະ ດ້ວຍ​ເລືອດ​ຂອງ​ພຣະອົງ​ນັ້ນ​ພຣະອົງ​ໄດ້​ຊື້​ມະນຸດ​ທັງຫລາຍ​ຖວາຍ​ແກ່​ພຣະເຈົ້າ ຈາກ​ທຸກ​ຊົນເຜົ່າ ແລະ ທຸກ​ພາສາ, ທຸກຄົນ ແລະ ທຸກ​ຊົນຊາດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka