ລູກາ 24:19 - ພຣະຄຳພີລາວສະບັບສະໄໝໃໝ່19 ພຣະອົງຖາມວ່າ, “ເຫດການອັນໃດ?” ພວກເພິ່ນຈຶ່ງຕອບວ່າ, “ເລື່ອງພຣະເຢຊູເຈົ້າໄທນາຊາເຣັດ, ພຣະອົງເປັນຜູ້ທຳນວາຍ, ມີລິດອຳນາດໃນຖ້ອຍຄຳ ແລະ ການກະທຳຕໍ່ໜ້າພຣະເຈົ້າ ແລະ ຕໍ່ໜ້າຄົນທັງປວງ. Uka jalj uñjjattʼätaພຣະຄຳພີສັກສິ19 ພຣະອົງໄດ້ຖາມພວກເພິ່ນວ່າ, “ເຫດການອັນໃດ?” ພວກເພິ່ນໄດ້ຕອບວ່າ, “ເລື່ອງເຢຊູໄທນາຊາເຣັດ ທີ່ສະແດງຕົວເປັນຜູ້ທຳນວາຍ ປະກອບດ້ວຍຣິດເດດໃນກິດຈະການ ແລະໃນຖ້ອຍຄຳຕໍ່ໜ້າພຣະເຈົ້າ ແລະຕໍ່ໜ້າປະຊາຊົນທັງໝົດ. Uka jalj uñjjattʼäta |
“ປະຊາຊົນອິດສະຣາເອນ, ຂໍຈົ່ງຟັງສິ່ງນີ້ ພຣະເຢຊູເຈົ້າຊາວນາຊາເຣັດເປັນຜູ້ທີ່ພຣະເຈົ້າໄດ້ສະແດງໃຫ້ພວກທ່ານຮູ້ເຫັນຢ່າງຈະແຈ້ງແລ້ວດ້ວຍການອັດສະຈັນ, ການອິດທິຣິດ ແລະ ດ້ວຍໝາຍສຳຄັນຕ່າງໆ, ເຊິ່ງພຣະເຈົ້າໄດ້ກະທຳໃນທ່າມກາງພວກເຈົ້າຜ່ານທາງພຣະອົງ, ຕາມທີ່ພວກທ່ານເອງກໍຮູ້ເລື່ອງນີ້ຢູ່ແລ້ວ.