16 ແຕ່ພວກເພິ່ນກໍຖືກເຮັດໃຫ້ຈື່ພຣະອົງບໍ່ໄດ້.
16 ພວກເພິ່ນເຫັນພຣະເຢຊູເຈົ້າ, ແຕ່ມີສິ່ງປິດບັງບໍ່ໃຫ້ພວກເພິ່ນຈື່ພຣະອົງໄດ້.
ຫລັງຈາກນັ້ນແລ້ວ ພຣະເຢຊູເຈົ້າກໍໄດ້ປາກົດໃນລັກສະນະໜຶ່ງອີກແກ່ສາວົກສອງຄົນໃນຂະນະທີ່ພວກເພິ່ນເດີນທາງຢູ່ນອກເມືອງ.
ຂະນະທີ່ພວກເພິ່ນກຳລັງສົນທະນາ ແລະ ປຶກສາກັນເຖິງສິ່ງເຫລົ່ານັ້ນຢູ່, ພຣະເຢຊູເຈົ້າເອງໄດ້ມາ ແລະ ຍ່າງໄປກັບພວກເພິ່ນ,
ພຣະອົງຖາມພວກເພິ່ນວ່າ, “ຂະນະທີ່ຍ່າງມາຕາມທາງນັ້ນພວກເຈົ້າໄດ້ສົນທະນາກັນເຖິງເລື່ອງຫຍັງ?” ແລ້ວພວກເພິ່ນກໍຢຸດຢືນຢູ່, ຕ່າງກໍມີສີໜ້າໂສກເສົ້າ.
ຫລັງຈາກນັ້ນ ຕາຂອງພວກເພິ່ນກໍຖືກເປີດອອກ ແລະ ພວກເພິ່ນຈື່ພຣະອົງໄດ້ ແລ້ວພຣະອົງກໍຫາຍໄປຈາກສາຍຕາຂອງພວກເພິ່ນ.
ແລ້ວນາງມາຣີກໍໄດ້ຫັນຫລັງມາ ແລະ ເຫັນພຣະເຢຊູເຈົ້າຢືນຢູ່ທີ່ນັ້ນ, ແຕ່ນາງບໍ່ຮູ້ຈັກວ່າແມ່ນພຣະເຢຊູເຈົ້າ.
ເມື່ອຮຸ່ງເຊົ້າມາ ພຣະເຢຊູເຈົ້າຢືນຢູ່ເທິງແຄມຝັ່ງ ແຕ່ພວກສາວົກບໍ່ຮູ້ຈັກວ່າແມ່ນພຣະເຢຊູເຈົ້າ.