Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 23:7 - ພຣະຄຳພີລາວສະບັບສະໄໝໃໝ່

7 ເມື່ອ​ຮູ້​ວ່າ​ພຣະເຢຊູເຈົ້າ​ມາ​ຈາກ​ຂົງເຂດ​ທີ່​ເຮໂຣດ​ປົກຄອງ, ເພິ່ນ​ຈຶ່ງ​ສົ່ງ​ພຣະອົງ​ໄປ​ຫາ​ເຮໂຣດ ເຊິ່ງ​ໃນ​ເວລາ​ນັ້ນ​ຍັງ​ຢູ່​ທີ່​ເຢຣູຊາເລັມ​ເໝືອນກັນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

7 ພໍ​ໄດ້​ຮູ້​ວ່າ ພຣະເຢຊູເຈົ້າ​ມາ​ຈາກ​ຂົງເຂດ​ທີ່​ເຮໂຣດ​ປົກຄອງ ເພິ່ນ​ຈຶ່ງ​ສົ່ງ​ພຣະອົງ​ໄປ​ຫາ​ເຮໂຣດ ຜູ້​ທີ່​ໃນ​ເວລາ​ນັ້ນ​ຍັງ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ.

Uka jalj uñjjattʼäta Copia luraña




ລູກາ 23:7
9 Jak'a apnaqawi uñst'ayäwi  

ໃນ​ເວລາ​ນັ້ນ ເຮໂຣດ​ຜູ້ປົກຄອງ​ແຂວງ​ໄດ້​ຍິນ​ຊື່​ສຽງ​ຂອງ​ພຣະເຢຊູເຈົ້າ


ເວລາ​ນີ້​ເຮໂຣດ​ໄດ້​ຈັບ ແລະ ມັດ​ໂຢຮັນ​ແລ້ວ​ຂັງ​ເພິ່ນ​ໄວ້​ໃນ​ຄຸກ ດ້ວຍ​ສາເຫດ​ທີ່​ນາງ​ເຮໂຣເດຍ​ເມຍ​ຂອງ​ຟີລິບ​ນ້ອງຊາຍ​ຂອງ​ຕົນ,


ໃນ​ງານສະຫລອງ​ວັນເກີດ​ຂອງ​ເຮໂຣດ, ລູກສາວ​ຂອງ​ນາງ​ເຮໂຣເດຍ​ໄດ້​ມາ​ຟ້ອນ​ຕໍ່ໜ້າ​ບັນດາ​ແຂກ​ທີ່​ຖືກ​ເຊີນ ແລະ ເຮັດໃຫ້​ເຮໂຣດ​ພໍໃຈ​ຫລາຍ.


ກະສັດ​ເຮໂຣດ ໄດ້​ຍິນ​ເຖິງ​ເລື່ອງ​ຂອງ​ພຣະເຢຊູເຈົ້າ ເພາະ​ຊື່​ສຽງ​ຂອງ​ພຣະອົງ​ໄດ້​ຊ່າລື​ໄປ​ທົ່ວ. ບາງຄົນ​ໄດ້​ເວົ້າ​ວ່າ, ພຣະເຢຊູເຈົ້າ​ແມ່ນ​ໂຢຮັນ​ບັບຕິສະໂຕ​ຜູ້​ທີ່​ເປັນຄືນມາຈາກຕາຍ, ດັ່ງນັ້ນ ເພິ່ນ​ຈຶ່ງ​ມີ​ລິດອຳນາດ​ເຮັດ​ການ​ອັດສະຈັນ​ຕ່າງໆ​ໄດ້.


ໃນ​ເວລາ​ນັ້ນ ມີ​ພວກ​ຟາຣີຊາຍ​ບາງຄົນ​ມາ​ເວົ້າ​ກັບ​ພຣະເຢຊູເຈົ້າ​ວ່າ, “ໃຫ້​ທ່ານ​ອອກ​ໜີ​ໄປ​ຈາກ​ບ່ອນ​ນີ້ ແລະ ໄປ​ບ່ອນ​ອື່ນ​ສາ. ເຮໂຣດ​ຕ້ອງການ​ຈະ​ຂ້າ​ທ່ານ”.


ເມື່ອ​ປີລາດ​ໄດ້​ຍິນ​ດັ່ງນີ້, ປີລາດ​ຈຶ່ງ​ຖາມ​ວ່າ​ຊາຍ​ຄົນ​ນີ້​ເປັນ​ຊາວ​ຄາລີເລ​ບໍ.


ໃນ​ລາຊະການ​ປີ​ທີ​ສິບຫ້າ​ຂອງ​ຕີເບຣີໂອ​ກາຍຊາ, ໃນ​ເວລາ​ນັ້ນ​ປົນທຽວ​ປີລາດ​ເປັນ​ຜູ້ປົກຄອງ​ແຂວງ​ຢູດາຍ, ເຮໂຣດ​ໄດ້​ເປັນ​ຜູ້ປົກຄອງ​ແຂວງ​ຄາລີເລ, ສ່ວນ​ຟີລິບ​ນ້ອງຊາຍ​ຂອງ​ເຮໂຣດ​ເປັນ​ຜູ້ປົກຄອງ​ແຂວງ​ອີຕູຣາຍ ແລະ ທາໂຄນິດ, ລີຊາເນຍ​ເປັນ​ຜູ້ປົກຄອງ​ແຂວງ​ອາບີເລັນ.


ຝ່າຍ​ເຮໂຣດ ຜູ້ປົກຄອງ​ແຂວງ​ໄດ້​ຍິນ​ເລື່ອງ​ທີ່​ເກີດ​ຂຶ້ນ​ທັງໝົດ ເພິ່ນ​ຈຶ່ງ​ກັງວົນໃຈ​ເພາະວ່າ​ບາງຄົນ​ກໍ​ເວົ້າ​ວ່າ​ໂຢຮັນ​ເປັນຄືນມາຈາກຕາຍ,


ຄວາມຈິງ​ແລ້ວ ເຮໂຣດ ແລະ ປົນທຽວ​ປີລາດ​ໄດ້​ມາ​ພົບປະ​ກັນ​ກັບ​ຄົນຕ່າງຊາດ ແລະ ປະຊາຊົນ​ອິດສະຣາເອນ​ໃນ​ນະຄອນ​ນີ້ ເພື່ອ​ຮ່ວມ​ກັນ​ຕໍ່ສູ້​ພຣະເຢຊູເຈົ້າ​ຜູ້ຮັບໃຊ້​ບໍລິສຸດ​ຂອງ​ພຣະອົງ ຜູ້​ທີ່​ພຣະອົງ​ໄດ້​ເຈີມ​ໄວ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka