Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 23:5 - ພຣະຄຳພີລາວສະບັບສະໄໝໃໝ່

5 ແຕ່​ພວກເຂົາ​ຍັງ​ເວົ້າ​ຢືນຢັນ​ວ່າ, “ລາວ​ໃຊ້​ຄຳສອນ​ຍຸຍົງ​ປະຊາຊົນ​ທົ່ວ​ແຂວງ​ຢູດາຍ. ເລີ່ມ​ຕັ້ງແຕ່​ແຂວງ​ຄາລີເລ​ຕະຫລອດ​ຈົນ​ມາ​ເຖິງ​ທີ່​ນີ້​ແລ້ວ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

5 ແຕ່​ພວກເຂົາ​ເວົ້າ​ຢືນຢັນ​ຕື່ມ​ຢ່າງ​ໜັກແໜ້ນ​ວ່າ, “ຄົນ​ນີ້​ໄດ້​ຍຸຍົງ​ຄົນ​ທັງຫລາຍ​ໃຫ້​ລຸກ​ຮື້​ຂຶ້ນ ແລະ​ສັ່ງສອນ​ທົ່ວ​ທັງ​ແຂວງ​ຢູດາຍ ເລີ່ມຕົ້ນ​ທີ່​ແຂວງ​ຄາລີເລ ແລະ​ບັດນີ້​ກໍ​ມາ​ຮອດ​ທີ່​ນີ້​ແລ້ວ.”

Uka jalj uñjjattʼäta Copia luraña




ລູກາ 23:5
24 Jak'a apnaqawi uñst'ayäwi  

ຫລັງຈາກ​ພຣະເຢຊູເຈົ້າ​ສັ່ງສອນ​ສາວົກ​ສິບສອງ​ຄົນ​ຂອງ​ພຣະອົງ​ຈົບ​ແລ້ວ, ພຣະອົງ​ກໍ​ໄດ້​ຈາກ​ທີ່​ນັ້ນ​ໄປ​ສັ່ງສອນ ແລະ ເທດສະໜາ​ໃນ​ເມືອງ​ຕ່າງໆ​ຂອງ​ແຂວງ​ຄາລີເລ.


ຫລັງຈາກ​ທີ່​ພຣະເຢຊູເຈົ້າ​ໄດ້​ເກີດ​ທີ່​ເບັດເລເຮັມ​ໃນ​ແຂວງ​ຢູດາຍ, ໃນ​ສະໄໝ​ຂອງ​ກະສັດ​ເຮໂຣດ, ມີ​ພວກໂຫລາຈານ​ຈາກ​ທິດຕາເວັນອອກ​ໄດ້​ມາ​ທີ່​ນະຄອນ​ເຢຣູຊາເລັມ


ເມື່ອ​ປີລາດ​ເຫັນ​ວ່າ​ບໍ່​ມີ​ຜົນ​ຫຍັງ​ມີ​ແຕ່​ການວຸ້ນວາຍ​ກຳລັງ​ເກີດຂຶ້ນ, ເພິ່ນ​ຈຶ່ງ​ເອົາ​ນ້ຳ​ມາ ແລະ ລ້າງ​ມື​ຕໍ່ໜ້າ​ປະຊາຊົນ ແລ້ວ​ເພິ່ນ​ກໍ​ກ່າວ​ວ່າ, “ຂ້າພະເຈົ້າ​ບໍລິສຸດ​ຈາກ​ເລືອດ​ຂອງ​ຊາຍ​ຄົນ​ນີ້ ແຕ່​ເປັນ​ຄວາມຮັບຜິດຊອບ​ຂອງ​ພວກທ່ານ!”


ພຣະເຢຊູເຈົ້າ​ໄດ້​ເດີນທາງ​ໄປ​ທົ່ວ​ແຂວງ​ຄາລີເລ, ສັ່ງສອນ​ຕາມ​ທຳມະສາລາ​ຂອງ​ພວກເຂົາ, ໄດ້​ປະກາດ​ຂ່າວປະເສີດ​ເລື່ອງ​ອານາຈັກ​ສະຫວັນ ແລະ ຮັກສາ​ຄົນ​ທີ່​ມີ​ພະຍາດໂລຄາ ແລະ ຄົນເຈັບໄຂ້ໄດ້ປ່ວຍ​ທຸກ​ຊະນິດ​ໃນ​ທ່າມກາງ​ປະຊາຊົນ.


ຫລັງ​ຈາກ​ໂຢຮັນ​ຖືກ​ຂັງຄຸກ​ແລ້ວ ພຣະເຢຊູເຈົ້າ​ໄດ້​ໄປ​ປະກາດ​ຂ່າວປະເສີດ​ຂອງ​ພຣະເຈົ້າ​ທີ່​ແຂວງ​ຄາລີເລ.


ເມື່ອ​ພຣະເຢຊູເຈົ້າ​ອອກໄປ​ຂ້າງນອກ, ພວກ​ຟາຣີຊາຍ​ກັບ​ພວກ​ຄູສອນກົດບັນຍັດ​ກໍ​ເລີ່ມ​ຕໍ່ຕ້ານ​ພຣະອົງ​ຢ່າງ​ຮຸນແຮງ ແລະ ເລີ່ມ​ພາກັນ​ຕັ້ງ​ຄຳຖາມ​ໃສ່​ພຣະອົງ,


ແຕ່​ພວກເຂົາ​ຍັງ​ຮ້ອງ​ສຽງດັງ​ບໍ່​ຢຸດ ຮຽກຮ້ອງ​ໃຫ້​ຄຶງ​ພຣະອົງ​ທີ່​ໄມ້ກາງແຂນ ແລະ ສຽງຮ້ອງ​ຂອງ​ພວກເຂົາ​ກໍ​ຊະນະ.


ເມື່ອ​ປີລາດ​ໄດ້​ຍິນ​ດັ່ງນີ້, ປີລາດ​ຈຶ່ງ​ຖາມ​ວ່າ​ຊາຍ​ຄົນ​ນີ້​ເປັນ​ຊາວ​ຄາລີເລ​ບໍ.


ວັນ​ຕໍ່ມາ ພຣະເຢຊູເຈົ້າ​ໄດ້​ຕັດສິນໃຈ​ທີ່​ຈະ​ໄປ​ແຂວງ​ຄາລີເລ, ພຣະອົງ​ໄດ້​ພົບ​ຟີລິບ ແລະ ກ່າວ​ກັບ​ລາວ​ວ່າ, “ຈົ່ງ​ຕາມ​ເຮົາ​ມາ”.


ແຕ່​ພວກເຂົາ​ຮ້ອງ​ສຽງ​ດັງ​ວ່າ, “ເອົາ​ມັນ​ໄປ! ເອົາ​ມັນ​ໄປ! ຄຶງ​ມັນ​ໄວ້​ທີ່​ໄມ້ກາງແຂນ!” ປີລາດ​ຖາມ​ວ່າ, “ພວກທ່ານ​ຈະ​ໃຫ້​ເຮົາ​ຄຶງ​ກະສັດ​ຂອງ​ພວກທ່ານ​ທີ່​ໄມ້ກາງແຂນ​ບໍ?” ພວກຫົວໜ້າ​ປະໂລຫິດ​ຕອບ​ວ່າ, “ນອກຈາກ​ກາຍຊາ​ແລ້ວ​ພວກເຮົາ​ບໍ່​ມີ​ກະສັດ”.


ສິ່ງ​ທີ່​ພຣະເຢຊູເຈົ້າ​ກະທຳ​ໃນ​ທີ່​ນີ້ ເປັນ​ໝາຍສຳຄັນ​ຄັ້ງ​ທຳອິດ​ຂອງ​ພຣະອົງ​ທີ່​ບ້ານ​ການາ​ໃນ​ແຂວງ​ຄາລີເລ. ພຣະອົງ​ໄດ້​ສະແດງ​ສະຫງ່າລາສີ​ຂອງ​ພຣະອົງ ແລະ ບັນດາ​ສາວົກ​ຂອງ​ພຣະອົງ​ກໍ​ໄດ້​ເຊື່ອ​ໃນ​ພຣະອົງ.


ຄົນ​ອື່ນໆ​ກໍ​ເວົ້າ​ວ່າ, “ທ່ານ​ຜູ້​ນີ້​ເປັນ​ພຣະຄຣິດເຈົ້າ”. ແຕ່​ຍັງ​ມີ​ຄົນ​ອື່ນ​ອີກ​ຖາມ​ວ່າ, “ພຣະຄຣິດເຈົ້າ​ຈະ​ມາ​ຈາກ​ຄາລີເລ​ໄດ້​ຢ່າງໃດ?


ພວກເຂົາ​ຕອບ​ວ່າ, “ເຈົ້າ​ກໍ​ມາ​ຈາກ​ຄາລີເລ​ເໝືອນກັນ​ບໍ? ຈົ່ງ​ໄປ​ຄົ້ນ​ເບິ່ງ​ໃນ​ພຣະຄຳພີ ແລ້ວ​ເຈົ້າ​ຈະ​ຮູ້​ວ່າ​ຜູ້ທຳນວາຍ​ບໍ່​ໄດ້​ມາ​ຈາກ​ຄາລີເລ”. ———————————————————— [ເອກະສານ​ເກົ່າ​ທີ່​ຂຽນ​ດ້ວຍ​ມື​ໃນ​ຍຸກທຳອິດ ແລະ ທີ່​ໜ້າ​ເຊື່ອຖື​ທີ່ສຸດ​ຫລາຍ​ສະບັບ ຕະຫລອດ​ຈົນ​ຫລັກຖານ​ອື່ນໆ​ບໍ່​ມີ ໂຢຮັນ 7:53–8:11.]


ພວກທ່ານ​ກໍ​ຮູ້​ເຖິງ​ເຫດການ​ທີ່​ໄດ້​ເກີດຂຶ້ນ​ທົ່ວ​ແຂວງ​ຢູດາຍ, ເລີ່ມ​ທີ່​ທະເລ​ຄາລີເລ​ຫລັງຈາກ​ທີ່​ໂຢຮັນ​ໄດ້​ໄປ​ປະກາດ​ເລື່ອງ​ບັບຕິສະມາ,


ການ​ໂຕ້ຖຽງ​ຮຸນແຮງ​ຂຶ້ນ​ຈົນ​ນາຍພັນ​ຢ້ານ​ວ່າ​ໂປໂລ​ຈະ​ຖືກ​ພວກເຂົາ​ຈີກ​ເປັນ​ຕ່ອນໆ. ເພິ່ນ​ຈຶ່ງ​ໄດ້​ສັ່ງ​ທະຫານ​ໃຫ້​ລົງ​ໄປ​ເອົາ​ໂປໂລ​ອອກມາ​ຈາກ​ຄົນ​ເຫລົ່ານັ້ນ ແລະ ນຳ​ເພິ່ນ​ເຂົ້າ​ໄປ​ທີ່​ຄ້າຍ​ທະຫານ.


ເມື່ອ​ພວກເຂົາ​ໄດ້​ຍິນ​ຢ່າງ​ນີ້​ແລ້ວ, ພວກເຂົາ​ກໍ​ໃຈຮ້າຍ​ແຮງ ແລະ ຕ້ອງການ​ຈະ​ຂ້າ​ພວກ​ອັກຄະສາວົກ.


ເມື່ອ​ສະມາຊິກ​ສະພາ​ແຊນເຮດຣິນ​ໄດ້​ຍິນ​ດັ່ງນີ້, ພວກເຂົາ​ກໍ​ໃຈຮ້າຍ​ແຮງ ແລະ ກັດ​ແຂ້ວ​ໃສ່​ຊະເຕຟາໂນ.


ໃນ​ຂະນະ​ນັ້ນ ພວກເຂົາ​ໄດ້​ເອົາ​ມື​ອັດ​ຫູ​ຕົນ​ໄວ້ ແລະ ຮ້ອງ​ຈົນ​ສຸດ​ສຽງ​ຂອງ​ພວກເຂົາ, ພວກເຂົາ​ພາກັນ​ຫລູບ​ເຂົ້າ​ໃສ່​ຊະເຕຟາໂນ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka