Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 23:42 - ພຣະຄຳພີລາວສະບັບສະໄໝໃໝ່

42 ແລ້ວ​ລາວ​ກໍ​ເວົ້າ​ວ່າ, “ພຣະເຢຊູເຈົ້າ​ເອີຍ, ຂໍ​ລະນຶກ​ເຖິງ​ຂ້ານ້ອຍ​ດ້ວຍ​ເມື່ອ​ພຣະອົງ​ເຂົ້າ​ສູ່​ອານາຈັກ​ຂອງ​ພຣະອົງ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

42 ແລ້ວ​ລາວ​ກໍ​ເວົ້າ​ກັບ​ພຣະເຢຊູເຈົ້າ​ວ່າ, “ພຣະເຢຊູເຈົ້າ​ເອີຍ ເມື່ອໃດ​ທີ່​ທ່ານ​ມາ​ໃນ​ແຜ່ນດິນ​ຂອງທ່ານ ໂຜດ​ລະນຶກເຖິງ​ຂ້ານ້ອຍ​ດ້ວຍ​ເທີ້ນ.”

Uka jalj uñjjattʼäta Copia luraña




ລູກາ 23:42
20 Jak'a apnaqawi uñst'ayäwi  

“ເຮົາ​ບອກ​ພວກເຈົ້າ​ວ່າ, ຜູ້ໃດ​ກໍ​ຕາມ​ຍອມຮັບ​ເຮົາ​ຕໍ່ໜ້າ​ມະນຸດ, ບຸດມະນຸດ​ກໍ​ຈະ​ຍອມຮັບ​ຜູ້​ນັ້ນ​ຕໍ່ໜ້າ​ບັນດາ​ເທວະດາ​ຂອງ​ພຣະເຈົ້າ​ເໝືອນກັນ.


“ແຕ່​ຄົນເກັບພາສີ​ນັ້ນ​ຢືນ​ຢູ່​ແຕ່​ໄກ. ລາວ​ບໍ່​ກ້າ​ແມ່ນແຕ່​ຈະ​ເງີຍ​ໜ້າ​ຂຶ້ນ​ສູ່​ຟ້າ, ແຕ່​ທຸບຕີ​ເອິກ​ຂອງ​ຕົນ ແລະ ເວົ້າ​ວ່າ, ‘ຂ້າ​ແດ່​ພຣະເຈົ້າ, ຂໍ​ພຣະອົງ​ເມດຕາ​ຂ້ານ້ອຍ​ຜູ້​ເປັນ​ຄົນບາບ​ດ້ວຍ’.


ພວກເຮົາ​ກໍ​ສົມຄວນ​ຖືກ​ລົງໂທດ​ແລ້ວ ເພາະ​ພວກເຮົາ​ກຳລັງ​ໄດ້​ຮັບ​ສິ່ງ​ທີ່​ສົມ​ກັບ​ການ​ກະທຳ​ທີ່​ພວກເຮົາ​ໄດ້​ເຮັດ. ແຕ່​ທ່ານ​ຜູ້​ນີ້​ບໍ່​ໄດ້​ເຮັດ​ຜິດ​ຫຍັງ​ເລີຍ”.


ພຣະເຢຊູເຈົ້າ​ຕອບ​ລາວ​ວ່າ, “ເຮົາ​ບອກ​ເຈົ້າ​ຕາມ​ຄວາມຈິງ​ວ່າ, ວັນນີ້​ເຈົ້າ​ຈະ​ຢູ່​ກັບ​ເຮົາ​ໃນ​ທີ່​ສຸກຂະເສີມ”.


ພຣະຄຣິດເຈົ້າ​ຕ້ອງ​ທົນທຸກທໍລະມານ​ຕໍ່​ສິ່ງ​ເຫລົ່ານັ້ນ​ກ່ອນ ແລ້ວ​ຈຶ່ງ​ເຂົ້າ​ສູ່​ສະຫງ່າລາສີ​ຂອງ​ພຣະອົງ​ບໍ່​ແມ່ນ​ບໍ?”


ນະທານາເອັນ​ຈຶ່ງ​ຮ້ອງ​ວ່າ, “ຣັບບີ ພຣະອົງ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ, ພຣະອົງ​ເປັນ​ກະສັດ​ຂອງ​ຊາດ​ອິດສະຣາເອນ”.


ໂທມາ​ເວົ້າ​ວ່າ, “ອົງພຣະຜູ້ເປັນເຈົ້າ​ຂອງ​ຂ້ານ້ອຍ ແລະ ພຣະເຈົ້າ​ຂອງ​ຂ້ານ້ອຍ!”


ພວກເພິ່ນ​ຕອບ​ວ່າ, “ຈົ່ງ​ເຊື່ອ​ໃນ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ ແລ້ວ​ເຈົ້າ​ກັບ​ຄົວເຮືອນ​ຂອງ​ເຈົ້າ​ຈະ​ໄດ້​ຮັບ​ຄວາມພົ້ນ”.


ຂ້າພະເຈົ້າ​ໄດ້​ປະກາດ​ແກ່​ຄົນ​ຢິວ ແລະ ຄົນ​ກຣີກ​ວ່າ ພວກເຂົາ​ຕ້ອງ​ຖິ້ມໃຈເກົ່າເອົາໃຈໃໝ່​ກັບ​ຄືນ​ມາ​ຫາ​ພຣະເຈົ້າ ແລະ ເຊື່ອ​ໃນ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.


ພວກເພິ່ນ​ພະຍາຍາມ​ຄົ້ນຫາ​ວ່າ​ສິ່ງ​ທີ່​ພຣະວິນຍານ​ຂອງ​ພຣະຄຣິດເຈົ້າ​ທີ່​ຢູ່​ໃນ​ພວກເພິ່ນ​ໄດ້​ບົ່ງ​ໄວ້​ນັ້ນ​ຈະ​ເກີດຂຶ້ນ​ເມື່ອໃດ ແລະ ຈະ​ເກີດຂຶ້ນ​ຢ່າງໃດ ເມື່ອ​ພຣະອົງ​ໄດ້​ທຳນວາຍ​ເຖິງ​ຄວາມທຸກທໍລະມານ​ຂອງ​ພຣະຄຣິດເຈົ້າ ແລະ ເຖິງ​ສະຫງ່າລາສີ​ທີ່​ຈະ​ຕາມ​ມາ​ນັ້ນ.


ທຸກຄົນ​ທີ່​ເຊື່ອ​ວ່າ​ພຣະເຢຊູເຈົ້າ​ເປັນ​ພຣະຄຣິດເຈົ້າ​ກໍ​ເກີດ​ຈາກ​ພຣະເຈົ້າ ແລະ ທຸກຄົນ​ທີ່​ຮັກ​ພຣະບິດາເຈົ້າ​ກໍ​ຮັກ​ລູກ​ຂອງ​ພຣະອົງ​ດ້ວຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka