Biblia Todo Logo
Internet tuqin Biblia

- Anuncios ukanaka -




ລູກາ 23:41 - ພຣະຄຳພີລາວສະບັບສະໄໝໃໝ່

41 ພວກເຮົາ​ກໍ​ສົມຄວນ​ຖືກ​ລົງໂທດ​ແລ້ວ ເພາະ​ພວກເຮົາ​ກຳລັງ​ໄດ້​ຮັບ​ສິ່ງ​ທີ່​ສົມ​ກັບ​ການ​ກະທຳ​ທີ່​ພວກເຮົາ​ໄດ້​ເຮັດ. ແຕ່​ທ່ານ​ຜູ້​ນີ້​ບໍ່​ໄດ້​ເຮັດ​ຜິດ​ຫຍັງ​ເລີຍ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

41 ແຕ່​ສຳລັບ​ພວກເຮົາ​ກໍ​ສົມ​ກັບ​ໂທດ​ນີ້​ແທ້ ເພາະ​ພວກເຮົາ​ກຳລັງ​ຮັບ​ຜົນກຳ​ທີ່​ພວກເຮົາ​ໄດ້​ເຮັດ, ແຕ່​ເພິ່ນ​ບໍ່ໄດ້​ເຮັດ​ຜິດ​ຫຍັງ​ເລີຍ.”

Uka jalj uñjjattʼäta Copia luraña




ລູກາ 23:41
19 Jak'a apnaqawi uñst'ayäwi  

ໃນ​ຂະນະ​ທີ່​ປີລາດ​ນັ່ງ​ຢູ່​ເທິງ​ບ່ອນ​ພິພາກສາ​ນັ້ນ, ເມຍ​ຂອງ​ເພິ່ນ​ໄດ້​ສົ່ງ​ຂໍ້ຄວາມ​ນີ້​ໃຫ້​ເພິ່ນ​ວ່າ: “ຢ່າ​ໄດ້​ກ່ຽວຂ້ອງ​ກັບ​ຜູ້ບໍລິສຸດ​ຄົນ​ນີ້​ເລີຍ ເພາະ​ວັນ​ນີ້​ຂ້ອຍ​ມີ​ຄວາມທຸກໃຈ​ຫລາຍ​ຍ້ອນ​ຄວາມຝັນ​ກ່ຽວກັບ​ທ່ານ​ຜູ້​ນີ້”.


ເມື່ອ​ປີລາດ​ເຫັນ​ວ່າ​ບໍ່​ມີ​ຜົນ​ຫຍັງ​ມີ​ແຕ່​ການວຸ້ນວາຍ​ກຳລັງ​ເກີດຂຶ້ນ, ເພິ່ນ​ຈຶ່ງ​ເອົາ​ນ້ຳ​ມາ ແລະ ລ້າງ​ມື​ຕໍ່ໜ້າ​ປະຊາຊົນ ແລ້ວ​ເພິ່ນ​ກໍ​ກ່າວ​ວ່າ, “ຂ້າພະເຈົ້າ​ບໍລິສຸດ​ຈາກ​ເລືອດ​ຂອງ​ຊາຍ​ຄົນ​ນີ້ ແຕ່​ເປັນ​ຄວາມຮັບຜິດຊອບ​ຂອງ​ພວກທ່ານ!”


ລາວ​ກ່າວ​ວ່າ, “ຂ້ານ້ອຍ​ໄດ້​ເຮັດ​ບາບ, ເພາະ​ຂ້ານ້ອຍ​ໄດ້​ທໍລະຍົດ​ຕໍ່​ເລືອດ​ຂອງ​ຜູ້ບໍລິສຸດ”. ພວກເຂົາ​ຕອບ​ວ່າ, “ແລ້ວ​ກ່ຽວຂ້ອງ​ຫຍັງ​ກັບ​ພວກເຮົາ? ນັ້ນ​ເປັນ​ຄວາມຮັບຜິດຊອບ​ຂອງ​ເຈົ້າ​ເອງ”.


ເມື່ອ​ນາຍຮ້ອຍ ແລະ ບັນດາ​ຄົນ​ທີ່​ຢູ່​ກັບ​ເພິ່ນ​ທີ່​ເຝົ້າຍາມ​ພຣະເຢຊູເຈົ້າ​ຢູ່ ໄດ້​ເຫັນ​ແຜ່ນດິນໄຫວ ແລະ ທຸກ​ເຫດການ​ທີ່​ເກີດຂຶ້ນ​ກໍ​ຢ້ານກົວ​ຫລາຍ ແລະ ຮ້ອງຂຶ້ນ​ວ່າ, “ແທ້ຈິງ​ແລ້ວ ທ່ານ​ຜູ້​ນີ້​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ!”


ແຕ່​ໂຈນ​ອີກ​ຄົນ​ໜຶ່ງ​ໄດ້​ຕຳໜິ​ລາວ ແລະ ເວົ້າ​ວ່າ, “ເຈົ້າ​ບໍ່​ຢ້ານ​ພຣະເຈົ້າ​ບໍ ເພາະ​ເຈົ້າ​ເອງ​ກໍ​ຖືກ​ໂທດ​ເໝືອນ​ກັນ​ກັບ​ເພິ່ນ?


ແລ້ວ​ລາວ​ກໍ​ເວົ້າ​ວ່າ, “ພຣະເຢຊູເຈົ້າ​ເອີຍ, ຂໍ​ລະນຶກ​ເຖິງ​ຂ້ານ້ອຍ​ດ້ວຍ​ເມື່ອ​ພຣະອົງ​ເຂົ້າ​ສູ່​ອານາຈັກ​ຂອງ​ພຣະອົງ”.


ພວກເຈົ້າ​ທັງຫລາຍ​ກໍ​ເປັນ​ພະຍານ​ໄດ້ ແລະ ພຣະເຈົ້າ​ກໍ​ເປັນ​ພະຍານ​ເໝືອນ​ກັນ​ວ່າ​ພວກເຮົາ​ບໍລິສຸດ, ທ່ຽງທຳ ແລະ ບໍ່ມີຕຳໜິ​ເມື່ອ​ພວກເຮົາ​ຢູ່​ທ່າມກາງ​ພວກເຈົ້າ​ທັງຫລາຍ​ທີ່​ເຊື່ອ.


ດັ່ງນັ້ນ ພວກເຈົ້າ​ຈົ່ງ​ຍອມຈຳນົນ​ຕໍ່​ພຣະເຈົ້າ. ຈົ່ງ​ຕໍ່ສູ້​ກັບ​ມານ ແລະ ມັນ​ຈະ​ໜີ​ໄປ​ຈາກ​ພວກເຈົ້າ​ໄປ.


ແຕ່​ດ້ວຍ​ໂລຫິດ​ອັນ​ລ້ຳຄ່າ​ຂອງ​ພຣະຄຣິດເຈົ້າ ຜູ້​ເປັນ​ລູກແກະ​ທີ່​ບໍ່ມີຕຳໜິ ຫລື ຂໍ້ບົກຜ່ອງ​ໃດໆ.


ເມື່ອ​ພວກເຂົາ​ກ່າວ​ດູຖູກ​ພຣະອົງ, ພຣະອົງ​ກໍ​ບໍ່​ໄດ້​ຕອບໂຕ້, ເມື່ອ​ພຣະອົງ​ທົນທຸກທໍລະມານ, ພຣະອົງ​ກໍ​ບໍ່​ໄດ້​ຂົ່ມຂູ່, ແຕ່​ກົງກັນຂ້າມ, ພຣະອົງ​ໄດ້​ມອບ​ພຣະອົງ​ເອງ​ໄວ້​ກັບ​ພຣະເຈົ້າ​ຜູ້​ພິພາກສາ​ຢ່າງ​ຍຸຕິທຳ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka